KPL
ກົມປ້ອງກັນ ແລະ ບັນເທົາ ສາທາລະນະໄພ ຂອງໄທ ໄດ້ແຈ້ງໃຫ້ຮູ້ວ່າ ໄພນ້ຳຖ້ວມ ຫລາຍວັນ ລຽນຕິດ ໄດ້ເຮັດໃຫ້ມີຜູ້ ເສຍຊີວິດ 41 ຄົນ, ຫລາຍກວ່າ 268 ຄົນ ໄດ້ຮັບຜົນກະທົບ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 25 ພະຈິກນີ້, ກົມປ້ອງກັນ ແລະ ບັນເທົາ ສາທາລະນະໄພ ຂອງໄທ ໄດ້ແຈ້ງໃຫ້ຮູ້ວ່າ ໄພນ້ຳຖ້ວມ ຫລາຍວັນ ລຽນຕິດ ໄດ້ເຮັດໃຫ້ ມີຜູ້ເສຍຊີວິດ 41 ຄົນ, ຫລາຍກວ່າ 268 ຄົນ ໄດ້ຮັບຜົນກະທົບ. ໃນວັນດຽວກັນ, ລັດຖະບານໄທ ໄດ້ຍົກລະດັບ ການຮັບມືກັບ ໄພພິບັດ ຢູ່ເມືອງຫາດໃຫຍ່ ແຂວງສົງຂາ ທີ່ປະສົບໄພ ຢ່າງຮ້າຍແຮງທີ່ສຸດ ຂຶ້ນເປັນ ສະພາວະສຸກເສີນ, ພ້ອມທັງ ລະດົມກຳລັງທະຫານ ຕຳຫລວດ ແລະ ອົງການປົກຄອງຂັ້ນຕ່າງໆ ເພື່ອຍົກຍ້າຍ ປະຊາຊົນ ທີ່ປະສົບໄພ ຢ່າງຮີບດ່ວນ. ກ່ອນໜ້ານີ້ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດ ຖະມົນຕີໄທ ໄດ້ໄປເຄື່ອນໄຫວ ສຳຫລວດ ສະພາບ ໄພພິບັດ ຢູ່ແຂວງສົງຂາ ແລະ ຢ້ຽມຢາມ ປະຊາຊົນ ທີ່ປະສົບໄພ, ເລັ່ງທວງໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ດຳເນີນການກູ້ໄພ ໂດຍໄວ ເທົ່າທີ່ຈະໄວໄດ້. ຂະນະທີ່ ສຳນັກງານ ພັດທະນາ ເຕັກໂນໂລຊີ ອະວະກາດ ແລະ ຂໍ້ມູນ ຂ່າວສານພູມສາດຂອງໄທ ໄດ້ເຜີຍແຜ່ຂໍ້ມູນຕົວເລກ ຕິດຕາມຜ່ານດາວທຽມ ເຊິ່ງສະແດງໃຫ້ເຫັນວ່າ 7 ແຂວງ ຢູ່ທາງພາກໃຕ້ຂອງ ໄທ ເຊັ່ນ: ສົງຂາ,ປັດຕານີ, ພັດທະລຸງ ເປັນຕົ້ນ ໄດ້ຮັບຜົນກະທົບໜັກ ສົມຄວນ ຈາກໄພນ້ຳຖ້ວມ ໃນຄັ້ງນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL