KPL
ສປ ຈີນ ໄດ້ຍິງຈະຫລວດ ສົ່ງຍານສາງເຈິ່ງ 2F Y22 ທີ່ບັນທຸກ ຍານອະວະກາດເສິນໂຈ່ວ 22 ຢູ່ຖານສົ່ງດາວທຽມ ຈິວສວນ, ຫລັງຈາກນັ້ນ ຍານອະວະກາດ ໄດ້ແຍກອອກຈາກ ຈະຫລວດ ສົ່ງຍານ ຢ່າງສຳເລັດຜົນ ແລະ ເຂົ້າສູ່ວົງໂຄຈອນ ທີ່ກຳນົດໄວ້, ເຮັດໃຫ້ ການຍິງສົ່ງຍານຄັ້ງນີ້ ປະສົບຜົນສຳເລັດ ຢ່າງຈົບງາມ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ແຫລ່ງຂ່າວຈາກ ຫ້ອງການໂຄງການ ການບິນອະວະກາດ ບັນທຸກຄົນຂອງ ສປ ຈີນ ໃຫ້ຮູ້ວ່າ: ວັນທີ 25 ພະຈິກນີ້, ສປ ຈີນ ໄດ້ຍິງຈະຫລວດ ສົ່ງຍານສາງເຈິ່ງ 2F Y22 ທີ່ບັນທຸກ ຍານອະວະກາດເສິນໂຈ່ວ 22 ຢູ່ຖານສົ່ງດາວທຽມ ຈິວສວນ, ຫລັງຈາກນັ້ນ ຍານອະວະກາດ ໄດ້ແຍກອອກຈາກ ຈະຫລວດ ສົ່ງຍານ ຢ່າງສຳເລັດຜົນ ແລະ ເຂົ້າສູ່ວົງໂຄຈອນ ທີ່ກຳນົດໄວ້, ເຮັດໃຫ້ ການຍິງສົ່ງຍານຄັ້ງນີ້ ປະສົບຜົນສຳເລັດ ຢ່າງຈົບງາມ.ນີ້ແມ່ນ ການຍິງສົ່ງ ຍານອະວະກາດຄັ້ງທີ 38 ນັບແຕ່ ສປ ຈີນ ປະຕິບັດໂຄງການ ການບິນອະວະກາດ ບັນທຸກຄົນ ເປັນຕົ້ນມາ ແລະ ເປັນການບິນ ຄັ້ງທີ 610 ຂອງຈະຫລວດ ສົ່ງຍານລະບົບສາງເຈິ່ງຂອງ ສປ ຈີນ. ນອກນີ້ ຍັງເປັນການຍິງສົ່ງຍານອະວະກາດສຸກເສີນ ຄັ້ງທຳອິດ ຂອງໂຄງການການບິນ ບັນທຸກຄົນ ຂອງ ສປ ຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL