KPL
ຂປລ. ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການດໍາເນີນຄະດີອາຍາ ລະຫວ່າງ ອົງການໄອຍະການປະຊາຊົນສຸດສູງ (ອອປສ) ແລະ ໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດ ທີ່ປົກຄອງດ້ວຍກົດໝາຍ ໃນຂົງເຂດຍຸຕິທຳ ຈັດຂຶ້ນໃນວັນທີ 20 ກຸມພາ 2025

ຂປລ. ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການດໍາເນີນຄະດີອາຍາ ລະຫວ່າງ ອົງການໄອຍະການປະຊາຊົນສຸດສູງ (ອອປສ) ແລະ ໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດ ທີ່ປົກຄອງດ້ວຍກົດໝາຍ ໃນຂົງເຂດຍຸຕິທຳ ຈັດຂຶ້ນໃນວັນທີ 20 ກຸມພາ 2025 ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຮາຢາໂຕະ ຢາໂອອິຕະ ຫົວໜ້າໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດທີ່ປົກຄອງດ້ວບກົດໝາຍໃນຂົງເຂດຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການແລກປ່ຽນຂໍ້ມູນຄັ້ງນີ້, ເປັນການຈັດຕັ້ງຜັນຂະຫຍາຍະຕິ ຂອງສະພາແຫ່ງຊາດກ່ຽວກັບ ການປະເມີນກົດໝາຍ ໂດຍມອບໃຫ້ອົງການ ໄອຍະການປະຊາຊົນສູງສຸດປະເມີນ ແລະ ປັບປຸງກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ. ໃນປີ 2025 ອົງການໄອຍະການປະຊາຊົນສູງສຸດ ໄດ້ຄົ້ນຄວ້າ ແລະ ປັບປຸງກົດໝາຍດັ່ງກ່າວ, ເປັນການປະກອບສ່ວນ ໃນການກະກຽມຄວາມພ້ອມ ໃນການປັບປຸງກົດໝາຍ ການດຳເນີນຄະດີອາຍາ. ພ້ອມນີ້, ທັງເປັນການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາ ການດຳເນີນຄະດີອາຍາ ຂອງອົງການໄອຍະການປະຊາຊົນ ໃຫ້ມີປະສິດທິພາບ. ໂອກາດນີ້, ສອງຝ່າຍໄດ້ປຶກສາຫາລື ໃນ 4 ຫົວຂໍ້ສຳຄັນຄື: ສ້າງຄວາມເຂັັ້ມແຂງໃຫ້ແກ່ ພະນັກງານໄອຍະການປະຊາຊົນ ໃນການຕິດຕາມກວດກາ ການດຳເນີນຄະດີຢາເສບຕິດ, ການສັັ່ງຟ້ອງຜູ້ກະທຳຜິດ ແລະ ການຖະແຫລງຂຶ້ນສານ; ການຊຸກຍູ້ ແລະ ສ້າງຄວາມເຂັັ້ມແຂງດ້ານວິຊາການ ໃຫ້ແກ່ພະນັກງານໄອຍະການປະຊາຊົນ ໃນການເຂົ້າຮ່ວມປະຊຸມສານ ໂດຍສະເພາະແມ່ນ ການໂຕ້ຖຽງໃນທີ່ປະຊຸມສານ; ຍົກສູງຄຸນນະພາບວຽກງານຕິດ ຕາມກວດກາການດຳເນີນຄະດີອາຍາ, ການອອກຄຳສັັ່ງເປີດ ການການສືບສວນ-ສອບສວນ, ການຕໍ່ກໍານົດເວລາການສືບສວນ-ສອບສວນ, ການອອກຄໍາສັ່ງກັກຂັງພາງ, ການຕໍ່ກໍານົດເວລາການກັກຂັງພາງ; ຕິດຕາມກວດກາການໂຈະການດໍາເນີນຄະດີ ແລະ ການຊັດມ້ຽນຄະດີ.

ໃນກອງປະຊຸທ, ທ່ານ ບຸນທັນ ບຸນທະວິໄລ ໄດ້ມີຄຳເຫັນທິດຊີ້ນຳ ໃຫ້ຜູ້ເຂົ້າຮ່ວມ ເອົາໃຈໃສ່ຮັບຟັງ, ຄົ້ນຄວ້າ, ປະກອບຄໍາເຫັນ, ປຶກສາຫາລືແລກປ່ຽນກັນຢ່າງກວ້າງຂວາງ ແລະ ກົງໄປກົງມາ ກັບຜູ້ຊ່ຽວຊານ ເພື່ອເປັນການຖອດຖອນບົດຮຽນ ໂດຍສະເພາະຜູ້ທີ່ມີປະສົບການ ໃນການເຮັດວຽກຕົວຈິງທີ່ໄດ້ປະສົບພົບພໍ້ ເຖິງຄວາມຫຍຸ້ງຍາກ ໃນການດໍາເນີນຄະດີອາຍາ ໃນໄລຍະຜ່ານມາ ເພື່ອເປັນບ່ອນອີງໃນການຄົ້ນຄວ້າປັບປຸງ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ, ຍົກສູງຄຸນນະພາບ, ຮັບປະກັນໃນການດຳເນີນຄະດີອາຍາ ໃຫ້ມີຄວາມເຂັ້ມແຂງ.
ຂ່າວ-ພາບ: ອອປສ
KPL