ຕະຫລອດໄລຍະ 50 ປີ ກົມຮັກສາສຸຂະພາບ ສູນກາງ ເຮັດສຳເລັດໜ້າທີ່ການເມືອງເປັນຢ່າງດີ

26/11/2025 10:08
Email Print 161
KPL ຂປລ. ຕະຫລອດໄລຍະ 50 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ, ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ກົມຮັກສາສຸຂະພາບສູນກາງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ເຮັດສໍາເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ.

ຂປລ. ຕະຫລອດໄລຍະ 50 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ, ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ກົມຮັກສາສຸຂະພາບສູນກາງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ເຮັດສໍາເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ.

ສະຫາຍ ພົນຈັດຕະວາ ດຣ ນາງ ທອງສີ ວົງພະຈັນ ຫົວໜ້າກົມຮັກສາສຸຂະພາບສູນກາງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ໃຫ້ສໍາພາດເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງການສະຖາ ປະນາ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ກໍຄື ວັນຊາດທີ 2 ທັນວາ ໂດຍທ່ານໄດ້ກ່າວວ່າ: ຕະຫລອດໄລຍະ 50 ປີຜ່ານມາ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ສປປ ລາວໄດ້ມີຜົນສໍາເລັດ ໃນຂົງເຂດຕ່າງໆຢ່າງໃຫຍ່ຫລວງ, ຮອບດ້ານທີ່ບໍ່ເຄີຍມີມາກ່ອນ, ວຽກງານປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ ມີຄວາມກ້າວໜ້າ, ເຂັ້ມແຂງ ຮັບປະກັນໃນການຮັກສາປະເທດຊາດ ຂອງພວກເຮົາໄວ້ໄດ້ຢ່າງໝັ້ນຄົງ, ປະເທດຊາດມີສະຖຽນລະພາບ ທາງດ້ານການເມືອງ, ມີຄວາມສະ ຫງົບ, ມີຄວາມປອດໄພທາງສັງຄົມ, ປະຊາຊົນທໍາມາຫາກິນນັບມື້ຢູ່ດີກິນດີ, ປະເທດຊາດ ໄດ້ຮັບການປັບປຸງກໍ່ສ້າງຢ່າງຮອບດ້ານ ໂດຍສະເພາະພັກເຮົາ ໄດ້ຖືເອົາວຽກງານການເມືອງແນວຄິດເປັນກົກ ເປັນພື້ນຖານ, ເສດຖະກິດເປັນໃຈກາງ, ວຽກງານພັດທະນາສັງຄົມ, ວັດທະນາທໍາເປັນອັນສໍາຄັນ, ວຽກການຮ່ວມມືພົວພັນ ຕ່າງປະເທດກໍນັບມື້ກວ້າງຂວາງ ແລະ ໄດ້ຮັບການສະໜັບສະໜູນຊ່ວຍ ເຫລືອຈາກບັນດາປະເທດ ໃນໂລກນັບມື້ນັບດີຂຶ້ນ, ວຽກງານສຶກສາ, ສາທາລະນະສຸກ, ຄົມມະນາຄົມຂົນສົ່ງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງແຕ່ສູນກາງລົງຮອດ ທ້ອງຖິ່ນ.

ໄປຄຽງຄູ່ກັນນີ້, ວຽກງານຮັກສາສຸຂະພາບການນໍາ ກໍເປັນວຽກງານໜຶ່ງທີ່ສໍາຄັນ ແລະ ມີການເຕີບໃຫຍ່ຂະຫຍາຍຕົວໄປຄຽງຄູ່ກັບວຽກງານອື່ນໆ ຊຶ່ງໄດ້ສ້າງຕັ້ງໜ່ວຍແພດຮັບໃຊ້ການນໍາພັກ-ລັດຂັ້ນສູນກາງ ໃນປີ 1971 ເວລານັ້ນບໍ່ພຽງແຕ່ ເປັນໜ່ວຍແພດຮັບໃຊ້ການນໍາພັກ-ລັດຂັ້ນສູນກາງ, ຢູ່ເຂດທີ່ໝັ້ນເມືອງວຽງໄຊ ແລະ ຮັບໃຊ້ຕິດຕາມການນໍາລົງທ້ອງຖິ່ນທົ່ວປະເທດ, ເວລານັ້ນພະນັກງານແພດ ມີນັບແຕ່ແພດຊັ້ນຕົ້ນ ຮອດແພດຊັ້ນສູງ. ປີ 1975-1983 ໜ່ວຍແພດຮັບໃຊ້ການນໍາພັກ-ລັດຂັ້ນສູນກາງ ໄດ້ສືບຕໍ່ເຮັດໜ້າທີ່ຂອງຕົນໂດຍຂຶ້ນກັບຫ້ອງວ່າການສະພາລັດຖະມົນຕີ, ມາຮອດປີ 1984 ໄດ້ຮັບການສ້າງຕັ້ງກົມຮັກສາສຸຂະພາບສູນກາງ ຂຶ້ນຢ່າງເປັນທາງການ. ຈາກນັ້ນ, ກໍໄດ້ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ມີຜົນສຳເລັດຫລາຍດ້ານ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຫ້ອງວ່າການສູນກາງພັກ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການກະຊວງປ້ອງກັນປະເທດ, ສະພາຮັກສາສຸຂະພາບພະນັກງານການນໍາ, ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ໃນການຕິດຕາມຮັກສາ ແລະ ກວດສຸຂະພາບການນໍາລະດັບສູງ; ໄດ້ປະກອບແພດຕິດຕາມສຸຂະພາບ ການນຳລະດັບສູງພຽງພໍໃນແຕ່ລະໄລຍະ, ເອົາໃຈໃສ່ຊີ້ນາ-ນໍາພາ ພະນັກງານເຮັດວຽກວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, ບໍ່ມີຄວາມຜິດພາດທາງດ້ານເຕັກນິກການແພດ, ຮັກສາໄດ້ບັນຍາບັນ ຈັນຍາທໍາຂອງແພດປະຕິວັດ, ພະນັກງານ ຊຶ່ງສະແດງອອກໃນການປະຕິ ບັດໜ້າທີ່ວິຊາສະເພາະ ທຸກຄົນມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ໄດ້ຮັບການເຊື່ອໝັ້ນຈາກບັນດາການນໍາລະດັບສູງ. ສະນັ້ນ, ຈຶ່ງເວົ້າໄດ້ວ່າ: ຕະຫລອດໄລຍະ 50 ປີຜ່ານມາ ກົມຮັກສາສຸຂະພາບສູນກາງ ໄດ້ເຮັດສຳເລັດໜ້າທີ່ ການເມືອງຂອງຕົນເປັນຢ່າງດີ.

ສະຫາຍ ພົນຈັດຕະວາ ດຣ ນາງ ທອງສີ ວົງພະຈັນ ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າ, ຄະນະພັກ-ຄະນະບັນຊາພວກເຮົາ ຈະໄດ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ໃຫ້ພະນັກງານມີແນວຄິດການເມືອງ ໜັກແໜ້ນ ເຂັ້ມແຂງ, ມີຄຸນສົມບັດສິນທຳປະຕິວັດ, ສິ່ງເສີມຄວາມສາມັກຄີໃຫ້ເປັນປຶກແຜ່ນ, ສືບຕໍ່ຍົກສູງລະ ດັບວິຊາສະເພາະໃຫ້ນັບມື້ສູງຂຶ້ນ, ຮັບໃຊ້ການນໍາດ້ວຍຄວາມຮັບຜິດຊອບສູງ, ກຳໃຫ້ໄດ້ນິຕິກຳຕ່າງໆກ່ຽວກັບວຽກງານ ຮັກສາສຸຂະພາບການນໍາລະດັບສູງ ແລະ ສືບຕໍ່ຂະຫຍາຍຕາໜ່າງຮັກສາ ສຸຂະພາບການນໍາລະດັບສູງ ໃຫ້ກວ້າງຂວາງ ທົ່ວເຖິງບ່ອນທີ່ມີການນໍາລະດັບສູງສັງກັດຢູ່.
KPL

ຂ່າວອື່ນໆ


Top