KPL
ສານອັງກິດ ໄດ້ອະນຸມັດ ເງິນກູ້ຢືມ ສຸກເສີນ ດ້ວຍມູນຄ່າ 3 ຕື້ປອນ ໃຫ້ແກ່ບໍລິສັດ ເທມວອດເທີ Thames Water Company, ຜູ້ໃຫ້ບໍລິການ ດ້ານລະບົບ ນໍ້າປະປາ ພາກເອກະຊົນ ຂະໜາດໃຫຍ່ສຸດ ຂອງ ປະເທດ ທີ່ ພວມຜະເຊີນກັບ ວິກິດການ ໜີ້ສິນ ຢ່າງໜັກ.
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ລອນດອນ ຂອງ ອັງກິດ ເມື່ອວັນທີ 18 ກຸມພາ, ສານອັງກິດ ໄດ້ອະນຸມັດ ເງິນກູ້ຢືມ ສຸກເສີນ ດ້ວຍມູນຄ່າ 3 ຕື້ປອນ ໃຫ້ແກ່ບໍລິສັດ ເທມວອດເທີ Thames Water Company, ຜູ້ໃຫ້ບໍລິການ ດ້ານລະບົບ ນໍ້າປະປາ ພາກເອກະຊົນ ຂະໜາດໃຫຍ່ສຸດ ຂອງ ປະເທດ ທີ່ ພວມຜະເຊີນກັບ ວິກິດການ ໜີ້ສິນ ຢ່າງໜັກ.
ບ້ວງເງິນກູ້ຢືມ ດັ່ງກ່າວ ເປັນການ ແກ້ໄຂບັນຫາ ໄລຍະສັ້ນ ເພື່ອໃຫ້ບໍລິສັດນີ້ ສາມາດ ດຳເນີການ ຕໍ່ໄປໄດ້ ຫລັງຈາກ ບໍລິສັດມີໜີ້ສິນ ເຖິງ 16 ຕື້ປອນ ແລະ ຜະເຊີນກັບບັນຫາ ເງິນທຶນ ທີ່ຈຳເປັນ ເພື່ອຫລີກລ່ຽງຄວາມຊ່ວຍເຫລືອ ຈາກພາກລັດ. ນອກນັ້ນ ບໍລິສັດນີ້ ຍັງຮຽກຮ້ອງໃຫ້ ໜ່ວຍງານ ກຳກັບດູແລນໍ້າ ຂອງ ອັງກິດ ດ້ວຍການປັບຂຶ້ນ ຄ່ານໍ້າປະປາ ແລະ ພວມຊອກຫາ ຂໍ້ສະເໜີ ໃນການ ຊື້ກິດຈະການ ເພື່ອຊ່ວຍປັບປຸງ ພື້ນຖານໂຄງລ່າງ ແລະ ປ່ຽນແປງສະຖານະການ ທີ່ມີຄວາມຫຍູ້ງຍາກລຳບາກຂອງບໍລິສັດນີ້. /
KPL