ປະຕິບັດໂຄງການ ສົ່ງເສີມສຸຂະພາບຈະເລີນພັນ -ສິດທິທາງເພດ ດ້ວຍກົນໄກໃໝ່ ຢູ່ 2 ແຂວງໃນລາວ

13/05/2025 15:50
KPL ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດ ດ້ວຍກົນໄກໃໝ່ ລະຫວ່າງ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ແລະ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຈັດຂຶ້ນໃນວັນທີ 12 ພຶດສະພາ 2025



ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດ ດ້ວຍກົນໄກໃໝ່ ລະຫວ່າງ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ແລະ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຈັດຂຶ້ນໃນວັນທີ
12 ພຶດສະພາ 2025 ໂດຍການລົງນາມລະຫວ່າງ ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ​ແລະທ່ານ ສຸພົນ ໄຊຍະວົງ ຜູ້ອຳນວຍການສະມາຄົມສົ່ງເສີມສຸຂະພາບຄອບຄົວ ໂດຍມີ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ທັງ​ນີ້, ກໍເພື່ອຮັບເອົາໂຄງການ ການສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດ ດ້ວຍກົນໄກໃໝ່ ເພື່ອຈັດຕັ້ງປະຕິບັດຢູ່ ແຂວງບໍ່ແກ້ວ ແລະ ​ແຂວງຫລວງນໍ້າທາ ໂດຍເລີ່ມຈັດຕັ້ງປະຕິ ບັດໃນປີ  2025 ຫາ ເດືອນມິຖຸນາ 2028, ລວມມູນຄ່າ 2.​896.000 ໂດລາອົດສະຕຣາລີ ໂດຍການສະໜັບສະໜູນ ຈາກກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ຜ່ານສະຫະພັນວາງແຜນຄອບຄົວສາກົນ.

ໂອກາດນີ້, ທ່ານ ນາງ ຈັນສີ ພິມພະຈັນ ປະທານສະມາຄົມສົ່ງເສີມສຸຂະພາບຄອບຄົວ ​ໄດ້ກ່າວວ່າ: ໂຄງການນີ້, ຈະປະຕິບັດໃນ 2 ແຂວງ, 8 ເມືອງ, 8 ໂຮງໝໍເມືອງ, 70 ສຸກສາລາ ແລະ 303 ບ້ານ, ປົກຄຸມປະຊາກອນ 512.500 ຄົນ, 85% ຂອງຊົນເຜົ່າ, ໃນພື້ນທີ່ພູດອຍ ແລະ ຫ່າງໄກສອກຫລີກ. ໄລຍະຂອງໂຄງການ ແມ່ນນັບແຕ່ ມື້ເຊັນບົດບັນທຶກຄວາມເຂົ້າໃຈ ຈົນຮອດເດືອນມິຖຸນາ ປີ 2028 ແລະ ງົບປະມານ ທັງໝົດ 2.896.000 ໂດລາອົດສະຕຣາລີ. ພ້ອມ​ນີ້, ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປະສານງານທີ່ດີກັບພາກລັດທຸກໆຂັ້ນ ໃນການຈັດຕັ້ງປະຕິບັດທຸກໆ ກິດຈະກຳພາຍໃນໂຄງການດັ່ງກ່າວ ໃຫ້ສຳເລັດຢ່າງມີປະສິດທິຜົນ.

ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດ ດ້ວຍກົນໄກໃໝ່ ສອດຄ່ອງກັບນະ ໂຍບາຍແຫ່ງຊາດ ດ້ານສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ ແມ່ ແລະ ເດັກ. ນອກຈາກນີ້, ໂຄງການຍັງໄດ້ສົ່ງເສີມສິດທິທາງເພດ, ຄວາມເທົ່າທຽມບົດບາດຍິງ-ຊາຍເຊັ່ນ: ສົ່ງເສີມໃຫ້ແມ່ຍິງ ແລະ ເດັກຍິງ ເຂົ້າເຖິງການບໍລິການສຸຂະພາບທີ່ມີຄຸນນະພາບ, ລຶບລ້າງອຸປະສັກທາງດ້ານວັດທະນະທຳ ຫລື ສັງຄົມທີ່ກີດຂວາງ ຕໍ່ການເຂົ້້າເຖິງການບໍລິການສຸຂະພາບ ແລະ ຮັບປະກັນວ່າກຸ່ມຊົນເຜົ່າ, ຄົນພິການ ແລະ ຜູ້ດ້ອຍໂອກາດໄດ້ຮັບຜົນປະໂຫຍດຢ່າງຍຸຕິທຳ.

ລັດຖະບານລາວ ໄດ້ກໍານົດເອົາແຜນງານ ດ້ານສຸຂະພາບແມ່ ແລະ ເດັກ ເປັນແຜນງານບຸລິມະ ສິດ, ໃນບັນດາ 11 ຕົວຊີ້ບອກທີ່ໄດ້ກໍານົດໂດຍສະພາແຫ່ງຊາດ ເພື່ອຕິດຕາມຄວາມຄືບໜ້າຂອງຂະ   ແໜງການສາທາລະນະສຸກ ເພື່ອກ້າວໄປສູ່ການຫລຸດພົ້ນ ອອກຈາກປະເທດດ້ອຍພັດທະນາ ແລະ ການປົກຄຸມສຸຂະພາບທົ່ວປວງຊົນ. ເປົ້າໝາຍການພັດທະນາແບບຍືນຍົງ ມີ 7 ຕົວຊີ້ບອກທີ່ໄດ້ສຸມໃສ່ວຽກງານ ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ຊຶ່ງເປັນການເນັ້ນເຖິງຄວາມສໍາຄັນຂອງວຽກງານສຸຂະພາບຈະເລີນພັນ. ນອກຈາກນີ້, ການໃຫ້ບໍລິການການຫລຸລູກປອດໄພ ແມ່ນການຈັດການ ແລະ ປະຕິບັດມາດຕະການຕ່າງໆ ເພື່ອປ້ອງກັນອັນຕະລາຍ ທີ່ອາດເກີດຂຶ້ນແກ່ຄົນເຈັບ ໃນເວລາທີ່ມາຮັບບໍລິການ. ການດໍາເນີນງານດ້ານນີ້, ລວມມີການປະເມີນຄວາມສຽງ, ການກໍ່ສ້າງລະ ບົບຄວາມປອດໄພ, ການອົບຮົມພະນັກງານໃຫ້ມີຄວາມຮູ້, ຄວາມສາມາດໃນການປ້ອງກັນ ແລະ ຕອບໂຕ້ສະຖານະການຕ່າງໆ ຢ່າງທັນການ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ


Top