KPL
ຂປລ. ກະຊວງການຕ່າງປະເທດ ເຜີຍແຜ່ຜົນສຳເລັດກອງປະຊຸມວຽກງານ ກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈໍາປີ 2024 ແລະ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໃນວັນທີ 13 ພຶດສະພາ 2025

ຂປລ. ກະຊວງການຕ່າງປະເທດ ເຜີຍແຜ່ຜົນສຳເລັດກອງປະຊຸມວຽກງານ ກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈໍາປີ 2024 ແລະ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໃນວັນທີ 13 ພຶດສະພາ 2025 ໂດຍການເປັນປະ ທານ ແລະ ເຜີຍແຜ່ເອກະສານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ, ຄະນະນຳ, ຄະ ນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະ ເທດ ເຂົ້າຮ່ວມຮັບຟັງ.

ໃນພິທີ ສະຫາຍ ວັນດີ ບຸດສະດີ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານບົດລາຍງານການປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໃນ 1 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດ, ດ້ານດີ, ດ້ານອ່ອນ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ແລະ ໄດ້ກໍານົດທິດທາງວຽກງານໃນ 1 ປີຕໍ່ໜ້າ ແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງຂອງວຽກງານພະນັກ ງານ ເພື່ອສືບຕໍ່ນຳພາຂະແໜງການຕ່າງປະເທດ ໃຫ້ໄປຕາມແນວທາງ ແລະ ນະໂຍບາຍທີ່ພັກວາງໄວ້.
ຈາກນັ້ນ, ສະຫາຍ ທອງສະຫວັນ ພົມວິຫານ ກໍໄດ້ເຜີຍແຜ່, ເຊື່ອມຊຶມ ຜົນສຳເລັດກອງປະ ຊຸມວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈໍາປີ 2024 ແນ ໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ໄດ້ຮັບຮູ້ ແລະ ເຂົ້າ ໃຈ ຢ່າງເປັນເອກະພາບຕໍ່ເນື້ອໃນ ຜົນສໍາເລັດຂອງກອງປະຊຸມດັ່ງກ່າວ ແລະ ນໍາໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ຂອງຕົນ ແນໃສ່ເສີມຂະຫຍາຍດ້ານຕັ້ງໜ້າ, ແກ້ໄຂຂໍ້ຄົງຄ້າງ ແລະ ສິ່ງຫຍໍ້ທໍ້ຕ່າງໆ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ພາຍຫລັງສໍາເລັດການເຜີຍແຜ່ເອກະສານແລ້ວ, ກໍມີພິທີມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງການຕ່າງປະເທດ ໂດຍມີບັນດາໜ່ວຍພັກ ສາມາດຍາດໄດ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024 ທັງໝົດ 38 ໜ່ວຍພັກ ຈາກ 59 ໜ່ວຍພັກ ກວມເອົາ 64%. ນອກນັ້ນ, ບັນດາໜ່ວຍພັກພາຍໃນ ກະຊວງການຕ່າງປະເທດ ໄດ້ຂຶ້ນຈັບມືແຂ່ງຂັນ ເພື່ອພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດ ແຜນການກໍ່ສ້າງໜ່ວຍພັກປອດໃສ ປະຈໍາປີ 2025 ໃຫ້ມີຜົນສໍາເລັດສູງ, ທັງຮັບປະກັນດ້ານປະລີມານ ແລະ ຄຸນນະພາບຕາມທິດນໍາຂອງຂັ້ນເທິງໄດ້ວາງໄວ້.

ໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍໄດ້ໂອ້ລົມ ແລະ ເຜີຍແຜ່-ຊີ້ນໍາກ່ຽວກັບການ ຈັດຕັ້ງປະຕິບັດຄຳແນະນຳກ່ຽວກັບ ການສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະບັບປັບປຸງໃໝ່, ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນປີ 2025 ໂດຍໄດ້ເນັ້ນໜັກໃຫ້ເພີ່ມທະວີ ຄວາມເອົາໃຈໃສ່ເສີມຂະຫຍາຍດ້ານດີ ແລະ ເອົາໃຈໃສ່ປັບປຸງດ້ານຄົງຄ້າງ ໃນວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອຮັບປະກັນໄດ້ດ້ານປະລິມານ ແລະ ຄຸນນະພາບຕາມທິດນໍາຂອງຂັ້ນເທິງ ເພື່ອຮັບປະກັນໃຫ້ການຈັດຕັ້ງ ຂະແໜງການຕ່າງປະເທດ ໂດຍສະເພາະແມ່ນບັນດາໜ່ວຍພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງ 4 ດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ດ້ານແບບແຜນນຳພາວິທີເຮັດວຽກ ໃຫ້ມີບາດກ້າວໃໝ່ຂຶ້ນໄປເລື້ອຍໆ.
ພາບ: ຂັນໄຊ
KPL