ຢູເອອີ ຕ້ອນຮັບນັກທ່ອງທ່ຽວ ສປຈີນ ເພີ່ມຂຶ້ນ 31%

20/02/2025 19:11
Email Print 154
KPL ສຳນັກເສດຖະກິດ ແລະ ການທ່ອງທ່ຽວຂອງ ສະຫະນະຄອນ ເອເມຣັດອາຣັບ (ຢູເອອີ) ລາຍງານວ່າ: ປີ 2024, ປະລິມານ ນັກທ່ອງທ່ຽວ ຊາວສປຈີນ ເດີນທາງຢ້ຽມຢາມ ປະເທດນີ້ ລວມມີ 8,24 ແສນເທື່ອຄົນ, ເພີ່ມຂຶ້ນ 31% ເມື່ອທຽບປີຕໍ່ປີ.

ຂປລ. ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກ​ເສດຖະກິດ ​ແລະ ການທ່ອງທ່ຽວຂອງ ສະຫະ​ນະຄອນ ​ເອ​ເມ​ຣັດອາຣັບ (ຢູ​ເອອີ) ລາຍ​ງານ​ວ່າ: ປີ 2024, ປະລິມານ ນັກ​ທ່ອງ​ທ່ຽວ ຊາວ​ສປຈີນ ​ເດີນທາງ​ຢ້ຽມຢາມ ປະ​ເທດ​ນີ້ ​ ລວມມີ 8,24 ​ແສນ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 31% ​ເມື່ອ​ທຽບປີ​ຕໍ່​ປີ.

          ຈຸດປະສົງຕົ້ນຕໍ ຂອງ ​ຢູ​ເອອີ  ເພື່ອດຶງ​ດູດ ​ນັກ​ທ່ອງ​ທ່ຽວ ຊາວ​ສປຈີນ ດ້ວຍ​ການ​ບໍລິການ ​ຊຳລະ​ເງິນ​  ຢ່າງສະດວກ, ​ພ້ອມດ້ວຍການເພິ່ມ​ຄູ່​ມື ທີ່​ ສາມາດ ສື່ສານ​ເປັນ​ພາສາ​ຈີນ​ໄດ້ ​ແລະ ຈັດການ​ພິ​ເສດ​ ໃນ​ໄລຍະ​ເທດສະການ ​ບຸນປີໃໝ່ ປະຈຳຊາດ ຈີນ ແລະ ການສະ​ແດງແສງ​ສີ ​ແລະ ​ແຈກ​ຊອງ​ແດງ ​ຫລື ອັງ​ເປົາ. ປະ​ລີ​ມານ​ນັກ​ທ່ອງ​ທ່ຽວ ສປຈີນ ເພີ່ມ​ຂຶ້ນ ເຮັດໃຫ້ ​ປະລິມານ ນັກ​ທ່ອງ​ທ່ຽວ ທັງ​ໝົດ​ ທີ່​ເດີນທາງ​ມາ​ຢ້ຽມຢາມ ​ເມືອງດູ​ໄບ ​ໃນ​ປີ 2024 ເພີ່ມຂຶ້ນສູ​ງ ເປັນ​ປະຫວັດສາດ ​ບັນລຸ 18,72 ລ້ານ​ເທື່ອ​ຄົນ , ​ເພີ່ມ​ຂຶ້ນ 9% ​ເມື່ອ​ທຽບ​ປີ​ຕໍ່​ປີ. /

KPL

ຂ່າວອື່ນໆ


Top