ລາວ ຈະຈັດເທສະການດົນຕີ ອາຊຽນ-ສ ເກົາຫລີ ປະຈຳປີ 2024

01/07/2024 10:27
Email Print 220
KPL ເປັນຂ່າວດີສໍາລັບ ສປປ ລາວ ແລະ ອາຊຽນ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ຕ້ອນຮັບການເປັນປະທານອາຊຽນ ປີ 2024 ນີ້ໃຫ້ມີບັນຍາກາດຟົດຟື້ນ.

    *ເປັນຂ່າວດີສໍາລັບ ສປປ ລາວ ແລະ ອາຊຽນ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ຕ້ອນຮັບການເປັນປະທານອາຊຽນ ປີ  2024 ນີ້ໃຫ້ມີບັນຍາກາດຟົດຟື້ນ. ດັ່ງທີ່ຮູ້ນໍາກັນ, ໃນລະຫວ່າງ ເດືອນພະຈິກ 2024 ທີ່ຈະມາເຖິງ ນີ້, ສປປ ລາວ ໄດ້ຮັບກຽດເປັນພາບຈັດເທສະການດົນຕີສາກົນ ອາຊຽນ-ສ ເກົາຫລີ ປະຈຳປີ 2024 (2024 ROUND) ພາຍໃຕ້ແນວຄວາມຄິດ “Step Out, Sing As One” ເນັ້ນໜັກສົ່ງເສີມການທ່ອງທ່ຽວ ແລະ ສ້າງຄວາມສຳພັນ ທາງວັດທະນະທຳ ແລະ ເປັນຂົວເຊື່ອມຄວາມເຂົ້າໃຈອັນດີ ລະຫວ່າງ ບັນດາປະເທດສະມາຊິກອາຊຽນ ແລະ ສ ເກົາຫລີ ຜ່ານດົນຕີ ແລະ ສຽງເພງ.

    ເທສະການດົນຕີສາກົນໃນຄັ້ງນ້ີ, ຈັດຂ້ຶນໂດຍສະຖານີໂທລະພາບ ເຄບີເອສ (KBS) ຂອງປະເທດ ສ ເກົາຫລີ ພາຍໃຕ້ການຮ່ວມມືກັບກອງທຶນຮ່ວມມື ອາຊຽນ-ສ ເກົາຫລີ (AKCF). ໃນຄັ້ງນີ້, ຖືເປັນຄັ້ງທີ IV ນັບຕັ້ງແຕ່ມີການຈັດເທສະການດົນຕີສາກົນຄັ້ງທຳອິດ ໃນປີ 2020.ສະຖານທີ່ໃນການຈັດເທສະການດົນຕີສາກົນ ອາຊຽນ-ເກົາຫລີ ຈະໝູນວຽນໄປຕາມແຕ່ລະປະເທດສະມາຊິກອາຊຽນ ເຊ່ິງໃນປີນ້ີ, ສປປ ລາວ ຂອງພວກເຮົາຈະໄດ້ຮັບກຽດເປັນເຈົ້າພາບໃນຖານະເປັນປະທານອາຊຽນ. ຫລັງຈາກທີ່ຕ້ອງພັກເຊົາຊົ່ວຄາວສາມປີ, ເນື່ອງຈາກສະຖານະການແພ່ລະບາດຂອງພະຍາດ COVID-19 ເທສະການດົນຕີສາກົນ ອາຊຽນ-ສ ເກົາຫລີ ກໍກັບມາຄຶກຄື້ນອີກຄັ້ງ ດ້ວຍການຈັດໃນຮູບແບບອອຟລາຍ ຄັ້ງທຳອິດ ໃນປີ 2023 ທີ່ນະຄອນຫລວງຈາກາຕາປະເທດອິນໂດເນເຊຍ, ດຶງດູດມວນຊົນກວ່າ 2.000 ຄົນ ເຂົ້າຮ່ວມສ້າງຄວາມປະທັບໃຈ ແລະ ສຽງຕອບ ຮັບຢ່າງລົ້ນເຫລືອ.

   ເທສະການດົນຕີສາກົນ 2024 ROUND ມີຄວາມສຳຄັນຢ່າງຍິ່ງສຳລັບບັນດາປະເທດສະມາຊິກ ອາຊຽນ ແລະ ປະເທດ ສ ເກົາຫລີ ເນື່ອງໃນໂອກາດ ຄົບຮອບ 35 ປີ ຂອງຄວາມສຳພັນອາຊຽນ-ສ ເກົາຫລີ ທີ່ສະຖາປະນາຮ່ວມກັນ ໃນປີ 1989 ເລີ່ມຕົ້ນພັດທະນາຄວາມຮ່ວມມືແບບສະເພາະດ້ານສູ່ຄວາມຮ່ວມມືແບບກວ້າງຂວາງ ແລະ ກ້າວເຂ້ົາສູ່ຄວາມຮ່ວມມືດ້ານຍຸດທະສາດຈົນເຖິງທຸກມື້ນີ້ ບໍ່ວ່າຈະເປັນດ້ານການທູດ, ຄວາມໝັ້ນຄົງ, ວັດທະນະທຳ, ເສດຖະກິດ  ແລະ ໃນດ້ານອື່ນໆ. ເທສະການດົນຕີສາກົນອາຊຽນ- ສ ເກົາຫລີ ປະຈຳປີ 2024 (2024 ROUND) ຈຶ່ງເປັນອີກເວທີໜຶ່ງທີ່ມີສຳຄັນໃນການສົ່ງເສີມຄວາມສຳພັນອັນດີ, ຄວາມເຂົ້າໃຈ ແລະ ຮັດແໜ້ນມິດຕະພາບລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ປະເທດເກົາຫລີໃຕ້ຜ່ານທຳນອງສຽງເພງທີ່ບໍ່ມີພົມແດນກີດຂວາງ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ລາວ ຍົກເວັ້ນວີຊາໃຫ້ນັກທ່ອງທ່ຽວຈີນອາຊຽນ ASEAN

      ລາວ ຍົກເວັ້ນວີຊາໃຫ້ນັກທ່ອງທ່ຽວຈີນ

      7/3/2024 10:45:56 AM

      ພາກອຸດສາຫະກໍາທ່ອງທ່ຽວໃນບັນດາ 10 ປະເທດສະມາຊິກອາຊຽນ ພວມເຕີບໃຫຍ່ຂະຫຍາຍຕົວແບບກ້າວກະໂດດ ພາຍຫລັງພະຍາດ ໂຄວິດ-2019 ຈາງຫາຍໄປ ແລະ ໄດ້ເປີດປະເທດໄປມາຫາສູ່ກັນປົກກະຕິນັບແຕ່ປີ 2022 ເປັນຕ້ົນມາ.

    • ສປປ ລາວ ເປັນເຈົ້າພາບຈັດ ກອງປະຊຸມ ນະໂຍບາຍຄວາມໝັ້ນຄົງເວທີພາກພື້ນອາຊຽນ ຄັ້ງທີ 21ອາຊຽນ ASEAN

      ສປປ ລາວ ເປັນເຈົ້າພາບຈັດ ກອງປະຊຸມ ນະໂຍບາຍຄວາມໝັ້ນຄົງເວທີພາກພື້ນອາຊຽນ ຄັ້ງທີ 21

      7/2/2024 5:06:34 PM

      ຂປລ. ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ນະໂຍບາຍຄວາມໝັ້ນຄົງເວທີພາກພື້ນອາຊຽນ ຄັ້ງທີ 21 ຫລື ASPC ໃນລະຫວ່າງວັນທີ 1-3 ກໍລະກົດ 2024 ຢູ່​ແຂວງ​ຫລວງ​ພະ​ບາງ ໂດຍການເປັນປະທານຂອງ ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນຂອງ ສປປ ລາວ, ມີຜູ້ແທນຈາກ 19 ປະເທດ, ສະຫະພາບເອີຣົບ ແລະ ກອງເລຂາອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 	ປະເທດ ມາເລເຊຍອາຊຽນ ASEAN

      ປະເທດ ມາເລເຊຍ

      7/1/2024 11:33:22 AM

      ປະເທດ ສະຫະພັນລັດ ມາເລເຊຍ (Federation of Malaysia) ຫລື ເອີ້ນວ່າ ມາເລເຊຍ(Malaysia) ມີນະຄອນຫລວງ ຊື່ວ່າ ກົວລາລຳເປີ(Kualalampur), ຕັ້ງຢູ່ໃນເຂດເສັ້ນສູນສູດ ປະກອບດ້ວຍ ດິນແດນ ສອງສ່ວນ ໂດຍມີ ທະເລຈີນໃຕ້ຂັ້ນ ລະຫວ່າງ ມາເລເຊຍຕາເວັນຕົກ ແລະ ມາເລເຊຍຕາເວັນອອກ, ມີເນື້ອທີ່ລວມ 329.847 ກິໂລຕາແມັດ ໃຫຍ່ເປັນອັນດັບ 5 ຂອງ ປະເທດສະມາຊິກ ອາຊຽນ, ກວມເອົາ ປະຊາກອນ ເກືອບ34 ລ້ານຄົນ

    • ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືວຽກງານອາຊະຍາກໍາຂ້າມຊາດອາຊຽນ ASEAN

      ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືວຽກງານອາຊະຍາກໍາຂ້າມຊາດ

      6/27/2024 2:06:53 PM

      ຂປລ. ກອງປະຊຸມວົງແຄບ ບັນດາເຈົ້າໜ້າທີ່ອາວຸໂສປະເທດ ສະມາຊິກອາຊຽນ ທີ່ຮັບຜິດ ຊອບວຽກງານອາຊະຍາກໍາຂ້າມຊາດ ເປັນກອງປະຊຸມປິ່ນອ້ອມ ຂອງກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາ ຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 26 ມິຖຸນາ 2024

    • ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24ອາຊຽນ ASEAN

      ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24

      6/26/2024 1:50:56 PM

      ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ໄຂຂຶ້ນໃນວັນທີ 26 ມິຖຸນາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ມີບັນດາຫົວໜ້າ ເຈົ້າໜ້າທີ່ອາວຸໂສອາຊຽນ, ຫົວໜ້າຄະນະຜູ້ແທນຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ດ້ານການເມືອງ-ຄວາມໝັ້ນຄົງ, ພ້ອມດ້ວຍຄະນະຜູ້ແທນອາຊຽນ ເຂົ້າຮ່ວມ.


Top