KPL
ຂປລ. ເມື່ອບໍ່ດົນມານີ້, ກະຊວງອຸດສາຫະກໍາ ແລະ ການຄ້າ ນຳໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມຄະນະ ໄດ້ເດີນທາງໄປແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດ ວຽກງານການຈົດທະບຽນສິດທິບັດເອີຣົບ ກັບ ກະຊວງການຄ້າ ກໍາປູເຈຍ ທີ່ສຽມຣຽບ ປະເທດກໍາປູເຈຍ

ຂປລ. ເມື່ອບໍ່ດົນມານີ້, ກະຊວງອຸດສາຫະກໍາ ແລະ ການຄ້າ ນຳໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມຄະນະ ໄດ້ເດີນທາງໄປແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດ ວຽກງານການຈົດທະບຽນສິດທິບັດເອີຣົບ ກັບ ກະຊວງການຄ້າ ກໍາປູເຈຍ ທີ່ສຽມຣຽບ ປະເທດກໍາປູເຈຍ ໂດຍ ທ່ານ ອຸກ ປຣາເຈຍ ເລຂາທິການລັດ ປະຈໍາກະຊວງການຄ້າ ກໍາປູເຈຍ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ.
ໂອກາດດັ່ງກ່າວ, ທັງສອງຝ່າຍ ໄດ້ແລກປ່ຽນ ແລະ ປຶກສາຫາລື ການຈັດຕັ້ງປະຕິບັດວຽກງານ ຈົດທະບຽນສິດທິບັດເອີຣົບ ລະຫວ່າງ ສອງປະເທດ ເປັນຕົ້ນ ແມ່ນຂອດການປັບປຸງນິຕິກໍາ ທີ່ກ່ຽວ ຂ້ອງພາຍໃນປະເທດ, ຂັ້ນຕອນການຈົດທະບຽນ, ຜົນປະໂຫຍດທີ່ໄດ້ຮັບຈາກການເຊັນສັນຍາ, ລວມເຖິງບາງສິ່ງທ້າທາຍ ທີ່ຕ້ອງກະກຽມຄວາມພ້ອມ ໃນການແກ້ໄຂບັນຫາທີ່ອາດຈະເກີດຂຶ້ນ ເພື່ອໃຫ້ ສປປ ລາວ ໄດ້ຖອດຖອນບົດຮຽນຮອບດ້ານ.

ປະເທດກໍາປູເຈຍ ເປັນປະເທດທໍາອິດໃນອາຊຽນ ທີ່ໄດ້ເຊັນສັນຍາ ວ່າດ້ວຍການຮັບຮອງສິດທິບັດ ເອີຣົບ ໃນວັນທີ 13 ກໍລະກົດ 2017 ຜ່ານມາ, ເຫັນໄດ້ວ່າ ຕົວເລກຂອງການສະເໜີຄໍາຮ້ອງຂໍ ປົກປ້ອງວຽກງານສິດທິບັດ ຢູ່ໃນປະເທດກໍາປູເຈຍ ເພີ່ມຂຶ້ນເປັນຈໍານວນຫລາຍ, ສະຖິຕິ ຈາກປີ 2017 ຫາ 2024 ລວມທັງໝົດ 4.919 ຄໍາຮ້ອງ ເຊິ່ງສາມາດສ້າງລາຍຮັບເຂົ້າສູ່ປະເທດກໍາປູເຈຍ ຈໍານວນ 664.065 ໂດລາສະຫະລັດ. ສໍາລັບ ສປປ ລາວ ໄດ້ເຊັນສັນຍາດັ່ງກ່າວ ໃນວັນທີ 13 ພຶດສະພາ 2024 ເຊິ່ງມີຜົນບັງຄັບໃຊ້ ເລີ່ມຕັ້ງແຕ່ວັນທີ 1 ເມສາ 2025 ນີ້ເປັນຕົ້ນໄປ.
ໃນໂອກາດເຄື່ອນໄຫວ ທີ່ປະເທດກໍາປູເຈຍ ທ່ານ ນາງ ຈັນສຸກ ເເສງພະຈັນ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີ ມອບ-ຮັບ ປະທານໜ່ວຍງານ ຊັບສິນທາງປັນຍາອາຊຽນ (AWGIPC) ລະຫວ່າງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໃຫ້ແກ່ ທ່ານ ຊູນ ວີເຈຍ ຫົວໜ້າກົມຊັບສິນທາງປັນຍາ, ລາດຊະອານາຈັກ ກໍາປູເຈຍ ອີກດ້ວຍ.
ຂໍ້ມູນ-ພາບ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ
KPL