KPL
ກອງປະຊຸມ ຄັ້ງທີ 37 ຄະນະ ກຳມະການ ລະຫວ່າງ ລັດຖະບານ ອາຊຽນ ກ່ຽວກັບ ສິດທິ ມະນຸດ ຫລື AICHR ຈັດຂຶ້ນຢູ່ ອິນໂດເນເຊຍ ເມື່ອບໍ່ດົນມານີ້ ເພື່ອປຶກສາ ຫາລື ກ່ຽວກັບ ສິດທິມະນຸດ ໃນພາກພື້ນ ລວມທັງ ບັນດາ ກົດໝາຍ ແລະ ຂໍ້ກຳນົດໃໝ່ ໃນລະດັບຊາດ
ຂປລ.ຕາມຂ່າວຈາກ ວິທະຍຸສາກົນ ຫວຽດນາມ, ກອງປະຊຸມ ຄັ້ງທີ 37 ຄະນະ ກຳມະການ ລະຫວ່າງ ລັດຖະບານ ອາຊຽນ ກ່ຽວກັບ ສິດທິ ມະນຸດ ຫລື AICHR ຈັດຂຶ້ນຢູ່ ອິນໂດເນເຊຍ ເມື່ອບໍ່ດົນມານີ້ ເພື່ອປຶກສາ ຫາລື ກ່ຽວກັບ ສິດທິມະນຸດ ໃນພາກພື້ນ ລວມທັງ ບັນດາ ກົດໝາຍ ແລະ ຂໍ້ກຳນົດໃໝ່ ໃນລະດັບຊາດ ຈາກນັ້ນ ບັນດາ ຜູ້ແທນ ຈາກອິນໂດເນເຊຍ,ມາເລເຊຍ,ມຽນມາ,ຟີລິບປິນ,ໄທ ແລະ ສສ ຫວຽດນາມ ສະເໜີ ບັນດາ ຂໍ້ລິເລີ່ມ ກ່ຽວກັບ ສິດທິມະນຸດ ເພື່ອກະກຽມ ໃຫ້ແກ່ ການພົບປະ ປະຈຳປີ ລະຫວ່າງ ບັນດາ ລັດຖະມົນຕີ ຕ່າງປະເທດ ອາຊຽນ ແລະ AICHR ທີ່ຈະຈັດຂຶ້ນ ໃນເດືອນ ກໍລະກົດນີ້ ແນໃສ່ ປຶກສາ ຫາລື ຮ່າງບົດ ລາຍງານປີ 2023 ຂອງ AICHR, ຖະແຫລງການ ຂອງ AICHR ທີ່ການພົບປະກັບ ບັນດາ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ແລະ ບັນດາ ລາຍການ, ການເຄື່ອນໄຫວ ບຸລິມະສິດ ຂອງ AICHR ໃນປີ 2024./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL