ສປຈີນ ຈະເປີດໃຊ້ສູນປະຊຸມ-ນິເທດສະການແຫ່ງໃໝ່

20/02/2025 19:13
Email Print 221
KPL ສູນກອງປະຊຸມ ແລະ ນິເທດສະການ ນານາຊາດເມືອງຫລວງ (CIECC) ໃນເຂດ ຊຸ່ນອີ້ ນະຄອນຫລວງ ປັກກິ່ງຂອງ ສປຈີນ ເພື່ອຈັດນິເທດສະການ ຄົບວົງຈອນ ພ້ອມທັງ ບູລະນະ ພື້ນທີ່ແຫ່ງນີ້ ເພື່ອຈັດສະແດງ, ສູນກອງປະຊຸມ ແລະ ໂຮງແຮມ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 19 ກຸມພາ, ສູນກອງປະຊຸມ ແລະ ນິເທດສະການ ນານາຊາດເມືອງຫລວງ (CIECC) ໃນເຂດ ຊຸ່ນອີ້ ນະຄອນຫລວງ ປັກກິ່ງຂອງ ສປຈີນ ເພື່ອຈັດນິເທດສະການ ຄົບວົງຈອນ ພ້ອມທັງ ບູລະນະ ພື້ນທີ່ແຫ່ງນີ້ ເພື່ອຈັດສະແດງ, ສູນກອງປະຊຸມ ແລະ ໂຮງແຮມ. ການກໍ່ສ້າງສູນກອງປະຊຸມ ແລະ ນິເທດສະການ ນານາຊາດ ເມືອງຫລວງ ໄດ້ເລີ່ມຂຶ້ນ ເມື່ອເດືອນກັນຍາ ປີ 2021 ແລະ ສຳເລັດ ໃນເດືອນທັນວາ ປີ 2024. ປັດຈຸບັນ, ພ້ອມແລ້ວ ທີ່ເປີດໃຊ້ງານໄດ້ແລ້ວ.

ໂດຍສູນກອງປະຊຸມ ແລະ ນິເທດສະການ ນານາຊາດເມືອງຫລວງ ຈະຈັດນິເທດສະການ ຄັ້ງທຳອິດໃນລະຫວ່າງ ວັນທີ 21-24 ກຸມພານີ້ ຊຶ່ງເປັນ ງານສະແດງ ຜະລິດຕະພັນ, ອຸປະກອນ ແລະ ການບໍລິການຍານພາຫະ ນະນານາຊາດຈີນ ຄັ້ງທີ 36./

KPL

ຂ່າວອື່ນໆ


Top