ທົບທວນຄືນ ການຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດກົດໝາຍຂອງ ສພຊ

13/05/2025 16:56
Email Print 128
KPL ຂປລ. ສານປະຊາຊົນສູງສຸດ (ສປສສ) ຮ່ວມກັບ ກຳມາທິການຍຸຕິທຳ ສະພາແຫ່ງຊາດ (ສພຊ) ຈັດກອງປະຊຸມຕິດຕາມ ກວດກາ ການປະຕິບັດກົດໝາຍຂອງສະພາແຫ່ງຊາດ ໃນວັນທີ 12 ພຶດສະພາ 2025 ໂດຍການເປັນປະທານຂອງ



ຂປລ. ສານປະຊາຊົນສູງສຸດ (ສປສສ) ຮ່ວມກັບ ກຳມາທິການຍຸຕິທຳ ສະພາແຫ່ງຊາດ (ສພຊ) ຈັດກອງປະຊຸມຕິດຕາມ ກວດກາ ການປະຕິບັດກົດໝາຍຂອງສະພາແຫ່ງຊາດ ໃນວັນທີ
12 ພຶດສະພາ 2025 ໂດຍການເປັນປະທານຂອງ ທ່ານ ນາງ ທຸມມະລີ ວົງພະຈັນ ປະທານກຳມາທິການຍຸຕິທຳ ສະ ພາແຫ່ງຊາດ, ທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສານປະຊາ ຊົນສູງສຸດ, ມີຫົວໜ້າຄະນະສານ, ຫົວໜ້າກົມ ​ແລະ ຜູ້ພິພາກສາ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດ ກ່ຽວກັບການຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດກົດໝາຍ ເປັນຕົ້ນ ການປະຕິບັດຫລັກການໂຕ້ແຍ່ງ-ໂຕ້ຖຽງ, ການປະຕິ ບັດມະຕິກອງປະຊຸມແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ທິດທາງແຜນ ການ ປະຈຳປີ 2025  ສະບັບເລກທີ 141/ສພຊ, ລົງວັນທີ 11 ທັນວາ 2024.



ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວ
ໃຫ້ມີຜົນສຳເລັດ, ປະທານສານປະຊາຊົນສູງສຸດ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ລົງຕິດຕາມຊຸກຍູ້ ການໂຕ້ແຍ່ງ-ໂຕ້ຖຽງ ໃນທີ່ປະຊຸມສານ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ຄະນະຮັບຜິດຊອບໄດ້ລົງຕິດຕາມ ຊຸກຍູ້ການໂຕ້ແຍ່ງ-ໂຕ້ຖຽງ ໃນທີ່ປະຊຸມສານ ໄດ້ 7 ແຂວງ ແລະ 19 ເຂດ ໂດຍໄດ້ເຊີນເອົາສະມາຊິກສະພາແຫ່ງຊາດ, ສະ ມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງແຂວງ, ນະຄອນຫລວງວຽງຈັນ ແລະ ປະຈຳເມືອງ ເຂົ້າຮ່ວມຕິດຕາມນຳ ເພື່ອລົງຕິດຕາມຊຸກຍູ້ໃຫ້ເຫັນຂັ້ນຕອນ, ວິທີການດຳເນີນຄະດີ ຢູ່ສານປະຊາຊົນແຂວງ, ສານປະຊາຊົນເຂດ ໃນການຈັດຕັ້ງປະຕິບັດຕາມກົດໝາຍກຳນົດ ໂດຍສະເພາະ ການໃຫ້ສິດ ແກ່ໂຈດ, ຈຳເລີຍ, ບຸກຄົນທີສາມ ໄດ້ມີການປະກອບຂໍ້ມູນຫລັກຖານ ນຳມາໂຕ້ແຍ່ງ-ໂຕ້ຖຽງ ຕໍ່ເຫດ ການ, ຂໍ້ສະເໜີ ຫລື ຂໍ້ມູນຫລັກຖານ ທີ່ຖືເປັນປະເດັນ ຂອງແຕ່ລະຝ່າຍທີ່ສະເໜີມານັ້ນ ຢ່າງເລິກເຊິ່ງ, ຄົບຖ້ວນ ແລະ ໝົດຈິດໝົດໃຈຂອງທັງສອງຝ່າຍ, ຖືເອົາຜົນຂອງການໂຕ້ແຍ່ງ-ໂຕ້ຖຽງ ເປັນບ່ອນອີງໃນການພິຈາລະນາຕັດສິນ ແລະ ພິພາກສາ ໃຫ້ລະອຽດ, ຈະແຈ້ງ ແລະ ຖືກຕ້ອງ ໂດຍສະເພາະຢູ່ຂັ້ນຕົ້ນ ແລະ ຂັ້ນອຸທອນ, ຮັບປະກັນໃຫ້ຜູ້ພິພາກສາ ໄດ້ນຳໃຊ້ທຸກຂັ້ນຕອນ, ວິທີການພິຈາລະນາແກ້ໄຂຄະດີ ໃຫ້ມີຄວາມແຈ້ງຂາວ, ຕັດສິນ ແລະ ພິພາກສາ ຢ່າງຖືກຕ້ອງ, ເປັນທຳ ແລະ ນຳໄປຈັດຕັ້ງປະຕິ ບັດໄດ້.

ຂໍ້ມູນ-ພາບ: ໜັງສືິພິມປະຊາຊົນ

KPL

ຂ່າວອື່ນໆ


Top