ສພຊ ສະເໜີ 8 ບັນຫາສຳຄັນ ຮັບປະກັນການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ

17/06/2024 10:57
Email Print 207
KPL ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 12 ມິຖຸນາ 2024 ນີ້, ທ່ານ ຄໍາຈັນ ໂສຕາປະເສີດ ກຳມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການບັນດາເຜົ່າ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ມີຄຳເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ.

    *ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 12 ມິຖຸນາ 2024 ນີ້, ທ່ານ ຄໍາຈັນ ໂສຕາປະເສີດ ກຳມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການບັນດາເຜົ່າ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ມີຄຳເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມ ສະພາແຫ່ງຊາດສະບັບເລກທີ 82/ ສພຊ, ລົງວັນທີ 30 ທັນວາ 2022 ໂດຍທ່ານໄດ້ສະເໜີ 8 ບັນຫາສຳຄັນຕໍ່ລັດຖະບານພິຈາລະນາ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກໃນຕ່ໍໜ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ. ສຳລັບ 8 ບັນຫາສຳຄັນ ທີ່ສະພາແຫ່ງຊາດສະເໜີໃຫ້ລັດຖະບານພິຈາລະນາປະກອບມີ:

    ໜຶ່ງ. ກວດກາ ແລະ ປັບປຸງຄືນການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ກົງຈັກເສນາທິການຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂັ້ນສູນກາງ ແລະ ທ້ອງຖິ່ນເປັນລະບົບຄົບຊຸດຕາມບົດແນະນໍາຂອງຫ້ອງວ່າການສູນກາງພັກ ເລກທີ 02/ ຫສພ, ລົງວັນທີ 21/02/ 2023 ແລະ ແຈ້ງການຂອງຫ້ອງວ່າການສູນກາງພັກ ເລກທີ 106/ຫສພ, ລົງວັນທີ 09/03/2023 ເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນການເຄື່ອນໄຫວວຽກງານຄວບຄຸ່ມກັບການປັບປຸງກົນໄກການປະສານງານ ເພື່ອເອກະພາບດ້ານຄາດໝາຍຕາມມະຕິຂອງສະພາແຫ່ງຊາດ ແລະ ມະຕິຂອງສະພາປະຊາຊົນແຂວງ, ການຈັດສັນງົບປະມານ, ວິທີການຈັດຕັ້ງປະຕິບັດໃຫ້ໄປລວງດຽວກັນລວມສູນຢ່າງມີຈຸດສຸມແທ້ ແລະ ການນໍາພາ-ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງໄປພ້ອມໆກັນ;

     ສອງ. ຈັດສັນງົບປະມານສະເພາະໃຫ້ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ແຕ່ລະແຂວງ ແລະ ນະຄອນຫລວງ ຫລື ຈັດສັນງົບປະມານສ່ວນໜຶ່ງ ເພື່ອຮອງຮັບບາງມາດຖານຂອງຂະແໜງການ ທ່ີຄາດຄະເນຈະບ່ໍສາມາດບັນລຸຕາມແຜນການ ເປັນຕ້ົນແມ່ນຂົວທາງ, ຄູ-ແພດອາສາສະໝັກ ແລະ ວິຊາການນໍາພາການຜະລິດ, ທັງຊຸກຍູ້ໃຫ້ແຂວງ ທ່ີມີລາຍຮັບເກີນແຜນ, ຈັດສັນງົບປະມານໃສ່ 45 ຈຸດສຸມ ຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 72/ນຍ, ລົງວັນທີ 11/08/2022 ວ່າດ້ວຍການຮັບຮອງເອົາຈຸດສຸມພັດທະນາ ທີ່ເປັນບຸລິມະສິດ ລະຫວ່າງ ສູນກາງ ແລະ ທ້ອງຖ່ິນໄລຍະ ປີ 2021- 2025 ທີ່ຕັ້ງຢູ່ແຂວງຂອງຕົນເປັນບູລິມະສິດ;

     ສາມ. ຈັດສັນງົບປະມານເພື່ອສ້າງໃໝ່ ຫລື ປັບປຸງ ສູນສົ່ງເສີມເຕັກນິກການກະສິກຳທ່ີມີແລ້ວ ຕາມການສະເໜີຂອງອໍານາດການປົກຄອງຂ້ັນຮາກຖານ ກໍຄືປະຊາຊົນບັນດາເຜົ່າທີ່ມີຄວາມປະສົງຢາກທໍາການຜະລິດ ແຕ່ຂາດວິຊາການລົງຊີ້ນໍາ-ນໍາພາທໍາການຜະລິດ ເພື່ອບໍລິໂພກ ແລະ ກາຍເປັນສິນຄ້າ;

    ສີ່. ກວດການຜົນການນໍາໃຊ້ທຶນກູ້ຢືມ, ທຶນຊ່ວຍເຫລືອລ້າ ແລະ ທຶນອື່ນໆ ທີ່ຈັດສັນເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເຊິ່ງສະຫລຸບ ໄດ້ໃນຂະແໜງກ່ຽວຂ້ອງແຕ່ບໍ່ລວມສູນ;

   ຫ້າ. ປັບປຸງເງື່ອນໄຂຂອງທະນາຄານນະໂຍບາຍ ເພື່ອໃຫ້ປະຊາຊົນຢູ່ບ້ານ, ກຸ່ມບ້ານເປົ້າໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ສາມາດເຂົ້າເຖິງສິນເຊ່ືອໄດ້ສະດວກ, ວ່ອງໄວກວ່າເກົ່າ;

   ຫົກ. ແຍກການລາຍງານຜົນຂອງການ ຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກອອກຈາກບົດລາຍງານຜົນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນກອງປະຊຸມສະໄໝສາມັນປະຈຳປີຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຈົນກວ່າປະເທດຊາດຈະຫລຸດພົ້ນອອກຈາກສະຖານະດ້ວຍພັດທະນາ;

   ເຈັດ. ສ້າງແຜນແມ່ບົດ ແລະ ຍຸດທະສາກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ເປັນລະບົບຄົບຊຸດເພື່ອເປັນບ່ອນອີງ ແລະ ສະດວກໃນການຈັດຕ້ັງປະຕິບັດແຕ່ລະໄລຍະ ແລະ

   ແປດ. ສ້າງກົນໄກການປະສານງານໃຫ້ສະພາແຫ່ງຊາດ ກໍຄືສະພາປະຊາຊົນແຂວງ ໄດ້ປະຕິບັດສິດ ແລະ ໜ້າທີ່ຂອງຕົນໃນການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາຄາດໝາຍຂອງວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມມະຕິກອງປະຊຸມສະພາ. ທ່ານ ຄໍາຈັນ ໂສຕາປະເສີດຍັງໃຫ້ຮູ້ອີກວ່າ: ຕາມການປະເມີນ ໃນປີ 2022 ບ້ານທີ່ມີເສັ້ນທາງຄົມມະນາຄົມ ແລະ ຂົນສົ່ງເຂົ້າເຖິງ ແລະ ທຽວໄດ້ຕະຫລອດປີມີ 7.812 ບ້ານ, ກວມ 84,80%; ມີໄຟຟ້າ ລະບົບຕາຂ່າຍໃຊ້ 7.767 ບ້ານ, ກວມ 92,44%; ມີແຫລ່ງນໍ້າສະອາດໃຊ້ 8.049 ບ້ານ, ກວມ 95,80%; ເຂ້ົາເຖິງການບໍລິການດ້ານໂທລະຄົມ ແລະ ການສື່ສານ 7.812 ບ້ານ, ກວມ 92,98%; ເຂົ້າເຖິງການຊື້-ຂາຍ ຫລື ຕະຫລາດ 7.671 ບ້ານ, ກວມ 91,30%; ເຂົ້າເຖິງໂຮງຮຽນປະຖົມ ຫລື ມັດທະຍົມຕົ້ນ 8.367 ບ້ານ, ກວມ 99,58%; ເຂ້ົາເຖິງສຸກສາລາ ຫລື ການບໍລິການສຸຂະພາບຂັ້ນພື້ນ ຖານ 8.246 ບ້ານ, ກວມ 98,14% ຂອງຈໍານວນບ້ານທັງໝົດໃນທ່ົວ ປະເທດ.

    ສ່ວນຜົນການປະເມີນຈັດຕັ້ງປະຕິບັດມາດຖານພົ້ນທຸກ ແລະ ມາດຖານພັດທະນາຕາມດໍາລັດ 348/ລບ, 9 ຄາດໝາຍຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນປີ 2023 ຕາມມະຕິ 82/ສພຊ, ລົງວັນທີ 30/12/2022 ມີ 6 ຄາດໝາຍທ່ີປະຕິບັດໄດ້ລື່ນຄາດໝາຍ ຄື: ການສ້າງຄອບຄົວພົ້ນທຸກ, ການສ້າງບ້ານພົ້ນທຸກ, ການສ້າງຄອບຄົວພັດທະນາ, ການສ້າງບ້ານພັດທະນາ, ການສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ, ການຈັດສັນພູມລໍາເນົາ ແລະ ບ່ອນຢູ່ອາໄສ,ຈັດສັນດິນທຳການຜະລິດ, ຈັດສັນອາຊີບ ແລະ ມີ 3 ຄາດໝາຍທີ່ປະຕິບັດບໍ່ບັນລຸຕາມຄາດໝາຍ ຄື: ການສ້າງເມືອງພົ້ນທຸກ, ການສ້າງເມືອງເຂັ້ມແຂງຮອບດ້ານ ແລະ ການຂະຫຍາຍກອງທຶນພັດທະນາບ້ານບ້ວງ 500 ລ້ານກີບໃຫ້ບ້ານຂອງເມືອງທຸກຍາກ.

ຂ່າວ: ວຽງສະຫວັນ, ພາບ: ເກດສະໜາ

KPL

ຂ່າວອື່ນໆ


Top