KPL
ອາຊຽນ ພວມວາງບາດກ້າວ ເຂົ້າສູ່ 10 ປີ ສຳຄັນ ທີ່ຕັດສິນ ທິດທາງກ້າວເດີນ ໃນອະນາຄົດ, ບັນດາປະເທດ ໃນພາກພື້ນ ຕ້ອງເພີ່ມຄວາມໜຽວແໜ້ນ ແລະ ຊຸກຍູ້ ການພັດທະນາ ແບບຍືນຍົງ ດ້ວຍການປະດິດສ້າງໃໝ່ ດ້ານວິທະຍາສາດ ເຕັກໂນໂລຊີ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 25 ພະຈິກນີ້, ຢູ່ນະຄອນຫລວງ ກົວລາລຳເປີ ຂອງມາເລເຊຍ, ທ່ານ ຟາດິລາ ຢູຊົຟ ຮອງນາຍົກລັດຖະມົນຕີ ມາເລເຊຍ ກ່າວວ່າ: ອາຊຽນ ພວມວາງບາດກ້າວ ເຂົ້າສູ່ 10 ປີ ສຳຄັນ ທີ່ຕັດສິນ ທິດທາງກ້າວເດີນ ໃນອະນາຄົດ, ບັນດາປະເທດ ໃນພາກພື້ນ ຕ້ອງເພີ່ມຄວາມໜຽວແໜ້ນ ແລະ ຊຸກຍູ້ ການພັດທະນາ ແບບຍືນຍົງ ດ້ວຍການປະດິດສ້າງໃໝ່ ດ້ານວິທະຍາສາດ ເຕັກໂນໂລຊີ. ທ່ານ ຟາດິລາ ຢູຊົຟ ໄດ້ກ່າວປາໄສ ໃນພິທີໄຂກອງປະຊຸມ ສຸດຍອດ ວ່າດ້ວຍ ການຮ່ວມມື ແລະ ການພັດທະນາ ວິທະຍາສາດ ເຕັກໂນໂລຊີ ອາຊຽນ ປີ 2025 ທີ່ຈັດຂຶ້ນໃນວັນດຽວກັນວ່າ: ປັດຈຸບັນ, ວິທະຍາສາດ ເຕັກໂນໂລຊີ ທົ່ວໂລກ ໄດ້ຮັບການບຸກທະລຸ ຢ່າງວ່ອງໄວ, ໂຄງປະກອບ ເສດຖະກິດ ມີການປັບປ່ຽນ ຢ່າງເລິກເຊິ່ງ, ຄວາມສາມັກຄີ ປະສານງານກັນ ແລະ ຊົມໃຊ້ຜົນງານ ດ້ານການປະດິດສ້າງໃໝ່ ແມ່ນຄວາມຮຽກຮ້ອງ ຕ້ອງການ ທີ່ຈຳເປັນ ໃນການຊຸກຍູ້ ການພັດທະນາ ຂອງພາກພື້ນອາຊຽນ. ທ່ານ ຟາດິລາ ຢູຊົຟ ຮຽກຮ້ອງ ໃຫ້ບັນດາປະເທດ ສະມາຊິກ ອາຊຽນ ເພີ່ມທະວີ ການລົງທຶນ ໃນດ້ານການຄົ້ນຄວ້າ ວິທະຍາສາດ ຍຸດທະສາດ ຕື່ມອີກ, ເລັ່ງຊຸກຍູ້ ການຄົ້ນຄວ້າ ພັດທະນາ ແລະ ການປະຍຸກໃຊ້ ເຕັກໂນໂລຊີ ທີ່ສຳຄັນ ທາງດ້ານການຄ້າ ພ້ອມທັງ ດຶງດູດ ອົງການຄົ້ນຄວ້າ ວິທະຍາສາດ ແລະ ຜູ້ມີຄວາມຮູ້ ຄວາມສາມາດ ລະດັບສູງ ມາພັດທະນາ ຢູ່ອາຊຽນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL