KPL
ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ ສະຫະປະຊາຊາດ (ຢູເອັນ) ປະກາດເຕືອນວ່າ: ສົງຄາມ ແລະ ການຂາດແຄນ ເງິນທຶນ ເປັນອຸປະສັກ ຕໍ່ ຄວາມກ້າວໜ້າ ໃນການບັນລຸ ເປົ້າໝາຍ ການພັດທະນາ ທີ່ ສຳຄັນ ຂອງ ຢູເອັນ ລວມເຖິງ ການດຳເນີນການ ເພື່ອຕໍ່ສູ້ ກັບ ການປ່ຽນແປງ ສະພາບອາກາດ.
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນ ນີວຢອກ ປະເທດ ສ.ອາເມລິກາ ເມື່ອວັນທີ 30 ມິຖຸນາ, ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ ສະຫະປະຊາຊາດ (ຢູເອັນ) ປະກາດເຕືອນວ່າ: ສົງຄາມ ແລະ ການຂາດແຄນ ເງິນທຶນ ເປັນອຸປະສັກ ຕໍ່ ຄວາມກ້າວໜ້າ ໃນການບັນລຸ ເປົ້າໝາຍ ການພັດທະນາ ທີ່ ສຳຄັນ ຂອງ ຢູເອັນ ລວມເຖິງ ການດຳເນີນການ ເພື່ອຕໍ່ສູ້ ກັບ ການປ່ຽນແປງ ສະພາບອາກາດ. ໂດຍປະເທດ ສະມາຊິກ ຢູເອັນ ໄດ້ນໍາເປົ້າໝາຍ ການພັດທະນາ ແບບຍືນຍົງ (ເອສດີຈີເອສ) ມາໃຊ້ ເມື່ອປີ 2015 ຊຶ່ງປະກອບດ້ວຍ ເປົ້າໝາຍ 17 ຂໍ້ ທີ່ຈະປ່ຽນແປງໂລກ ໃນປີ 2030, ແຕ່ທ່ານ ອັນໂຕນິໂອ ກູເຕເຣສ ກ່າວວ່າ ໂລກ ພວມປະສົບກັບ ຄວາມຫລົ້ມເຫລວ ໃນການບັນລຸ ເປົ້າໝາຍເບື້ອງຕົ້ນ.
ໂດຍສະເພາະ ຄວາມຫລົ້ມເຫລວ ໃນການຮັກສາ ສັນຕິພາບ, ການຜະເຊີນໜ້າ ກັບ ການປ່ຽນແປງ ສະພາບອາກາດ ແລະ ການສົ່ງເສີມ ການເງິນ ລະຫວ່າງປະເທດ ພວມກາຍເປັ ບ່ອນທຳລາຍ ການພັດທະນາ. ສະນັ້ນ ປະເທດຕ່າງໆ ຕ້ອງເລັ່ງ ດຳເນີນການ ເພື່ອໃຫ້ ບັນລຸ ເປົ້າໝາຍ ໃນການ ພັດທະນາ ແບບຍືນຍົງ ເນື່ອງຈາກ ເປົ້າໝາຍ ທີ່ເປັນໄປຕາມແຜນ ມີພຽງແຕ່ 17% ເທ່ານັ້ນ. ໃນຂະນະທີ່ ຄວາມພະຍາຍາມ ໃນການເພີ່ມ ບ້ວງເງິນ ແລະ ຄວາມສົນໃຈ ໃຫ້ກັບ ເປົ້າໝາຍ ແຕ່ຖືກຂັດຂວາງ ແລະ ປະສົບຄວາມຫລົ້ມເຫລວ ຫລາຍຄັ້ງ ຈາກ ສາເຫດຕ່າງໆ ເຊັ່ນ: ການແພ່ລະບາດຂອງ ພະຍາດໂຄວິດ-19, ສົງຄາມ ໃນອູແກຣນ ອື່ນໆ ລວມເຖິງ ໄພພິບັດ ທາງສະພາບອາກາດ ທີ່ຮ້າຍແຮງ ຢ່າງໜັກ ແລະ ຄ່າຄອງຊີບ ທີ່ເພີ່ມສູງຂຶ້ນ ຢ່າງວອງໄວ. /
KPL