KPL
ສປປ.ເກົາຫລີ ມີແຜນການຕໍ່ຕື່ມ ກ່ຳປັ່ນ ຂະໜາດໃຫຍ່ ທີ່ສຸດເຖິງ 5.000 ໂຕນ, ພາຍຫລັງ ທີ່ສົ່ງກ່ຳປັ່ນ ທະຫານ 2 ລຳ ລົງທະເລ ໃນຕົ້ນປີ 2025.
ຂປລ.ສຳນັກຂ່າວ ສານສູນກາງ ສປປ.ເກົາຫລີ, ສປປ.ເກົາຫລີ ມີແຜນການຕໍ່ຕື່ມ ກ່ຳປັ່ນ ຂະໜາດໃຫຍ່ ທີ່ສຸດເຖິງ 5.000 ໂຕນ, ພາຍຫລັງ ທີ່ສົ່ງກ່ຳປັ່ນ ທະຫານ 2 ລຳ ລົງທະເລ ໃນຕົ້ນປີ 2025. ໃນການໂຮມ ຊຸມນຸມມິດຕິງ ເມື່ອບໍ່ດົນມານີ້, ກຳມະກອນ ຢູ່ໂຮງງານ ຕໍ່ກ່ຳປັ່ນ ຢູ່ນະຄອນ Nampho ຂອງ ສປປ.ເກົາຫລີ ໄດ້ໃຫ້ຄຳໝັ້ນສັນຍາ ຈະຕໍ່ກ່ຳປັ່ນ ຂະໜາດໃຫຍ່ ຕື່ມອີກ ໃນວັນທີ 10 ເດືອນ ຕຸລາ 2026, ແນໃສ່ ສ້າງຂີດໝາຍ ສະເຫລີມ ສະຫລອງ ວັນສ້າງຕັ້ງ ພັກແຮງງານ ສປປ.ເກົາຫລີ. ຂະນະທີ່ ສປປ.ເກົາຫລີ ພວມຫັນມາ ໃຫ້ຄວາມເອົາໃຈໃສ່ ເປັນພິເສດ ເຖິງການຕໍ່ກ່ຳປັ່ນ ການທະຫານ ຄືດັ່ງ ເປັນສ່ວນໜຶ່ງ ຄວາມມານະ ພະຍາຍາມ ຫັນລະບົບ ການປ້ອງກັນ ປະເທດ ເປັນຫລາຍຮູບ ຫລາຍແບບ, ໂດຍໄດ້ຮັບຖືວ່າ ພວມຢູ່ໃນໄລຍະ ພັດທະນາ ສຸດທ້າຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL