ກ້ອນກຳລັງສວນສະໜາມ ກອງທັບລາວ ຝຶກຊ້ອມເດີນສວນສະໜາມ ຢູ່ຫວຽດນາມ

24/04/2025 12:17
Email Print 157
KPL ຂປລ. ຕອນແລງວັນທີ 22 ເມສາ 2025 ຜ່ານ​ມາ, ກ້ອນກໍາລັງສວນສະໜາມ ກອງທັບປະຊາ ຊົນລາວ ນຳໂດຍ ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານກອງພັນໃຫຍ່ 11, ຫົວໜ້າຄະນະຊີ້ນຳກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ນຳພາກ້ອນ ກຳລັງສວນສະໜາມ ກອງທັບປະຊາຊົນລາວ ຝຶກຊ້ອມເດີນຂະບວນສວນສະໜາມຕົວຈິງ ຢູ່ຕົວເມືອງ ນະ ຄອນ ໂຮ່ຈີ່​ມິ​ງ ສສ ຫວຽດນາມ ​ເພື່ອ​ກຽມ​ຄວາມ​ພ້ອມເຂົ້າຮ່ວມໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ



ຂປລ. ຕອນແລງວັນທີ
22 ເມສາ 2025 ຜ່ານ​ມາ, ກ້ອນກໍາລັງສວນສະໜາມ ກອງທັບປະຊາ ຊົນລາວ ນຳໂດຍ ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານກອງພັນໃຫຍ່ 11, ຫົວໜ້າຄະນະຊີ້ນຳກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ນຳພາກ້ອນ ກຳລັງສວນສະໜາມ ກອງທັບປະຊາຊົນລາວ ຝຶກຊ້ອມເດີນຂະບວນສວນສະໜາມຕົວຈິງ ຢູ່ຕົວເມືອງ ນະ ຄອນ ໂຮ່ຈີ່​ມິ​ງ ສສ ຫວຽດນາມ ​ເພື່ອ​ກຽມ​ຄວາມ​ພ້ອມເຂົ້າຮ່ວມໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ.




ການຝຶກຕົວຈິງຄັ້ງນີ້, ໃນທ່າມກາງບັນຍາກາດຟົດຟື້ນ ທີ່ມີປວງຊົນຊາວຫວຽດນາມ ຈຳນວນຫລວງຫລາຍ ລໍຖ້າຮັບຊົມການເດີນສວນສະໜາມ ຂອງບັນດາກ້ອນກຳລັງກອງທັບປະຊາຊົນລາວ
, ກ້ອນກຳລັງສວນສະໜາມກອງທັບຫວຽດນາມ ແລະ ກ້ອນກໍາລັງສວນສະໜາມ ກອງທັບກຳປູເຈຍ ​ເຊິ່ງການ​ຝຶກ​ຊ້ອມ​ຄັ້ງ​ນີ້, ກໍເພື່ອເປັນການເຮັດໃຫ້ກ້ອນກຳລັງສວນສະໜາມ ຂອງບັນດາກອງທັບດັ່ງກ່າວ ມີຄວາມຊິນເຄີຍກັບສະໜາມຫັດແອບຕົວຈິງ, ທັງເປັນການຝຶກກຳລັງແຮງກາຍ, ແຮງໃຈ, ເຮັດໃຫ້ກ້ອນກຳລັງກອງທັບປະຊາຊົນລາວ ຮັບປະກັນຄວາມພ້ອມ ໃນການເດີນສວນສະໜາມ ເຂົ້າຮ່ວມ ໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມຄົບຮອບ 50 ປີ ​ໃນວັນທີ 30 ເມສາ 2025 ທີ່ຈະມາເຖິງນີ້ ໃຫ້ມີຄຸນະພາບ ແລະ ໄດ້ຮັບໝາກຜົນສູງ.




ຂ່າວ-ພາບ: ມິກກີ້ ແກ້ວສຸວັນ

KPL

ຂ່າວອື່ນໆ


Top