ຮົງກາລີ ປະກາດສ້າງຕັ້ງສະຫະພາບການເມືອງແຫ່ງໃໝ່

01/07/2024 21:26
Email Print 244
KPL ທ່ານ ໂອບັນ ວິກເຕີ ນາຍົກລັດຖະມົນຕີ ຮົງກາລີ ຮ່ວມກັບ ການນຳພັກການເມືອງ ຈາກໂອຕຣິສ ແລະ ເຊັກ ໄດ້ປະກາດ ສ້າງຕັ້ງ ສະຫະພາບ ການເມືອງ ທີ່ມີຊື່ວ່າ “ຜູ້ຮັກຊາດ ເອີຣົບ” ພ້ອມທັງ ເຊື້ອເຊີນ ພັກການເມືອງ ຂອງປະເທດສະມາຊິກອື່ນໆ ຂອງສະຫະພາບ ເອີຣົບ ເຂົ້າຮ່ວມ ເພື່ອສ້າງກຸ່ມ ພັກຝ່າຍຂວາ ໃຫຍ່ທີ່ສຸດ ຢູ່ສະພາເອີຣົບ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,  ທ່ານ ໂອບັນ ວິກເຕີ ນາຍົກລັດຖະມົນຕີ ຮົງກາລີ ຮ່ວມກັບ ການນຳພັກການເມືອງ ຈາກໂອຕຣິສ ແລະ ເຊັກ ໄດ້ປະກາດ ສ້າງຕັ້ງສະຫະພາບການເມືອງ ທີ່ມີຊື່ວ່າ “ຜູ້ຮັກຊາດ ເອີຣົບ” ພ້ອມທັງ ເຊື້ອເຊີນ ພັກການເມືອງ ຂອງປະເທດສະມາຊິກອື່ນໆ ຂອງສະຫະພາບເອີຣົບ ເຂົ້າຮ່ວມເພື່ອສ້າງກຸ່ມພັກຝ່າຍຂວາໃຫຍ່ທີ່ສຸດ ຢູ່ສະພາເອີຣົບ.ສະຫະ ພາບນີ້ ໄດ້ຜ່ານຮັບຮອງ “ຖະແຫລງການຮັກຊາດ ໃນອະນາຄົດຂອງເອີຣົບ”,  ໃນນີ້ ມີເນື້ອໃນ ກ່ຽວກັບ ການຕຳໜິ ສະພາບ ໃນປັດຈຸບັນ ຂອງສະຫະພາບ ເອີຣົບ ແລະ ການສ້າງຕັ້ງ ປະເທດໂຮມສູນ ອຳນາດ ເອີຣົບ ແລະ ມີຈຸດຢືນ ໃຫ້ສ້າງຕັ້ງ ເອີຣົບ ທີ່ເຂັ້ມແຂງ, ເອກອ້າງ ທະນົງຕົວ ແລະ ມີປະເທດ ເອກະລາດ.  ທ່ານ ໂອບັນ ວິກເຕີ ນາຍົກລັດຖະມົນຕີ ຮົງກາລີ ກ່າວຢືນຢັນວ່າ: ສິ່ງທີ່ຊາວເອີຣົບຢາກໄດ້ຄື “ສັນຕິພາບ, ຄວາມເປັນລະບຽບ ແລະ ການພັດທະນາ”, ແຕ່ບໍ່ແມ່ນ “ສົງຄາມ, ຊາວອົບພະຍົບ ແລະ ການຢຸດສະງັກ” ທີ່ນຳມາໂດຍ ອັນທີ່ເອີ້ນວ່າ ບຸກຄົນດີເດັ່ນ ດ້ານການເມືອງ ໃນປັດຈຸບັນ. ຮົງກາລີ ຮັບຕຳແໜ່ງ ປະເທດ ປະທານໝູນວຽນ ຂອງສະຫະພາບ ເອີຣົບ ນັບແຕ່ ວັນທີ1 ກໍລະກົດນີ້ ເປັນຕົ້ນໄປ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top