ປະເທດ ມາເລເຊຍ

01/07/2024 11:33
Email Print 225
KPL ປະເທດ ສະຫະພັນລັດ ມາເລເຊຍ (Federation of Malaysia) ຫລື ເອີ້ນວ່າ ມາເລເຊຍ(Malaysia) ມີນະຄອນຫລວງ ຊື່ວ່າ ກົວລາລຳເປີ(Kualalampur), ຕັ້ງຢູ່ໃນເຂດເສັ້ນສູນສູດ ປະກອບດ້ວຍ ດິນແດນ ສອງສ່ວນ ໂດຍມີ ທະເລຈີນໃຕ້ຂັ້ນ ລະຫວ່າງ ມາເລເຊຍຕາເວັນຕົກ ແລະ ມາເລເຊຍຕາເວັນອອກ, ມີເນື້ອທີ່ລວມ 329.847 ກິໂລຕາແມັດ ໃຫຍ່ເປັນອັນດັບ 5 ຂອງ ປະເທດສະມາຊິກ ອາຊຽນ, ກວມເອົາ ປະຊາກອນ ເກືອບ34 ລ້ານຄົນ

ປະ​ເທດ ສະ​ຫະ​ພັນລັດ​ ມາ​ເລ​ເຊຍ (Federation of Malaysia) ຫລື ​ເອີ້ນ​ວ່າ ມາ​ເລ​ເຊຍ(Malaysia) ​ມີນະຄອນຫລວງ ​ຊື່ວ່າ ກົວ​ລາ​ລຳ​ເປີ(Kualalampur), ຕັ້ງ​ຢູ່ໃນ​​ເຂດ​ເສັ້ນ​ສູນ​ສູດ ປະກອບ​ດ້ວຍ ​ດິນ​ແດນ​ ສອງ​ສ່ວນ ​ໂດຍ​ມີ ​ທະ​ເລ​ຈີນ​ໃຕ້​ຂັ້ນ ລະຫວ່າງ ມາ​ເລ​ເຊຍ​ຕາ​ເວັນ​ຕົກ ​ແລະ ມາ​ເລ​ເຊຍ​ຕາ​ເວັນ​ອອກ, ມີເນື້ອ​ທີ່​ລວມ 329.847 ກິ​ໂລ​ຕາ​ແມັດ ​ໃຫຍ່ເປັນອັນ​ດັບ 5 ​ຂອງ ປະ​ເທດສະ​ມາ​ຊິກ ​ອາ​ຊຽນ, ​ກວມ​ເອົາ ປະຊາກອນ ເກືອບ34 ລ້ານ​​ຄົນ ​(ໃນ​ປີ 2022)​ ມີ​ຊາຍ​ແດນ​ທິດ​ເໜືອ ຕິດ​ກັບ​ໄທ; ທິດ​ໃຕ້​ຕິດ​ກັບ ສິງກະ​ໂປ​; ທິດຕາ​ເວັນ​ອອກ​ ສ່ຽງ​ເໜືອ​ຕິດ​ກັບ ​ຟີ​ລິບ​ປິນ ​ແລະທິດຕາ​ເວັນ​ຕົກ​ຕິດ​ກັບ​ ຊ່ອງ​ແຄບ​ມະ​ລາ​ກາ ​ແລະ ​ເກາະ​ສຸ​ມາ​ຕາ​ ຂອງ ​ປະ​ເທດອິນ​ໂດ​ເນ​ເຊຍ. ປະຊາຊົນ​ສ່ວນ​ໃຫຍ່​ນັບຖື​ສາສະໜາ ອິສລາມ; ພາສາ​ທາງ​ການ ມາ​ເລ​ເຊຍ; ​ໃຊ້​ສະກຸນ​ເງິນ ຣິງກິດ(Ringgit). ສ່ວນ​ວັນຊາດ ແມ່ນ​ວັນ​ທີ 31 ສິງຫາ.

 

ເສດຖະກິດ​ມາ​ເລ​ເຊຍ ມີ​ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ ເປັນ​ປະ​ເທດອຸດ​ສາ​ຫະ​ກຳ​ໃໝ່ ​ທີ່ ກ້າວ​ໜ້າ​ແຫ່ງ​ໜຶ່ງ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ຖັດ​ຈາກ ​ສິງ​ກະ​ໂປ​ ໂດຍມີ​ ລວມຍອດ​ ຜະລິດ​ຕະພັນ​ພາຍ​ໃນ(GDP) ບັນລຸ 407 ຕື້​ໂດ​ລາ​ສະຫະລັດ(​ໃນ​ປີ 2022); ສະ​ເລ່ຍຕໍ່​ຫົວ​ຄົນ​ເກືອບ 12 ພັນ​ໂດ​ລາ​ສະຫະລັດຕໍ່ປີ; ອັດຕາ​ການຈະ​ເລີ​ນ​ເຕີບ​ໂຕ 8,7% ຕໍ່ປີ. ມູນ​ຄ່າ​ການ​ສົ່ງ​ອອກສິນຄ້າ​ແມ່ນ 889.320 ລ້ານ​ໂດ​ລາ​ສະຫະລັດ ຕໍ່​ປີ; ສິນຄ້າ​ສົ່ງ​ອອກ ສຳຄັນ​ລວມມີສິນຄ້າ ​ເອ​ເລັກ​ໂຕຣນິກ, ຜະລິດ​ຕະພັນ ປິ​ໂຕຣລ່ຽມ, ຜະລິດ​ຕະພັນ​ຢາງພາລາ, ນໍ້າມັນ​ປາມ, ຜະລິດ​ຕະພັນ​ເຄມີ. ມູນ​ຄ່າ​ການ​ນໍາ​ເຂົ້າ 712.990 ລ້ານ​ໂດ​ລາ​ສະຫະລັດ ​ຕໍ່​ປີ; ສິນຄ້າ​ທີ່​ນຳ​ເຂົ້າ ​ເຊັ່ນ: ອຸປະກອນ​ໄຟຟ້າ, ນ້ຳມັນ​ດີບ,​ ​ເຫລັກ, ຢາງ, ລົດ, ​ເຄື່ອງ​ຈັກ​ອຸດສາຫະກຳ ​ແລະ ອຸປະກອນ​ໂລຫະ. ສ່ວນ​ປະ​ເທດ​ຄູ່​ການ​ຄ້າ​ ທີ່​ສຳຄັນ​ມີ: ຈີນ, ສິງກະ​ໂປ, ສ.ອາ​ເມ​ລິ​ກາ,ຍີ່ປຸ່ນ,  ​ໄທ , ສ.​ເກົາຫລີ ​ແລະ ​ເຂດ​ໄຕ້​ຫວັນ(ຈີນ) ຕາມ​ລະດັບ.

ນອກຈາກນີ້ ຍັງມີແຫລ່ງທ່ອງທ່ຽວ ທີ່ ສຳຄັນຫລາຍ​ແຫ່ງຄື: ອາຄານ​ແຝດ ເປໂຕຣນັສ(Petronas Twin Tower) ປະ​ກອບ​ດ້ວຍ 88 ຊັ້ນ ​ແລະ ມີ​ຄວາມສູງທ່ີ​ສຸດ​ໃນ​ໂລກ​ເຖິງ 452 ​ແມັດ; ສະໜາມ​ເມີ​​ເດ​ກາ (Merdeka Square), ເປັນ​ທີ່​ຕັ້ງ​ຂອງ​ເສົາທຸງ​ ປະ​ຈຳ​ຊາດສູງ​ທີ່​ສຸດ​ ໃນ​ໂລກ ​ແລະ ວັດ​ມຸດ​ສະ​ລິ​ມ ທ່ີ​ມີ​ການ​ປະດັບ ​ຕົບ​ແຕ່ງຢ່າງ​ສວຍ​ງາ​​ມ, ສວນ​ທະ​ເລ​ສາບ ​ແລະ ອື່ນໆ.

ປະ​ເທດສປປລາວ ​ແລະ ປະ​ເທດ​ມາ​ເລ​ເຊຍ ມີ​ສາຍ​ພົວພັນ​ທາງ​ການ​ທູດ ຮ່ວມ​ກັນ​ນັບ​ແຕ່​ວັນ​ທີ 1.7.1966 ເປັນ​ຕົ້ນ​ມາ, ຊຶ່ງ​ທັງ​ສອງ​ຝ່າຍ ​ໄດ້​ຕີ​ລາຄາ​ຜົນສຳ​ເລັດ ​ແຫ່ງ​ການ​ພົວພັນ ຮ່ວມ​ມື​ລະຫວ່າງ ​ສອງ​ລັດຖະບານ ກໍ່​ຄື​ປະຊາຊົນ ​ສອງ​ຊາດ​ລາວ-​ມາ​ເລ​ເຊຍ, ຊຶ່ງ​ໃນ​ໄລຍະ​ຜ່ານ​ມາ ສາຍ​ພົວພັນ ມິດຕະພາບ ​ແລະ ການຮ່ວມ​ມື ອັນ​ດີງາມ ລະຫວ່າງ​ ສອງ​ປະ​ເທດ ​ແມ່ນ​ໄດ້​ຮັບ​ການ​ເສີມ​ສ້າງ ​ແລະ ຂະຫຍາຍຕົວ​ ຢ່າງ​ຕໍ່​ເນື່ອງ ​ເທິງ​ພື້ນຖານ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ຄວາມ​ປາຖະໜາ​ດີ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ສະ​ແດງ​ອອກ ​ໃນ​ການ​ພົວພັນ ຮ່ວມ​ມື ດ້ານ​ການ​ເມືອງ, ການ​ທະຫານ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ ​ແລະ ກິລາ, ການ​ພົວພັນ ຢ່າງ​ໃກ້ຊິດ ລະຫວ່າງ​ ປະ​ຊາ​ຊົນ​ສອງ​ຊາດ ​ແລະ ການ​ແລກປ່ຽນ​ ຢ້ຽມຢາມ​ຂອງ ຜູ້ນຳ​ຂັ້ນ​ສູງ ​ແລະ ບັນດາ​ກະຊວງ ຂະ​ແໜງ​ການ​ຕ່າງໆ​ຂອງ​ສອງ​ປະ​ເທດ.​ໂດຍ​ສອງ​ຝ່າຍ ຕ່າງ​ກໍ່​ສະ​ແດງ​ຄວາມ​ມຸ້ງ​ຫວັງ ທີ່​ຈະ​ສືບ​ຕໍ່​ເສີມ​ສ້າງ ​ແລະ ຮັດ​ແໜ້ນ​ການ​ພົວພັນ ມິດຕະພາບ​ ອັນ​ດີ​ງາມ​ລະຫວ່າງ​ ສອງ​ປະ​ເທດ ​ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ ​ແລະ ​ເຕີບ​ໃຫຍ່ ຂະຫຍາຍຕົວ ຍິ່ງ​ຂຶ້ນ ​ໃນ​ຕໍ່ໜ້າ ​ເພື່ອ​ຜົນ​ປະ​ໂຫຍ​ດ ຮ່ວມ​ກັນ​ຂອງ ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ ການ​ຮ່ວມ​ມື ​ເພື່ອ​ພັດທະນາ ​ໃນ​ພາກ​ພື້ນ ​ແລະ ໃນ​ໂລກ.

 

ໂດຍ: ດາວ​ັນ

KPL

ຂ່າວອື່ນໆ

    • ລາວ ຍົກເວັ້ນວີຊາໃຫ້ນັກທ່ອງທ່ຽວຈີນອາຊຽນ ASEAN

      ລາວ ຍົກເວັ້ນວີຊາໃຫ້ນັກທ່ອງທ່ຽວຈີນ

      7/3/2024 10:45:56 AM

      ພາກອຸດສາຫະກໍາທ່ອງທ່ຽວໃນບັນດາ 10 ປະເທດສະມາຊິກອາຊຽນ ພວມເຕີບໃຫຍ່ຂະຫຍາຍຕົວແບບກ້າວກະໂດດ ພາຍຫລັງພະຍາດ ໂຄວິດ-2019 ຈາງຫາຍໄປ ແລະ ໄດ້ເປີດປະເທດໄປມາຫາສູ່ກັນປົກກະຕິນັບແຕ່ປີ 2022 ເປັນຕ້ົນມາ.

    • ສປປ ລາວ ເປັນເຈົ້າພາບຈັດ ກອງປະຊຸມ ນະໂຍບາຍຄວາມໝັ້ນຄົງເວທີພາກພື້ນອາຊຽນ ຄັ້ງທີ 21ອາຊຽນ ASEAN

      ສປປ ລາວ ເປັນເຈົ້າພາບຈັດ ກອງປະຊຸມ ນະໂຍບາຍຄວາມໝັ້ນຄົງເວທີພາກພື້ນອາຊຽນ ຄັ້ງທີ 21

      7/2/2024 5:06:34 PM

      ຂປລ. ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ນະໂຍບາຍຄວາມໝັ້ນຄົງເວທີພາກພື້ນອາຊຽນ ຄັ້ງທີ 21 ຫລື ASPC ໃນລະຫວ່າງວັນທີ 1-3 ກໍລະກົດ 2024 ຢູ່​ແຂວງ​ຫລວງ​ພະ​ບາງ ໂດຍການເປັນປະທານຂອງ ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນຂອງ ສປປ ລາວ, ມີຜູ້ແທນຈາກ 19 ປະເທດ, ສະຫະພາບເອີຣົບ ແລະ ກອງເລຂາອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ ຈະຈັດເທສະການດົນຕີ ອາຊຽນ-ສ ເກົາຫລີ ປະຈຳປີ 2024ອາຊຽນ ASEAN

      ລາວ ຈະຈັດເທສະການດົນຕີ ອາຊຽນ-ສ ເກົາຫລີ ປະຈຳປີ 2024

      7/1/2024 10:27:23 AM

      ເປັນຂ່າວດີສໍາລັບ ສປປ ລາວ ແລະ ອາຊຽນ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ຕ້ອນຮັບການເປັນປະທານອາຊຽນ ປີ 2024 ນີ້ໃຫ້ມີບັນຍາກາດຟົດຟື້ນ.

    • ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືວຽກງານອາຊະຍາກໍາຂ້າມຊາດອາຊຽນ ASEAN

      ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືວຽກງານອາຊະຍາກໍາຂ້າມຊາດ

      6/27/2024 2:06:53 PM

      ຂປລ. ກອງປະຊຸມວົງແຄບ ບັນດາເຈົ້າໜ້າທີ່ອາວຸໂສປະເທດ ສະມາຊິກອາຊຽນ ທີ່ຮັບຜິດ ຊອບວຽກງານອາຊະຍາກໍາຂ້າມຊາດ ເປັນກອງປະຊຸມປິ່ນອ້ອມ ຂອງກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາ ຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 26 ມິຖຸນາ 2024

    • ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24ອາຊຽນ ASEAN

      ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24

      6/26/2024 1:50:56 PM

      ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ໄຂຂຶ້ນໃນວັນທີ 26 ມິຖຸນາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ມີບັນດາຫົວໜ້າ ເຈົ້າໜ້າທີ່ອາວຸໂສອາຊຽນ, ຫົວໜ້າຄະນະຜູ້ແທນຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ດ້ານການເມືອງ-ຄວາມໝັ້ນຄົງ, ພ້ອມດ້ວຍຄະນະຜູ້ແທນອາຊຽນ ເຂົ້າຮ່ວມ.


Top