KPL
ປະເທດຈີນ(China) ມີຊື່ຢ່າງເປັນທາງການວ່າ: ສາທາລະນະລັດ ປະຊາຊົນຈີນ(People's Republic of China), ມີນະຄອນ ຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີ ປະຊາກອນ ຫລາຍທີ່ ສຸດໃນໂລກ 1,411 ຕື້ກວ່າຄົນ(ໃນປີ 2023)
ປະເທດຈີນ(China) ມີຊື່ຢ່າງເປັນທາງການວ່າ: ສາທາລະນະລັດ ປະຊາຊົນຈີນ(People's Republic of China), ມີນະຄອນຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີປະຊາກອນຫລາຍທີ່ສຸດໃນໂລກ 1,411 ຕື້ກວ່າຄົນ(ໃນປີ 2023) ເປັນລັດພັກການເມືອງດຽວ, ປົກຄອງໂດຍພັກກອມມູນິດ ຈີນ. ມີເນື້ອທີ່ທັງໝົດ 9,6 ລ້ານກິໂລຕາແມັດ. ປະຊາຊົນນັບຖື ສາສະໜາພຸດ 18,2%, ສາສະໜາທ້ອງຖິ່ນ 21,9%, ບໍ່ມີສາສະໜາ 52,2% ແລະ ອື່ນໆ; ໃຊ້ພາສາທາງການແມ່ນ ພາສາຈີນກາງ; ສະກຸນເງິນ ຢວນ. ສ່ວນວັນຊາດແມ່ນ ທີ 1 ຕຸລາ ປີ 1949.
ເສດຖະກິດຂອງຈີນ ໄດ້ຂະຫຍາຍຕົວຢ່າງວ່ອງໄວເປັນຕົ້ນ ການລົງທຶນ ແລະ ການສົ່ງອອກ, ກາຍເປັນມະຫາອຳນາດທາງດ້ານເສດຖະກິດ ໂດຍມີລວມຍອດຜະລິດຕະພັນພາຍໃນປະເທດ (GDP) 17,79 ພັນຕື້ໂດລາສະຫະລັດ(ໃນປີ 2023); ສະເລ່ຍຕໍ່ຫົວຄົນ 12.600 ກວ່າໂດລາສະຫະລັດຕໍ່ປີ; ອັດຕາການຈະເລີນເຕີບໂຕທາງດ້ານເສດຖະກິດ 5,2% ຕໍ່ປີ. ສິນຄ້າທີ່ສົ່ງອອກລວມມີ: ເຄື່ອງກົນຈັກ, ຜະລິດຕະພັນເຄື່ອງໃຊ້ໄຟຟ້າ, ເຄື່ອງນຸ່ງຫົ່ມ, ເຫລັກ ແລະ ໂທລະສັບມືຖື. ສ່ວນສິນຄ້າທີ່ນຳເຂົ້າເຊັ່ນ: ເຄື່ອງກົນຈັກໄຟຟ້າ ແລະ ສ່ວນປະກອບ, ສິນຄ້າວັດຖຸດິບ, ສິນຄ້າເຊື້ອໄຟ, ຍານພາຫະນະ, ນ້ຳມັນ, ແຮ່ເຊື້ອໄຟ, ຢາງ ແລະ ອຸປະກອນການຂົນສົ່ງ. ສ່ວນປະເທດຄູ່ການຄ້າ ທີ່ສຳຄັນມີ: ເຂດຮົງກົງ(ສປຈີນ), ສ.ອາເມລິກາ, ຍີ່ປຸ່ນ, ສ.ເກົາຫລີ, ເຢຍລະມັນ, ອົດສະຕຣາລີ ຕາມລຳດັບ. ນອກນີ້ ຍັງມີສະຖານທີ່ທ່ອງທ່ຽວ ສວຍງາມເປັນຕົ້ນ: ນະຄອນຫລວງ ປັກກິ່ງ ເປັນຈຸດສູນລວມຂອງ ປະຫວັດສາດອັນເກົາແກ່ຂອງຈີນ 3.000 ກວ່າປີ ເຊັ່ນ ພະລາຊາວັງຍຸກເກົ່າ, ພິພິຕະພັນແຫ່ງຊາດ; ເກາະຮົງກົງ; ກຳແພງເມືອງຈີນ ມີຄວາມຍາວ ປະມານ 8.800 ກິໂລຕາແມັດ ກາຍເປັນກຳແພງທີ່ມີ ຂະໜາດຍາວທີ່ສຸດໃນໂລກ ແລະ ອື່ນໆ.

ປະເທດ ສປຈີນ ແລະ ປະເທດສປປ ລາວ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນ ເມື່ອວັນທີ 25.04.1961 ເປັນຕົ້ນມາ. ຕະຫລອດໄລຍະຜ່ານມາ ສອງປະເທດ ກໍ່ໄດ້ໃຫ້ຄວາມຊ່ວຍເຫລືອ ເຊິ່ງກັນ ແລະ ກັນ,ມີ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ໄດ້ຮັບການເພີ່ມທະວີນັບມື້ສູງຂຶ້ນ, ການຂະຫຍາຍຕົວຂອງການຮ່ວມມື ສອງຝ່າຍ ໃນດ້ານຕ່າງໆ ໄດ້ນຳເອົາຜົນປະໂຫຍດ ອັນໃຫຍ່ຫລວງມາສູ່ ປະຊາຊົນສອງຊາດ ພວກເຮົາ. ອັນເປັນການສ່ອງແສງ ໃຫ້ເຫັນເຖິງສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ , ຊຶ່ງໄດ້ຮັບການຖະນຸຖະໜອມ ເພີ່ມພູນຄູນສ້າງທີ່ມີປະສິດທິຜົນຢ່າງຕໍ່ເນື່ອງ, ອັນພົ້ນເດັ່ນກວ່າໝູ່ແມ່ນການຍົກລະດັບສາຍພົວພັນຮ່ວມມື ມາເປັນຄູ່ຮ່ວມມື ແບບຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ, ສະແດງເຖິງສາຍພົວພັນ ມິດຕະພາບ ລະຫວ່າງສອງປະເທດ ໃຫ້ນັບມື້ແໜ້ນແຟ້ນ ແລະ ຈະເລີນງອກງາມ ຍິ່ງຂື້ນເລື້ອຍໆ./.
ໂດຍ: ດາວັນ

KPL