KPL
ສາຍການບິນທຽນຈິນ ແອຣ ຄາຣໂກ ຂອງສປຈີນ ເປີດໃຫ້ບໍລິການ ເສັ້ນທາງບິນ ຂົນສົ່ງສິນຄ້າ ລະຫວ່າງ ປະເທດໃໝ່ 2 ສາຍ ເພື່ອເຊື່ອມຕໍ່ ເມືອງ ກຸ້ຍຫຍາງແຂວງກຸຍໂຈວ ທາງພາກຕາເວັນຕົກສຽງໃຕ້ ຂອງ ສປຈີນ ເຂົ້າກັບ ເມືອງຢ່າງກຸ້ງ ຂອງ ມຽນມາ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສາຍການບິນທຽນຈິນ ແອຣ ຄາຣໂກ ຂອງສປຈີນ ເປີດໃຫ້ບໍລິການ ເສັ້ນທາງບິນ ຂົນສົ່ງສິນຄ້າ ລະຫວ່າງ ປະເທດໃໝ່ 2 ສາຍ ເພື່ອເຊື່ອມຕໍ່ ເມືອງ ກຸ້ຍຫຍາງແຂວງກຸຍໂຈວ ທາງພາກຕາເວັນຕົກສຽງໃຕ້ ຂອງ ສປຈີນ ເຂົ້າກັບ ເມືອງຢ່າງກຸ້ງ ຂອງ ມຽນມາ ແລະ ເມືອງທາກາ ຂອງ ບັງກລາເທດ.
ໂດຍ ບໍລິສັດ ກຸ່ມອຸດສາຫະກຳ ການບິນ ພົນລະເຮືອນ ກຸ້ຍໂຈວ ຈໍາກັດ, ຜູ້ບໍລິຫານງານ ສະໜາມບິນສາກົນ ກຸ້ຍຫຍາງ, ຫລົງຕັງເປົ່າ ລະບຸວ່າ: ສາຍການບິນທຽນຈິນ ແອຣຄາຣໂກ ຈະໃຫ້ບໍລິການ ເສັ້ນທາງບິນຂົນສົ່ງສິນຄ້າ ໃໝ່ ດ້ວຍເຮືອບິນ ສິນຄ້າ ໂບອິງ 737-800 ເອຟ ດ້ວຍປະລິມານນໍ້ຳໜັກ ສູງສຸດເຖິງ 21 ໂຕນ ໂດຍມີກຳນົດບິນ 4-5 ຖ້ຽວບິນຕໍ່ອາທິດ ໃນແຕ່ລະເສັ້ນທາງ.
ສ່ວນຖ້ຽວບິນ ຂາເຂົ້າ ຈະຂົນສົ່ງ ຜະລິດຕະພັນ ສັດນໍ້າເຊັ່ນ: ປູ ແລະ ອື່ນໆ, ສ່ວນຖ້ຽວບິນຂາອອກ ຈະຂົນສົ່ງສິນຄ້າເສື້ອຜ້າ, ແຜ່ນແພ, ດອກໄມ້, ຊິ້ນສ່ວນເອເລັກໂຕຣນິກ ແລະ ກົນຈັກເປັນຫລັກ./
KPL