ສາຍການບິນຫວຽດເຈັດຂະຫຍາຍເສັ້ນທາງໃໝ່ໄປທີ່ ປັກ​ກິ່ງ​ ແລະ​ ກວາງ​ໂຈ່​ວ

03/04/2025 18:37
Email Print 516
KPL ສາຍການບິນຫວຽດເຈັດ (VietJet) ໄດ້​ເປີດ​ບໍລິການ​ຖ້ຽວບິນ​ໃໝ່ຢ່າງຕໍ່ເນື່ອງ 4 ​ແຫ່ງ​ທີ່​ເຊື່ອມ​ຕໍ່​ນະຄອນ​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈີ່ມິນງຂອງ​ຫວຽດນາມ ​ໄປ​ປັກ​ກິ່ງ ​ແລະ ກວາງ​ໂຈ່​ວ ປະເທດຈີນ.

          ຂປລ. ສາຍການບິນຫວຽດເຈັດ (VietJet) ໄດ້​ເປີດ​ບໍລິການ​ຖ້ຽວບິນ​ໃໝ່ຢ່າງຕໍ່ເນື່ອງ 4 ​ແຫ່ງ​ທີ່​ເຊື່ອມ​ຕໍ່​ນະຄອນ​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈີ່ມິນງຂອງ​ຫວຽດນາມ ​ໄປ​ປັກ​ກິ່ງ ​ແລະ ກວາງ​ໂຈ່​ວ ປະເທດຈີນ. ເສັ້ນ​ທາງ​ເຫລົ່າ​ນີ້​ເປັນ​ຂີດ​ໝາຍ​ທີ່​ສຳຄັນ​ໃນ​ການ​ສືບ​ຕໍ່​ຂະຫຍາຍ​ສາຍ​ການບິນ​ຂອງ VietJet ​ໃນ​ປີ 2025 ​ເຊິ່ງລວມທັງ​ເສັ້ນທາງ​ການບິນ​ໃໝ່​ອື່ນໆ​ໄປ​ຍັງ​ອິນ​ເດຍ, ຍີ່ປຸ່ນ, ສິງກະ​ໂປ ທີ່ໄດ້​ເນັ້ນ​ໜັກ​ເຖິງ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ຂອງ​ສາຍ​ການບິນ ​ແລະ ຄວາມ​ໝັ້ນ​ໝາຍ​ໃນ​ການ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ສາກົນ.

ໄປພ້ອມກັບການຂະຫຍາຍເສັ້ນທາງບິນໃໝ່ນີ້ ສາຍການບິນ VietJet ໄດ້ມີບໍລິການພິເສດແບບຈຳກັດເວລາຕັ້ງແຕ່ມື້ນີ້ເຖິງວັນທີ 5 ເມສາ 2025, ດ້ວຍຄ່າໂດຍສານແບບ Eco-class ເລີ່ມຕົ້ນຕໍ່າສຸດ USD0 (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນທຸກເສັ້ນທາງ. ບໍລິການນີ້ແມ່ນມີຢູ່ໃນຖ້ຽວບິນລະຫວ່າງວັນທີ 15 ເມສາ 2025 ຫາວັນທີ 28 ມີນາ 2026 (ຍົກເວັ້ນວັນພັກລັດຖະການ), ດ້ວຍການຈອງຜ່ານ www.vietjetair.com ຫລື ແອັບມືຖື VietJet Air.ເສັ້ນ​ທາງ​ໃໝ່​ຫວຽດ​ນາມ-ຈີນ​ໃຫ້​ບໍ​ລິ​ການ​ປະ​ຈຳ​ວັນ ​ຈາກ​ນະ​ຄອນ​ໂຮ່​ຈີ່ມິງ​ ໄປ ​ປັກ​ກິ່ງ ​ແລະ ​ກວາງ​ໂຈ່​ວ ແລະ ຮ່າ​ໂນ້ຍ​ໄປ​ກວາງ​ໂຈ່​ວ. ​ໃນ​ຂະນະທີ່ ​ເສັ້ນທາງ​ຮ່າ​ໂນ້ຍ-​ປັກ​ກິ່ງໄດ້​ເລີ່​ມດຳ​ເນີນ​ຖ້ຽວ​ບິນ 3 ຖ້ຽວ​ຕໍ່​ອາທິດ​ ກ່ອນທີ່​ຈະ​ຫັນ​ເປັນ​ການ​ບໍລິການ​ປະຈຳ​ວັນ​ແຕ່​ວັນ​ທີ 27/04/2025 ເປັນຕົ້ນໄປ. ນອກຈາກນັ້ນ, ການ​ບໍລິການ​ໃໝ່​ຈາກ ຮ່າ​ໂນ້ຍ-​ຊຽງ​ໄຮ​ຈະ​ເລີ່​ມດຳ​ເນີນ​ໃນ​ວັນ​ທີ 29/04/2025, ​ໂດຍ​ຈະເປີດໃຫ້ບໍລິການ​ຖ້ຽວ​ບິນ​ທຸກວັນ. ນັບແຕ່ຖ້ຽວບິນທຳອິດຈາກຫວຽດນາມໄປຈີນໃນປີ 2014, VietJet ໄດ້ເສີມສ້າງເຄືອຂ່າຍການບິນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ  ເຊິ່ງປັດຈຸບັນໄດ້ກວມເອົາຫລາຍກວ່າ 50 ປາຍທາງໃນທົ່ວປະເທດຈີນ. ເຄືອ​ຂ່າຍ​ນີ້​ສະເໜີ​ຖ້ຽວ​ບິນ​ທີ່​ປະຫຍັດ​ກັບ​ຜູ້ຄົນລ້ານກວ່າຄົນ, ປະ​ກອບ​ສ່ວນໃນການ​ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ, ການ​ຄ້າ, ການ​ທ່ອງ​ທ່ຽວ​ໃນ​ທົ່ວ​ອາ​ຊີ.

ໃນ​ປີ​ນີ້, ເສັ້ນ​ທາງ​ໃໝ່ ຫວຽດ​ນາມ - ຈີນ ແມ່ນ​ສ່ວນ​ໜຶ່ງ​ໃນ​ການ​ເປີດກວ້າງ​ສາ​ກົນ​ຂອງ VietJet ຈາກ​ສູນ​ກາງ​ທີ່​ສຳ​ຄັນ​ຂອງ​ຫວຽດ​ນາມ. ນັບ​ແຕ່​ກາງ​ເດືອນ​ມີນາ​ເປັນ​ຕົ້ນ​ມາ, ສາຍ​ການ​ບິນ​ໄດ້​ເລີ່ມ​ບິນ​​ກົງ​ຈາກ​ ນະ​ຄອນ​ໂຮ່​ຈີ່ມິງ​ໄປ Hyderabad ແລະ Bengaluru ທີ່ປະເທດອິນ​ເດຍ. ນອກຈາກນັ້ນຍັງມີເສັ້ນທາງ​ໃໝ່​ຈາກ​ນະຄອນ​ໂຮ່ຈີ່​ມິງ ​ໄປ​ Nagoya ​ແລະ Fukuoka ທີ່ປະເທດ​ຍີ່​ປຸ່ນ ທີ່ຈະ​ເລີ່​ມດຳ​ເນີນ​ໃນ​ທ້າຍ​ເດືອນ​ເມສາ​ນີ້. ​ໃນ​ຂະນະ​ທີ່​ເສັ້ນທາງ​ໃໝ່​ທີ່​ເຊື່ອມ​ຕໍ່​ເກາະ Phu Quoc ທີ່ເປັນເກາະ​ໃຫຍ່​ທີ່ສຸດ​ຂອງ​ຫວຽດນາມ ໄປຫາ ​ສິງກະ​ໂປ ຈະ​ເລີ່​ມດຳ​ເນີນ​ໃນ​ທ້າຍ​ເດືອນ​ພຶດສະພານີ້.ການຂະຫຍາຍຕົວຂອງ VietJet ແມ່ນຂັບເຄື່ອນໂດຍເຮືອບິນທີ່ທັນສະໄໝ, ຄວາມມຸ່ງໝັ້ນອັນໜັກແໜ້ນຕໍ່ກັບການດຳເນີນງານທີ່ເປັນເລີດ ແລະ ສຸມໃສ່ຄວາມປອດໄພຂອງຜູ້ໂດຍສານ. ປັດຈຸ​ບັນ, ສາຍ​ການ​ບິນ​ໄດ້​ສະໜອງ​ຖ້ຽວ​ບິນ​​ກົງ​ປະຈຳ​ວັນ​ຈາກ​ ນະຄອນຫລວງ​ວຽງ​ຈັນ​ ໄປ​ຫາ ​ນະຄອນ​ໂຮ່ຈີ່​ມິງ, ​ສູນ​ເສດຖະກິດ​ໃຫຍ່​ຂອງປະເທດ​ຫວຽດນາມ ​ແລະ ເມືອງ​ຮ່າ​ໂນ້ຍ ທີ່ເປັນນະຄອນຫລວງຂອງປະເທດຫວຽດນາມ. ຈາກສອງນະຄອນດັ່ງກ່າວ, ບັນດານັກທ່ອງທ່ຽວສາມາດເຊື່ອມຕໍ່ໄດ້ຢ່າງງ່າຍດາຍກັບເຄືອຂ່າຍການບິນທີ່ກວ້າງຂວາງຂອງ VietJet ທີ່ກວມເອົາບັນດາຈຸດໝາຍປາຍທາງທີ່ເປັນນິຍົມໃນຫວຽດນາມ ແລະ ໃນທົ່ວອາຊີ-ປາຊີຟິກ.

KPL

ຂ່າວອື່ນໆ

    • ຫວນຄືນມູນເຊື້ອ ການເຄື່ອນໄຫວ ຂອງນັກສິລະປິນແຫ່ງຊາດ ສາຂາວັນນະກຳວັດທະນະທຳ-ສັງຄົມ

      ຫວນຄືນມູນເຊື້ອ ການເຄື່ອນໄຫວ ຂອງນັກສິລະປິນແຫ່ງຊາດ ສາຂາວັນນະກຳ

      4/10/2025 11:50:27 AM

      ຂປລ. ປະທານສະມາຄົມນັກປະພັນລາວ ຮ່ວມກັບຄອບຄົວ ບຸບຜານຸວົງ ຈັດງານ 100 ປີ ສະດຸດີ ທ່ານ ສຸວັນທອນ ບຸບຜານຸວົງ ສິລະປິນແຫ່ງຊາດ ສາຂາວັນນະກຳ ໃນວັນທີ 9 ເມສາ 2025 ຢູ່ ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ

    • ໂຮງພິມແຫ່ງລັດ ຈັດບາສີສູ່ຂວັນ ສະຫລອງປີໃໝ່ລາວ 2568ວັດທະນະທຳ-ສັງຄົມ

      ໂຮງພິມແຫ່ງລັດ ຈັດບາສີສູ່ຂວັນ ສະຫລອງປີໃໝ່ລາວ 2568

      4/10/2025 11:38:11 AM

      ຂປລ. ໃນວັນທີ 9 ເມສາ 2025 ນີ້, ລັດວິສາຫະກິດໂຮງພິມແຫ່ງລັດ ຈັດກິດຈະກຳ ບາສີ ສູ່ຂວັນ ສະເຫລີມສະຫລອງປີໃໝ່ລາວ ພສ 2568 ຕາມຮີດຄອງປະເພນີ້ອັນດີງາມ ຂອງຊາດລາວເຮົາ ໂດຍມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ອ້ອມຂ້າງກະຊວງ ຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ

    • ປູ່ເຍີຍ່າເຍີ ຫລື ປູ່ສັງຂະສາ ຍ່າສັງຂະສີວັດທະນະທຳ-ສັງຄົມ

      ປູ່ເຍີຍ່າເຍີ ຫລື ປູ່ສັງຂະສາ ຍ່າສັງຂະສີ

      4/10/2025 10:33:51 AM

      ປູ່ເຍີ ຍ່າເຍີ ຄົນສະໄໝກ່ອນເອີ້ນວ່າ ປູ່ສັງຂະສາ ຍ່າສັງຂະສີ ຫລື ເທວະດາຫລວງ ຊຶ່ງເຈົ້າຟ້າງຸ່ມມະຫາຣາຊໄດ້ປະດິດສະຖານແຕ່ງຕັ້ງຂຶ້ນ ໃນປີ ຈສ 715 ຂຶ້ນເປັນພະເສື້ອເມືອງ.

    • ຕະຫລາດສົດໂນນຄໍ້ ກຽມພ້ອມຮອບດ້ານ ສະໜອງສິນຄ້າ ໄລຍະປີໃໝ່ລາວວັດທະນະທຳ-ສັງຄົມ

      ຕະຫລາດສົດໂນນຄໍ້ ກຽມພ້ອມຮອບດ້ານ ສະໜອງສິນຄ້າ ໄລຍະປີໃໝ່ລາວ

      4/10/2025 10:09:08 AM

      ຂປລ. ໄລຍະສະເຫລີມສະຫລອງ ບຸນປີໃໝ່ລາວ ພສ 2568, ຕະຫລາດສົດໂນນຄໍ້ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ໄດ້ມີຄວາມພ້ອມຮອບດ້ານ ເພື່ອສະໜອງສິນຄ້າ ປະເພດຕ່າງໆ ໃຫ້ກັບມວນຊົນໃນນະຄອນຫລວງວຽງຈັນ ໄດ້ຢ່າງພຽງພໍ, ພ້ອມທັງ ໄດ້ວາງມາດຕະການຕ່າງໆຢ່າງເຂັ້ມງວດ ເພື່ອຄວບຄຸມລາຄາສິນຄ້າ ໃຫ້ຢູ່ໃນເກນປົກກະຕິ.

    • ຄຳຂອບໃຈ ຂອງຄອບຄົວ ສີພັນດອນວັດທະນະທຳ-ສັງຄົມ

      ຄຳຂອບໃຈ ຂອງຄອບຄົວ ສີພັນດອນ

      4/10/2025 10:01:16 AM

      ຂປລ. ຄອບຄົວ ສີພັນດອນ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຄວາມຮູ້ບຸນຄຸນອັນລົ້ນເຫລືອ ຕໍ່ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວ ສ້າງຊາດ, ອົງການຈັດຕັ້ງມະຫາຊົນທຸກຂັ້ນ, ຄະນະຮັບຜິດຊອບພິທີ ຊາປະນະກິດສົບລະດັບຊາດ, ພະນັກງານ, ທະຫານ, ຕະຫລວດ ຕະຫລອດຮອດຊາວໜຸ່ມ, ເຍົາວະຊົນ ແລະ ນ້ອງນັກຮຽນ, ການນໍາພັກ-ລັດປະເທດເພື່ອນມິດ, ຄະນະຜູ້ແທນຕ່າງປະເທດ, ທູຕານຸທູດ, ບັນດາອົງການຈັດຕັ້ງສາກົນ, ຄະນະພັກ-ອົງການປົກຄອງແຕ່ລະຂັ້ນ, ຊັ້ນຄົນຕ່າງໆ


Top