KPL
ຂປລ. ປີນີ້ແມ່ນປີທີ່ ສປປ ລາວ ມີອາຍຸຄົບຮອບ 50 ປີ, ພັກປະຊາຊົນ ປະຕິວັດລາວ ມີອາຍຸ ຄົບຮອບ 70 ປີ ແລະ ແມ່ນປີ ຄົບຮອບ 105 ປີ ວັນເກີດຂອງ ອັດສະຣິຍະ ບຸກຄົນຂອງລາວ ຄື ປະທານ ໄກສອນ ພົມວິຫານ. ສາມວັນປະຫວັດສາດ ຂອງລາວຕິດພັນກັນ ເພາະວ່າ ຖ້າບໍ່ມີຜູ້ນຳທີ່ປະເສີດ ແບບ ປະທານ ໄກສອນ ພົມວິຫານ, ຖ້າບໍ່ມີພັກປະຊາຊົນ ປະຕິວັດລາວ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະເກີດຂຶ້ນໄດ້ແນວໃດ?.
ຄວາມເອກອ້າງຂອງຄົນລາວ ໃນຮອບ 50 ປີ ສປປ ລາວ
(ເນື່ອງໃນໂອກາດວັນຊາດທີ 2 ທັນາ ຄົບຮອບ 50 ປີ 2/12/1975 - 2/12/2025)
ໂດຍ: ທູດ ມະໄລວຽງ ສາກົນນິຍົມ
ຮອງ ປະທານ ສະໂມສອນ ນັກການທູດລາວ

ຂປລ. ປີນີ້ແມ່ນປີທີ່ ສປປ ລາວ ມີອາຍຸຄົບຮອບ 50 ປີ, ພັກປະຊາຊົນ ປະຕິວັດລາວ ມີອາຍຸ ຄົບຮອບ 70 ປີ ແລະ ແມ່ນປີ ຄົບຮອບ 105 ປີ ວັນເກີດຂອງ ອັດສະຣິຍະ ບຸກຄົນຂອງລາວ ຄື ປະທານ ໄກສອນ ພົມວິຫານ. ສາມວັນປະຫວັດສາດ ຂອງລາວຕິດພັນກັນ ເພາະວ່າ ຖ້າບໍ່ມີຜູ້ນຳທີ່ປະເສີດ ແບບ ປະທານ ໄກສອນ ພົມວິຫານ, ຖ້າບໍ່ມີພັກປະຊາຊົນ ປະຕິວັດລາວ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະເກີດຂຶ້ນໄດ້ແນວໃດ?.
ຢູ່ໃນປະເທດຊາດໃດໜຶ່ງ ບໍ່ແມ່ນວ່າຈະເກີດ ບຸກຄົນການນຳ ທີ່ເປັນອັດສະຣິຍະ ບຸກຄົນ ທີ່ເປັນວິລະບູລຸດ ແຫ່ງຊາດ ໄດ້ສະເໝີໄປ. ແຕ່ປະທານ ໄກສອນ ພົມວິຫານ ແມ່ນບຸກຄົນການນຳສູງສຸດ ໃນປະຫວັດສາດການຕໍ່ສູ້ ກູ້ຊາດລາວ, ແມ່ນຜູ້ສ້າງຕັ້ງກອງທັບປະຊາຊົນລາວ, ແມ່ນຜູ້ສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ແລະ ແມ່ນຜູ້ນຳພາ ປະຊາຊົນລາວກ້າວເຂົ້າສູ່ຈຸດສຸດຍອດ ແຫ່ງ ໄຊຊະນະ ພັນປີມີເທື່ອໜຶ່ງ ຄືການລົ້ມລະບອບຣາຊາທິປະໄຕ ແລະ ການສ້າງລະບອບໃໝ່ຂຶ້ນແທນ ໃນດິນແດນລາວຄື ລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນ 2 ທັນວາ ປີ 1975 !
50 ປີ ທີ່ ສປປ ລາວ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງສະເໝີຕົ້ນສະເໝີປາຍ.
ມາຮອດປີທີ 50 ຂອງ ສປປ ລາວ:
ສປປ ລາວ ມີສະຖຽນລະພາບ ດ້ານການເມືອງ: ສປປ ລາວ ສາມາດຮັກສາໄດ້ຄວາມໝັ້ນຄົງ ຂອງ ປະເທດຊາດ ສາມາດ ຜາບແພ້ ອິດທິກຳລັງ ທີ່ເຂົ້າມາກໍ່ກວນ, ຜາບແພ້ ພວກບ້າອຳນາດທີ່ເຂົ້າມາບຽດຢຶດ ເອົາດິນ ແດນລາວ, ຮັກສາໄດ້ອະທິປະໄຕ ຂອງປະເທດຊາດ ແລະ ເຮັດໃຫ້ເສັ້ນຊາຍແດນ ມີສັນຕິພາບ.
ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ມີຄວາມສາມັກຄີ ຂອງຄົນໃນຊາດ, ບໍ່ມີການ ແບ່ງພັກ ແບ່ງຝ່າຍ: ວັດທະນະທຳທີ່ເປັນເອກະລັກຂອງຊາດລາວ ໄດ້ຮັບການສົ່ງເສີມ ແລະ ເປັນທີ່ຮັບຮູ້ຂອງອົງການ UNESCO ໃຫ້ເປັນມໍລະດົກທາງວັດທະນະທຳຂອງໂລກ. ດ້ານການສຶກສາ ໄດ້ຍົກລະດັບການສິດສອນ ຮອດຂັ້ນປະ ລິນຍາຕີ, ປະລິນຍາໂທ, ປະລິນຍາເອກ. ດ້ານການກິລາລາວ ກໍສາມາດຍົກລະດັບໄດ້ຫລຽນຄຳລະດັບໂລກ...
ສປປ ລາວ ສາມາດສ້າງເສດຖະກິດໃຫ້ເພິ່ງຕົນເອງ ກຸ້ມຕົນເອງ ໄດ້ເປັນເທື່ອລະກ້າວ, ອັດຕາການເຕີບໂຕ ຂະຫຍາຍຕົວຕໍ່ເນື່ອງ, ຊີວິການເປັນຢູ່ຂອງປະຊາຊົນລາວ ໄດ້ຮັບການຍົກລະດັບໃຫ້ສູງຂຶ້ນ ແລະ ດຳເນີນການຫລຸດ ຜ່ອນ ຄວາມທຸກຍາກເປັນກ້າວໆ ແລະ ພວມຈະກ້າວອອກຈາກການເປັນປະເທດດ້ອຍພັດທະນາ ໃນປີ 2026 . ສປປ ລາວ ຈາກປະເທດບໍ່ມີຊາຍແດນຕິດຈອດກັບທະເລ ( Landlocked ) ໄດ້ກາຍເປັນປະເທດ ເຊື່ອມຈອດ
ເຊື່ອມໂຍງ ພາກພື້ນ ແລະ ສາກົນ ດ້ວຍການມີທາງລົດໄຟ ຄວາມໄວສູງ ຊຶ່ງແມ່ນສິ່ງມະຫັດສະຈັນທີ່ເກີດຂຶ້ນໃນ ລາວ...
ດ້ານການທູດ-ການຕ່າງປະເທດ: ແມ່ນມີການເຕີບໃຫຍ່ຂະຫຍາຍຕົວຢ່າງມີຄຸນນະພາບ ແລະ ເປັນມືອາຊີບ. ສາຍພົວພັນການທູດ ກ່ອນປີ 1975 ມີພຽງ 44 ປະເທດ, ແຕ່ມາຮອດປີ 2025 ມີ 151 ປະເທດ; ສ່ວນສຳນັກງານການທູດລາວ ກ່ອນປີ 1975 ມີພຽງ 12 ແຫ່ງ ແຕ່ມາຮອອດ ປີ 2025 ມີ 41 ແຫ່ງ ແລະ ມີກົງສຸນກິດ ຕິມະສັກ ຂອງລາວຢູ່ຕ່າງປະເທດ 24 ແຫ່ງ...
ທ່ານ ຜູ້ອ່ານທີ່ຮັກແພງ, ນັ້ນແມ່ນຄວາມເປັນຈິງ ຂອງປະເທດຊາດ ທີ່ຄົນລາວເອກອ້າງພາກພູມໃຈ ແລະ ແມ່ນຄວາມເອກອ້າງ ພາກພູມໃຈ ຂອງຄົນລາວ ໃນຮອບ 50 ປີ ຂອງ ສປປ ລາວ !
ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໝັ້ນຍືນ !
KPL