KPL
ຂປລ. ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກພະແນກຄຸ້ມຄອງການປູກຝັງ ແລະ ກັກກັນພືດ ທີ່ຂຶ້ນກັບຄະນະຮາກຖານກົມປູກຝັງ ໄດ້ສໍາເລັດລົງ ໃນວັນທີ 18 ກຸມພາ 2025 ຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ທະວີສິດ ບຸນຍາສຸກ ເລຂາໜ່ວຍພັກ ຄຸ້ມຄອງການປູກຝັງ ແລະ ກັກກັນພືດ, ມີ ສະຫາຍ ບຸນຈັນ ກົມບຸນຍະສິດ ຄະນະປະຈໍາພັກກະຊວງກະສິກໍາ ແລະ ປ່າໄມ້, ເລຂາຄະນະພັກຮາກຖານກົມປູກຝັງ, ມີຮອງເລຂາຄະນະພັກຮາກຖານກົມປູກຝັງ, ບັນດາສະມາຊິກພັກສໍາສົມບູນ-ສໍາຮອງ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ທະວີສິດ ບຸນຍາສຸກ ໄດ້ຜ່ານບົດລາຍງານການເມືອງ ການນໍາພາ-ຊີ້ ນໍາລວມ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ (2020-2024) ໂດຍໄດ້ຍົກໃຫ້ເຫັນຜົນ ງານທັງດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບາງໜ້າທີ່ວຽກງານ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ, ຈັດຕັ້ງປະຕິ ບັດວຽກງານໃນຕໍ່ໜ້າ ເປັນຕົ້ນ ວຽກຄຸ້ມຄອງການລົງທຶນດ້ານການປູກຝັງ, ວຽກກັກກັນພືດ, ວຽກງານຄຸ້ມຄອງໂຮງງານປຸງແຕ່ງພືດ ແລະ ວຽກງານຄຸ້ມຄອງແນວພັນພືດ.

ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຟັງການຜ່ານຮ່າງເອກະສານ ແຜນພັດທະນາ ປີ 2025-2029 ແລະ ເອກະສານບົດສໍາຫລວດການນໍາພາລວມ ຂອງຄະນະໜ່ວຍພັກ ເພື່ອເປັນແນວທາງໃນການສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຊຸດໃໝ່ ເຊິ່ງກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະພາບ ເລືອກເອົາ ສະຫາຍ ນາງ ພູເງິນ ໂພສາລາດ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ທັດສະນາລີ ສະພັງທອງ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ນາງ ມົນທິດາ ສີສົມພູ ເປັນຄະນະ, ທັງເປັນປະທານກວດກາພັກ.

ໃນຕອນທ້າຍ, ສະຫາຍ ບຸນຈັນ ກົມບຸນຍະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະໜ່ວຍພັກຊຸດເກົ່າ ທີ່ສາມາດຈັດຕັ້ງປະຕິບັດວຽກງານ ໄດ້ສໍາເລັດໃນຫລາຍດ້ານ ໂດຍສະເພາະ ວຽກຄຸ້ມຄອງການລົງທຶນດ້ານການປູກຝັງ, ວຽກງານກັກກັນພືດ, ວຽກງານຄຸ້ມຄອງໂຮງງານປຸງແຕ່ງພືດ ແລະ ວຽກງານອື່ນໆ. ພ້ອມທັງ ສະເໜີໃຫ້ ຄະນະໜ່ວຍພັກຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ວຽກງານການເມືອງແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ກໍາແໜ້ນແນວທາງ ນະໂຍບາຍຂອງ ພັກ-ລັດ, ສືບຕໍ່ປັບປຸງແບບແຜນການນໍາພາໃຫ້ມີຄວາມສອດຄ່ອງກັບໜ້າວຽກຕົວຈິງ, ສືບຕໍ່ຮັກສາຄວາມສາມັກຄີພາຍໃນພັກ ຕິດພັນກັບການປະຕິບັດໜ້າ ທີ່ການເມືອງ ແລະ ວິຊາສະເພາະ ເພື່ອພ້ອມກັນຈັດຕັ້ງປະຕິບັດ ແຜນພັດທະນາ 5 ປີ ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຂໍ້ມູນ-ພາບ: ຂ່າວສານກະສິກຳ-ປ່າໄມ້
KPL