KPL
ທົ່ວໂລກ ມີປະມານ 204 ລ້ານຄົນ ດຳລົງຊີວິດ ຢູ່ໃນເຂດ ທີ່ກຸ່ມກຳລັງ ປະກອບອາວຸດ ຄວບຄຸມ ຫລື ຍາດແຍ່ງກັນ, ເພີ່ມຂຶ້ນ 30 ລ້ານຄົນ ເມື່ອທຽບໃສ່ປີ 2021.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 25 ພະຈິກນີ້, ຄະນະກຳມະການ ກາແດງ ສາກົນ ຫລື ICRC ແຈ້ງໃຫ້ຮູ້ວ່າ: ທົ່ວໂລກ ມີປະມານ 204 ລ້ານຄົນ ດຳລົງຊີວິດ ຢູ່ໃນເຂດ ທີ່ກຸ່ມກຳລັງ ປະກອບ ອາວຸດ ຄວບຄຸມ ຫລື ຍາດແຍ່ງກັນ, ເພີ່ມຂຶ້ນ 30 ລ້ານຄົນ ເມື່ອທຽບໃສ່ປີ 2021. ອີງຕາມ ຜົນການສຳຫລວດ ຂອງຄະນະກຳມະການ ກາແດງສາກົນ ສະແດງໃຫ້ເຫັນວ່າ: ໃນຂອບເຂດທົ່ວໂລກ ລວມທັງໝົດ ມີ 383 ກຸ່ມກຳລັງ ປະກອບອາວຸດ ທີ່ກໍ່ໃຫ້ເກີດ ຄວາມວິຕົກກັງວົນ ດ້ານລັດທິມະນຸດສະທຳ ເຊິ່ງກະແຈກ ກະຈາຍຢູ່ໃນ 60 ກວ່າປະເທດ. ມີ 74 ລ້ານຄົນ ດຳລົງຊີວິດ ພາຍໃຕ້ການຄວບຄຸມ ຂອງກຸ່ມກຳລັງ ປະກອບອາວຸດ, 130 ລ້ານຄົນ ດຳລົງຊີວິດ ຢູ່ໃນເຂດ ທີ່ກຸ່ມກຳລັງ ປະກອບ ອາວຸດຕ່າງໆ ຍາດແຍ່ງກັນ. ຄະນະກຳມະການ ກາແດງ ສາກົນ ເຕືອນໃຫ້ຝ່າຍຕ່າງໆ ທີ່ກ່ຽວຂ້ອງກັບ ການປະກະກັນ ດ້ວຍກຳລັງ ອາວຸດ ເຄົາລົບກົດໝາຍ ວ່າດ້ວຍ ມະນຸດສະທຳສາກົນ, ຮັບປະກັນ ຄວາມປອດໄພ ຂອງປະຊາຊົນ, ສ້າງຄວາມສະດວກ ໃຫ້ແກ່ ການເຂົ້າເຖິງ ແລະ ການມີສ່ວນຮ່ວມ ທາງດ້ານມະນຸດສະທຳ ທີ່ມີຄວາມເປັນທຳ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL