KPL
ດັ່ງທີ່ຮູ້ນຳກັນວ່າ ຫລວງພະບາງ ແມ່ນເມືອງແຫ່ງມົນສະເໜ່, ມີຮີດຄອງປະເພນີ, ມີວັດທະນະທຳສວຍງາມ ແລະ ມີສະຖານທີ່ທ່ອງທ່ອງທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳເປັນຕົ້ນ ພະທາດພູສີ, ວັດຊຽງທອງ, ຫໍພິພິທະພັນຫລວງພະບາງ (ພະຣາຊະວັງເກົ່າ), ຕາດກວາງຊີ, ຕະຫລາດກາງຄືນ, ຖ້ຳຕິ່ງ....

*ດັ່ງທີ່ຮູ້ນຳກັນວ່າ ຫລວງພະບາງ ແມ່ນເມືອງແຫ່ງມົນສະເໜ່, ມີຮີດຄອງປະເພນີ, ມີວັດທະນະທຳສວຍງາມ ແລະ ມີສະຖານທີ່ທ່ອງທ່ອງທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳເປັນຕົ້ນ ພະທາດພູສີ, ວັດຊຽງທອງ, ຫໍພິພິທະພັນຫລວງພະບາງ (ພະຣາຊະວັງເກົ່າ), ຕາດກວາງຊີ, ຕະຫລາດກາງຄືນ, ຖ້ຳຕິ່ງ....ທີ່ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຍົກໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວ, ບໍ່ພຽງແຕ່ເທົ່ານັ້ນສິ່ງທີ່ດຶງດູດຈິດໃຈອີກຢ່າງໜຶ່ງທີ່ນັກທ່ອງທ່ຽວບໍ່ຄວນພາດນ້ັນຄື: ການໃສ່ບາດ, ການນຸ່ງເຄື່ອງແບບບູຮານ, ອາຫານການກິນ, ວິຖີຊີວິດຂອງປະຊາຊົນທ້ອງຖິ່ນ ແລະ ສິ່ງທີ່ເຮັດໃຫ້ຫລວງພະບາງແຕກຕ່າງຈາກບ່ອນອື່ນ ແມ່ນປະເພນີ, ວັດທະນະທຳ ແລະ ວິຖີດຳລົງຊີວິດແບບດັ້ງເດີມຂອງຊາວເມືອງຫລວງພະບາງ ລວມທັງສະຖາປັດ ຕະຍະກຳອັນເກົ່າແກ່ທີ່ຖືກປົກປັກຮັກສາໄວ້ຢ່າງດີ.

ອີງຕາມຂໍ້ມູນຈາກ ທ່ານນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖວທ ແຂວງໃຫ້ຮູ້ວ່າ: 3 ເດືອນ ປີ 2025 ທີ່ຜ່ານມາ, ມີນັກທ່ອງທ່ຽວເດີນທາງເຂົ້າມາທ່ຽວຊົມແຂວງຫລວງພະບາງ ທັງໝົດ 1.167.581 ເທື່ອຄົນ,ຖ້າທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 722.679 ເທື່ອຄົນ, ເທົ່າກັບ 162%; ນັກທ່ອງທ່ຽວພາຍໃນ 459.091 ເທື່ອຄົນ, ຖ້າທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 297.081 ເທື່ອ ຄົນ, ເທົ່າກັບ 183%, ນັກທ່ອງທ່ຽວສາກົນ 708.490 ເທື່ອຄົນ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 425.661 ເທື່ອຄົນ, ເທົ່າກັບ 232%, ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວ 584.665.369 ໂດລາສາຫະລັດ.

ໃນປີ 2024 ມີນັກທ່ອງທ່ຽວເດີນທາງເຂົ້າມາທ່ຽວຊົມແຂວງ ຫລວງພະບາງ ທັງໝົດ 2.326.758 ເທ່ືອຄົນລ່ືນຄາດໝາຍ 30,8% ຂອງແຜນປີທີ່ກໍານົດໄວ້ 1.778.758 ເທື່ອຄົນ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 1.297.060 ເທື່ອຄົນ ຫລື ເທົ່າກັບ 125,96%. ໃນນີ້ມີນັກທ່ອງທ່ຽວພາຍໃນ 775.424 ເທື່ອຄົນລື່ນຄາດໝາຍ 108% ຂອງແຜນການ (373.259 ເທື່ອຄົນ) ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 510.322 ເທື່ອຄົນເທົ່າກັບ 192,5%; ນັກທ່ອງທ່ຽວສາກົນ 1.551.334 ເທື່ອຄົນ ລື່ນຄາດໝາຍ 10% ຂອງແຜນການ ເທົ່າກັບ 1.405.499 ເທື່ອຄົນທຽບໃສ່ປີຜ່ານມາເພີ່ມຂຶ້ນ 786.798 ເທື່ອຄົນ, ເທົ່າກັບ 102,89%; ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວ 1.209.189.549 ໂດລາສະຫະລັດ.
KPL