KPL
ກອງປະຊຸມ ເວທີປຶກສາຫາລື ທຸລະກິດ ພະລັງງານຈີນ-ຣັດເຊຍ ຄັ້ງທີ 7 ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ປັກກິ່ງ. ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ໄດ້ສົ່ງສານຊົມເຊີຍເຖິງ ກອງປະຊຸມດັ່ງກ່າວ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 25 ພະຈິກນີ້, ກອງປະຊຸມ ເວທີປຶກສາຫາລື ທຸລະກິດ ພະລັງງານຈີນ-ຣັດເຊຍ ຄັ້ງທີ 7 ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ປັກກິ່ງ. ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ໄດ້ສົ່ງສານຊົມເຊີຍເຖິງ ກອງປະຊຸມດັ່ງກ່າວ. ເນື້ອໃນສານຊົມເຊີຍ ຂອງທ່ານ ສີ ຈິ້ນຜິງ ລະບຸວ່າ: ການຮ່ວມມື ດ້ານພະລັງງານລະຫວ່າງ ສປ ຈີນ-ຣັດເຊຍ ເລີ່ມຕົ້ນມາ ແຕ່ດົນແລ້ວ ແລະ ມີພື້ນຖານທີ່ດີ, ເປັນແບບຢ່າງ ໃນການຮ່ວມມື ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ໄດ້ເສີມຂະຫຍາຍ ບົດບາດທີ່ຕັ້ງໜ້າ ເຂົ້າໃນການຊຸກຍູ້ ການພັດທະນາ ເສດຖະກິດ-ສັງຄົມຂອງສອງປະເທດ ກໍຄື ເພີ່ມພູນຄູນສ້າງ ຄວາມຜາສຸກ ໃຫ້ແກ່ ປະຊາຊົນສອງຊາດ ແລະ ສປ ຈີນ ຍິນດີຮ່ວມກັບ ຣັດເຊຍ ເພື່ອສືບຕໍ່ປັບປຸງ ສາຍພົວພັນຄູ່ຮ່ວມມື ດ້ານພະລັງງານ ຢ່າງຮອບດ້ານ, ຮ່ວມກັນຮັກສາ ຄວາມໝັ້ນທ່ຽງ ແລະ ຄວາມໂລ່ງລ່ຽນ ຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ ພະລັງງານຂອງທົ່ວໂລກ, ຊຸກຍູ້ການສ້າງລະບົບຄຸ້ມຄອງພະລັງງານທົ່ວໂລກ ທີ່ມີຄວາມຍຸຕິທຳ ຄວາມທ່ຽງທຳ, ດຸ່ນດ່ຽງ ແລະ ສ້າງຜົນປະໂຫຍດ ຢ່າງທົ່ວເຖິງກວ່າເກົ່າ, ເພີ່ມຄວາມໝັ້ນທ່ຽງ ຫລາຍກວ່າເກົ່າ ເຂົ້າໃນຄວາມໝັ້ນຄົງ ດ້ານພະລັງງານ ແລະ ການຫັນປ່ຽນຮູບແບບ ການພັດທະນາຕາມທິດສີຂຽວ ແລະ ກາກບອນຕ່ຳຂອງໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL