KPL
ຂປລ. ໃນໂອກາດຕິດຕາມຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າພິເສດຂອງປະທານປະເທດ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມພິທີສະເຫລີມສະຫລອງ ວັນໄຊຊະນະທີ່ຍິ່ງໃຫຍ່ ຂອງປະຊາຊົນໂຊວຽດ

ຂປລ. ໃນໂອກາດຕິດຕາມຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າພິເສດຂອງປະທານປະເທດ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມພິທີສະເຫລີມສະຫລອງ ວັນໄຊຊະນະທີ່ຍິ່ງໃຫຍ່ ຂອງປະຊາຊົນໂຊວຽດ ກໍຄື ປະຊາຊົນຣັດເຊຍ ໃນສົງຄາມປ້ອງກັນປິຕິພູມ ຄົບຮອບ 80 ປີ, ໃນວັນທີ 8 ພຶດສະພາ 2025, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຮັບການຕ້ອນຮັບ ແລະ ພົບປະກັບ ສະຫາຍ ອັນເດຼ ຄຼີມົບ ກໍາມະການກົມການເມືອງຂອງສະພາສູງສຸດ ຂອງພັກຣັດເຊຍເອກະພາບ, ຮອງປະທານຄະນະກໍາມາທິການຕ່າງປະເທດ ຂອງສະພາສະຫະພັນ ແຫ່ງ ສະຫະພັນຣັດເຊຍ.
ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ສະຫລຸບຕີລາຄາສູງຕໍ່ຜົນສຳເລັດ ຂອງການພົວພັນຮ່ວມມື ລະຫວ່າງ ພັກປະຊາຊົນລາວ ແລະ ພັກຣັດເຊຍເອກະພາບ ໃນໄລຍະຜ່ານມາ ໃນການຈັດຕັ້ງປະຕິບັດ ອະນຸສັນຍາ ວ່າດ້ວຍການເປີດກວ້າງ ແລະ ລົງເລິກການຮ່ວມມືຮອບດ້ານ ໃນສົກປີ 2023-2025. ພ້ອມກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບແຜນງານການເຄື່ອນໄຫວຂອງສອງພັກ ໃນຕໍ່ໜ້າ ແລະ ໄດ້ຕາງໜ້າໃຫ້ແກ່ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ລົງນາມຮ່ວມກັນກັບ ຄູ່ຮ່ວມຕໍາແໜ່ງຂອງພັກຣັດເຊຍເອກະພາບ ໃນອະນຸສັນຍາ ວ່າດ້ວຍການເປີດກວ້າງ ແລະ ລົງເລິກການຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກຣັດເຊຍເອກະພາບ ໃນສົກປີ 2025-2027 ເພື່ອເປັນບ່ອນອີງທີ່ສໍາຄັນໃຫ້ການເຄື່ອນໄຫວຮ່ວມມື ລະຫວ່າງ ສອງພັກ ໃນລະຍະ 3 ປີ ໃນຕໍ່ໜ້າ.
ຂ່າວ-ພາບ: ຄຕພ
KPL