ສສ ຫວຽດນາມ-ອີຢູ ຊຸກຍູ້ການຮ່ວມມື ຢ່າງຮອບດ້ານ

26/11/2025 16:22
KPL ທ່ານ ນາງ ເລທິທູຮັ່ງ ຮອງລັດ ຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ ນາງ ພາວລາ ພຳພາໂລນີ (Paola Pampaloni) ຮັກສາການກົມໃຫຍ່ ອາຊີ-ປາຊີຟິກ ຂອງ EEAS ໄດ້ເປັນປະທານຮ່ວມ ວາລະປະຊຸມ ຄັ້ງທີ 6 ຄະ ນະກຳມະການປະສົມ ຫວຽດນາມ-ສະຫະພາບ ເອີຣົບ (EU) ແນໃສ່ຜັນຂະຫຍາຍ ສັນຍາຄູ່ຮ່ວມມື ແລະ ການຮ່ວມມື ຮອບດ້ານ ຫວຽດນາມ-EU (PCA).

ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ສຳນັກງານອົງການພົວພັນ ຕ່າງປະເທດ ສະຫະພາບ ເອີຣົບ (EEAS) ຢູ່ບຣຸກແຊັນ, ປະເທດ ແບນຊິກ,ເມື່ອບໍ່ດົນມານີ້ ທ່ານ ນາງ ເລທິທູຮັ່ງ ຮອງລັດ ຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ ນາງ ພາວລາ ພຳພາໂລນີ(Paola Pampaloni) ຮັກສາການກົມໃຫຍ່ ອາຊີ-ປາຊີຟິກ ຂອງ EEAS ໄດ້ເປັນປະທານຮ່ວມ ວາລະປະຊຸມ ຄັ້ງທີ 6 ຄະນະກຳມະການປະສົມ ຫວຽດນາມ-ສະຫະພາບ ເອີຣົບ (EU) ແນໃສ່ຜັນຂະຫຍາຍ ສັນຍາຄູ່ຮ່ວມມື ແລະ ການຮ່ວມມື ຮອບດ້ານ ຫວຽດນາມ-EU (PCA). ໃນກອງປະຊຸມ, ທັງສອງຝ່າຍ ເຫັນດີ ເພີ່ມທະວີ ການແລກປ່ຽນ ຄະນະຜູ້ແທນຂັ້ນສູງ; ສົມທົບກັນ ຜັນຂະຫຍາຍ ປະສິດທິຜົນ ສັນຍາການຄ້າເສລີ ຫວຽດນາມ-EU(EVFTA); ຊຸກຍູ້ 6 ປະເທດສະມາຊິກ EU ທີ່ຍັງເຫລືອ ໃຫ້ສັດ ຕະຍາບັນ ສັນຍາອາລັກຂາ ການລົງທຶນ (EVIPA) ໂດຍໄວ.ສອງຝ່າຍ ກໍຢັ້ງຢືນວ່າ ຈະສືບຕໍ່ ເປີດກວ້າງ ການຮ່ວມມື ໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ, ພິເສດແມ່ນການຄ້າ-ການລົງທຶນ; ເສດຖະກິດ ສີຂຽວ; ຫັນເປັນດີຈີຕອນ; ເສດຖະກິດ ໝູນວຽນ; ອາຊີ ແບບຍືນຍົງ; ຫັນປ່ຽນພະລັງງານສະອາດ; ວິທະຍາສາດ-ເຕັກໂນໂລຢີ; ນະວັດຕະກຳ; ພື້ນຖານໂຄງລ່າງ ແລະ ຮັບມືກັບ ການປ່ຽນແປງ ຂອງ ດິນຟ້າ ອາກາດ. ສອງຝ່າຍເນັ້ນໜັກວ່າ ຖືວິທະຍາສາດ-ເຕັກໂນໂລຢີ ແລະ ນະວັດຕະກຳ ແມ່ນເສົາຄ້ຳ ຂອງການຮ່ວມມືໃໝ່.ທ່ານ ນາງ ຮອງລັດຖະມົນຕີ ເລທິທູຮັ່ງ ສະເໜີໃຫ້ EU ພ້ອມກັບ ບັນດາ ປະເທດ ສະມາຊິກ ຍົກເລີກ ບັດເຫລືອໃນການຕ້ານ ການຂຸດຄົ້ນ ສິນທະເລ ແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຕາມ ຂໍ້ກຳນົດ (IUU) ໂດຍໄວ. EU ປາດຖະໜາວ່າ ສສ ຫວຽດ ນາມ ເຂົ້າຮ່ວມບັນດາໂຄງການ ໃນຍຸດທະສາດ ມະຫາສະໝຸດ ອິນເດຍ-ປາຊີຟິກ ຢ່າງຕັ້ງໜ້າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top