ສຄອຊ ຮັບທຶນສະໜັບສະໜູນການເປັນເຈົ້າພາບ ກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ

08/07/2024 17:37
Email Print 293
KPL ຂປລ. ບໍລິສັດທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໄດ້ສະໜອງທຶນ ມູນຄ່າ 1 ແສນໂດລາສະຫະ ລັດ ໃຫ້ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ເພື່ອສະໜັບສະໜູນການເປັນເຈົ້າພາບ ຈັດກອງປະຊມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024 ເຊິ່ງພິທີເຊັນສັນຍາ ສະໜອງທຶນດັ່ງກ່າວ ຈັດຂຶ້ນໃນວັນທີ 8 ກໍລະກົດ 2024



ຂປລ. ບໍລິສັດທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໄດ້ສະໜອງທຶນ ມູນຄ່າ
1 ແສນໂດລາສະຫະ ລັດ ໃຫ້ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ເພື່ອສະໜັບສະໜູນການເປັນເຈົ້າພາບ ຈັດກອງປະຊມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024 ເຊິ່ງພິທີເຊັນສັນຍາ ສະໜອງທຶນດັ່ງກ່າວ ຈັດຂຶ້ນໃນວັນທີ 8 ກໍລະກົດ 2024 ລະຫວ່າງ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ແລະ ທ່ານ ຈັນທອນ ສິດທິໄຊ ປະທານສະພາບໍລິຫານ ບໍລິສັດທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໂດຍມີ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.




ທ່ານ ອຸເດດ ສຸວັນນະວົງ ​ໄດ້​ໃຫ້​ຮູ້ວ່າ: ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ
2024 (ASEAN Business and Investment Summit 2024) ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 8-11 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ ໂດຍຈັດຄຽງຄູ່ກັບ ການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ, ກອງປະຊຸມຄັ້ງນີ້, ຄາດຄະເນ ຈະໄດ້ເຊີນບັນດາຫົວໜ່ວຍທຸລະກິດ ຈາກ ສປປ ລາວ, ບັນດາປະເທດອາຊຽນ ແລະ ຈະໄດ້ເຊື້ອເຊີນເອົາຜູ້ນໍາຂອງໂລກ, ອົງການຈັດຕັ້ງສາກົນຕ່າງໆ ແລະ ຜູ້ບໍລິຫານລະດັບສູງຈາກ ບໍລິສັດຫລາຍປະເທດ ແລະ ພາກພື້ນ ມາ​ເຂົ້າຮ່ວມໃນງານ. ນອກຈາກເປັນເຈົ້າພາບຈັດ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນແລ້ວ, ຍັງຈະໄດ້ຈັດການແຂ່ງຂັນ ລາງວັນທຸລະກິດອາຊຽນດີເດັ່ນ ປະຈຳປີ 2024 ເຊິ່ງການເເຂ່ງຂັນດັ່ງກ່າວ​ແມ່ນເປີດກວ້າງ ໃຫ້ບັນດາຫົວໜ່ວຍທຸລະກິດ ປະເທດອາຊຽນ ເຂົ້າຮ່ວມສະໝັກ ເຊິ່ງພິທີມອບລາງວັນ ຈະໄດ້ຈັດຂຶ້ນໃນວັນທີ 9 ຕຸລາ 2024 ຢູ່ໂຮງແຮມດອນຈັນພາເລສ, ນະຄອນຫລວງວຽງຈັນ.

ສໍາລັບ ລາງວັນປະກອບມີ 3 ປະເພດລາງວັນໃຫຍ່ຄື: ປະເພດລາງວັນເຊື່ອມໂຍງຂະແໜງ ການບຸລິມາສິດດີເດັ່ນ ເຊິ່ງບໍລິສັດຂະໜາດນ້ອຍ ແລະ ໃຫຍ່ ສາມາດສະໝັກເເຂ່ງຂັນ ໄດ້ໂດຍແບ່ງເປັນບໍລິສັດນ້ອຍ 1 ລາງວັນ ແລະ ບໍລິສັດ ຂະໜາດໃຫຍ່ 1 ລາງວັນ, ລວມມີ 20 ລາງວັນ; ປະເພດລາງວັນສຳລັບທຸລະກິດ SMEs ດີເດັ່ນ ໃຫ້ສະເພາະເເຕ່ບໍລິສັດທຸລະກິດ SME ເທົ່ານັ້ນ ທີ່ສາມາດສະໝັກລາງວັນປະເພດນີ້ໄດ້ ແລະ ລາງວັນພິເສດ ບໍລິສັດຂະໜາດນ້ອຍ ຫລື ຂະໜາດໃຫຍ່ ກໍສາມາດສະໜັກເເຂ່ງຂັນໄດ້.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ


Top