ສະມາຄົມທ່ອງທ່ຽວແຂວງຫລວງພະບາງ ເນັ້ນຜູ້ປະກອບການເອົາໃຈໃສ່ຮັກສາສິ່ງແວດລ້ອມ

24/06/2025 17:31
Email Print 150
KPL ຂປລ. ສະມາຄົມທ່ອງທ່ຽວ ແຂວງຫລວງພະບາງ ເປັນສະມາຄົມໜຶ່ງທີ່ເປັນຂົວຕໍ່ ລະຫວ່າງພາກລັດ ກັບຫົວໜ່ວຍທຸລະກິດ ດ້ານການບໍລິການການທ່ອງທ່ຽວ ເພື່ອທ້ອນໂຮມຄວາມສາມັກຄີ ທີ່ເຂົ້າມາລົງທຶນ ໃນຂະແໜ່ງການທ່ອງທ່ຽວ



ຂປລ. ສະມາຄົມທ່ອງທ່ຽວ ແຂວງຫລວງພະບາງ ເປັນສະມາຄົມໜຶ່ງທີ່ເປັນຂົວຕໍ່ ລະຫວ່າງພາກລັດ ກັບຫົວໜ່ວຍທຸລະກິດ ດ້ານການບໍລິການການທ່ອງທ່ຽວ ເພື່ອທ້ອນໂຮມຄວາມສາມັກຄີ ທີ່ເຂົ້າມາລົງທຶນ ໃນຂະແໜ່ງການທ່ອງທ່ຽວເຊັ່ນ: ບໍລິສັດທ່ອງທ່ຽວ
, ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ແຫລ່ງທ່ອງທ່ຽວ ແລະ ອື່ນໆ ພາຍໃຕ້ການຄຸ້ມຄອງຂອງພະແນກ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ. ທັງນີ້, ກໍເພື່ອເເປັນການປົກປັກຮັກສາ ຄວາມສະອາດສວຍງາມ ແລະ ຮັກສາສິ່ງແວດລ້ອມຕາມສະຖານທີ່ຕ່າງໆ.

ທ່ານ ກົງຈັກກີ ພັນທະສົມບັດ ປະທານສະມາຄົມທ່ອງທ່ຽວ ແຂວງຫລວງພະບາງ ໄດ້ໃຫ້ສໍາພາດເມື່ອບໍ່ດົນນີ້ວ່າ: ສະມາຄົມທ່ອງທ່ຽວ ແຂວງຫລວງພະບາງ ສ້າງຕັ້ງມາແຕ່ປີ 2006 ໃນເບື່ອງຕົ້ນມີ 13 ບໍລິສັດ, ມາຮອດປັດຈຸບັນມີສະມາຊິກ 45 ບໍລິສັດ ​ໃນ​ຈໍານວນ 123 ບໍລິສັດ​ໃນ​ທົ່ວ​ແຂວງ, ການສ້າງຕັ້ງສະມາຄົມທ່ອງທ່ຽວ ກໍເພື່ອໃຫ້ມີການຄຸ້ມຄອງ ແລະ ມີການຊ່ວຍເຫລື່ອເຊິ່ງກັນ ແລະ ກັນ ລະຫວ່າງພາກລັດ ກັບພາກທຸລະກິດ ໄດ້ຮ່ວມກັນປົກປັກຮັກສາຄວາມສະອາດສວຍງາມ, ຮັກສາສິ່ງ ແວດລ້ອມຕາມສະຖານທີ່ຕ່າງໆ ສົມກັບວ່າເປັນເມືອງທ່ຽວທ່ຽວ, ເມືອງມໍລະດົກໂລກ ເພື່ອໃຫ້ນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວແລ້ວປະທັບໃຈ. ປັດຈຸບັນ, ຢູ່ແຂວງຫລວງພະບາງ ລະດັບການບໍລິການຂອງໂຮງແຮມມີລະດັບ 2 ດາວຈົນຮອດ ລະດັບ 6 ດາວ. ພ້ອມນີ້, ການເດີ່ນທາງຂອງນັກທ່ອງທ່ຽວ ສ່ວນຫລາຍແມ່ນຂີ່ລົດໄຟລາວ-ຈີນ ​ເຊິ່ງສ້າງຄວາມສະດວກສະບາຍ ໃນການເດີນທາງໄປ-ມາ ລະຫວ່າງນະຄອນຫລວງພະບາງ ຫາ ແຂວງຕ່າງໆ.




ຕາມຂໍ້ມູນຂອງພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ ໃນໄລຍະ
5 ເດືອນຕົ້ນປີ 2025 ຜ່ານມາ, ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແຂວງ ຫລວງພະບາງ ທັງໝົດ 1.740.073 ເທື່ອຄົນ ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 981.678 ເທື່ອຄົນ, ຖ້າທຽບໃສ່ແຜນການປີທີ່ກຳນົດໄວ້ ບັນລຸໄດ້ 60,84% (2.860.269). ໃນນີ້, ມີນັກທ່ອງທ່ຽວພາຍໃນ 685.377 ເທື່ອຄົນ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 412.326 ເທື່ອຄົນ, ທຽບໃສ່ແຜນການປີບັນລຸ 66,13%  (1.036.331) ແລະ ນັກທ່ອງທ່ຽວສາກົນ 1.054.697 ເທື່ອຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານ ມາເພີ່ມຂຶ້ນ 569.353 ເທື່ອຄົນ, ທຽບໃສ່ແຜນການປີບັນລຸໄດ້ 57,82% (1.823.938).

ຂ່າວ-ພາບ: ວີລະວັນ

KPL

ຂ່າວອື່ນໆ


Top