KPL
ເກີດນ້ຳຖ້ວມສູງ ທົ່ວຟີລິບປິນ ລວມທັງ ນະຄອນຫລວງ ມະນິລາ ແລະ ແຂວງ ໃກ້ຄຽງ ໃນວັນທີ22 ກໍລະກົດນີ້ ເນື່ອງ ຈາກ ຝົນຕົກຢ່າງໜັກ ໃນລະດູ ມໍລະສຸມ ແລະ ມີຝົນຕົກ ເພີ່ມຕື່ມ ຈາກພາຍຸໝູນ ເຂດຮ້ອນ ວິພາ(Wipha) ທີ່ພັດ ເຂົ້າພື້ນທີ່ ທາງພາກເໜືອ ຂອງຟີລິບປິນ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 5 ຄົນ ແລະ ສູນຫາຍອີກ 7 ຄົນ,
ຂປລ.ຕາມຂ່າວຈາກ ນະຄອນຫລວງ ມະນິລາ, ເກີດນ້ຳຖ້ວມສູງ ທົ່ວຟີລິບປິນ ລວມທັງ ນະຄອນຫລວງ ມະນິລາ ແລະ ແຂວງ ໃກ້ຄຽງ ໃນວັນທີ22 ກໍລະກົດນີ້ ເນື່ອງຈາກ ຝົນຕົກຢ່າງໜັກ ໃນລະດູ ມໍລະສຸມ ແລະ ມີຝົນຕົກ ເພີ່ມຕື່ມ ຈາກພາຍຸໝູນ ເຂດຮ້ອນ ວິພາ(Wipha) ທີ່ພັດເຂົ້າພື້ນທີ່ ທາງພາກເໜືອ ຂອງຟີລິບປິນ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 5 ຄົນ ແລະ ສູນຫາຍອີກ 7 ຄົນ, ປະຊາຊົນ ຫລາຍກວ່າ 800.000ຄົນ ໄດ້ຮັບຜົນກະທົບ ຈາກພາຍຸ ດັ່ງກ່າວ.ຂະນະທີ່ ກົມອຸຕຸນິຍົມວິທະຍາ ຟີລິບປິນ ເຕືອນວ່າ: ຈະມີຝົນຕົກ ເພີ່ມຕື່ມອີກ ໃນພື້ນທີ່ ມີຝົນຕົກໜັກ ຢູ່ແລ້ວ ເນື່ອງຈາກ ກວດພົບເຂດ ຄວາມກົດດັນ ອາກາດຕ່ຳໃໝ່ 2 ແຫ່ງ ເຮັດໃຫ້ມີຝົນຕົກ ຕໍ່ໄປອີກ ຫລາຍວັນ ໃນຕໍ່ໜ້ານີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL