KPL
ຂປລ. ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ເມສາ 2025 ໄດ້ໄຂຂຶ້ນໃນວັນທີ 24 ເມສາ 2025 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ, ຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ຕາງໜ້າການນຳບັນດາແຂວງ ແລະ ນະຄອນຫລວງວຽງຈັນ

ຂປລ. ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ເມສາ 2025 ໄດ້ໄຂຂຶ້ນໃນວັນທີ 24 ເມສາ 2025 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ, ຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ຕາງໜ້າການ ນຳບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2025 ເຊິ່ງຈະໄດ້ດໍາເນີນ ໃນລະຫວ່າງວັນທີ 24-25 ເມສາ 2025.
ກອງປະຊຸມໃນຄັ້ງນີ້, ເພື່ອພ້ອມກັນຄົ້ນຄວ້າ, ປຶກສາຫາລືປະກອບຄຳເຫັນ ແລະ ພິຈາລະນາ ຫລາຍຫົວຂໍ້ທີ່ສໍາຄັນ ເປັນຕົ້ນ ສະພາບພົ້ນເດັ່ນ ປະຈໍາເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2025 ຂອງລັດຖະບານ; ສະພາບການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2568, ແຜນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນໄລຍະ ປີ 2025-2030; ຮ່າງດໍາລັດວ່າດ້ວຍ ກອງທຶນຜະລິດສິນຄ້າ ຢູ່ ສປປ ລາວ; ຮ່າງກົດໝາຍວ່າດ້ວຍການປູກຝັງ; ຮ່າງແຜນງານແຫ່ງຊາດ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ; ຮ່າງວິໄສທັດຮອດ ປີ 2040 ແລະ ແຜນການຄຸ້ມຄອງນໍາໃຊ້ທີ່ດິນບໍລິເວນນໍ້າ ປີ 2025-2030.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນສະພາບການ ພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ຄາດເດົາໄດ້ຍາກ ໂດຍສະເພາະ ບັນຫາການຂຶ້ນອັດຕາພາສີນໍາເຂົ້າ ຂອງ ສ ອາເມລິກາ ຕໍ່ປະເທດຕ່າງໆ ເຮັດໃຫ້ເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວ ຍິ່ງມີຄວາມຜັນຜວນ ສົ່ງຜົນກະທົບເປັນວົງກວ້າງຂຶ້ນຕື່ມ. ສໍາລັບ ສປປ ລາວ ກໍຈະບໍ່ສາມາດ ຫລີກລ່ຽງ ຜົນກະທົບດັ່ງກ່າວໄດ້ ຊຶ່ງລັດຖະບານ ກໍໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອຄົ້ນຄວ້າບັນດາມາດຕະການຮັບມື, ວິທີການ ໃນການປ້ອງກັນ ແລະ ແກ້ໄຂຜົນກະທົບດັ່ງກ່າວ ແຕ່ຫົວທີ ແລະ ແກ້ໄຂບັນຫາຜົນກະທົບທີ່ເກີດຂຶ້ນມາແລ້ວ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດເຮົາ. ນອກຈາກນີ້, ຍັງມີບັນຫາໄພທໍາມະຊາດ ແຜ່ນດິນໄຫວຢູ່ປະເທດມຽນມາ, ໄຟໄໝ້ປ່າ, ພະຍາດລະບາດ ແລະ ອື່ນໆ ກໍຍັງຈະສືບຕໍ່ເປັນສິ່ງທ້າທາຍ ທີ່ຈະເປັນໄພ ຄຸກຄາມ ແລະ ສ້າງຜົນເສຍຫາຍ ຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຢູ່ຫລາຍປະເທດ.
ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຮຽກຮ້ອງ ໃຫ້ບັນດາທ່ານສະມາຊິກລັດຖະບານ ແລະ ຜູ້ຕາງໜ້າການນໍາອົງການປົກຄອງທ້ອງຖິ່ນ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ ແທດກັບສະພາບຄວາມເປັນຈິງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ປະສົບຜົນສຳເລັດ ຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ
KPL