ແຂວງບໍແກ້ວ ເພີ່ມທະວີແກ້ໄຂບັນຫາຢາເສບຕິດ

26/06/2024 11:10
Email Print 311
KPL ທ່ານ ຈອມສີ ລັດຕະນະປັນ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 5 ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ນັບແຕ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ເຖິງປັດຈຸບັນ ສະພາປະຊາຊົນແຂວງບໍ່ແກ້ວ ໄດ້ເອົາໃຈ ໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ກາເງິນ ແລະ ການແກ້ໄຂບັນຫາຢາເສບຕິດ.

     *ທ່ານ ຈອມສີ ລັດຕະນະປັນ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 5 ແຂວງ ບໍ່ແກ້ວ  ໃຫ້ຮູ້ວ່າ: ນັບແຕ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ເຖິງປັດຈຸບັນ ສະພາປະຊາຊົນແຂວງບໍ່ແກ້ວ  ໄດ້ເອົາໃຈ  ໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ກາເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ຢູ່ບັນດາເມືອງພາຍໃນແຂວງ ແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເຮັດໃຫ້ແຂວງບໍ່ແກ້ວ ມີຜົນສໍາເລັດໃນຫລາຍດ້ານ ໂດຍສະເພາະ ທາງດ້ານເສດຖະກິດຂະຫຍາຍຕົວດີ, ພໍໍ່ແມ່ປະຊາຊົນມີວຽກເຮັດງານທໍາ ແລະ ມີຊິວິດການເປັນຢູ່ດີຂຶ້ນເປັນກ້າວໆ, ການແກ້ໄຂບັນຫາຢາເສບຕິດຄະນະພັກ, ອົງການປົກຄອງແຕ່ລະຂັ້ນໄດ້ເອົາໃຈໃສ່ໂຄສະນາຜົນຮ້າຍຂອງຢາເສບຕິດ ໃຫ້ພໍ່ແມ່ປະຊາຊົນຊາວໜຸ່ມໄວໜຸ່ມເຂົ້າໃຈຢ່າງເລິກເຊິ່ງ ພ້ອມກັນນັ້ນ ທາງເຈົ້າໜ້າທີ່ກໍໄດ້ສຸມໃສ່ສະກັດກັ້ນ, ແກ້ໄຂບັນດາກຸ່ມຄົນທີ່ມີການພົວພັນກັບຢາເສບຕິດ ສາມາດຈັບກຸມ ແລະ ແກ້ໄຂໄດຫລາຍກໍລະນີໃນໄລຍະທີ່ຜ່ານມາເຖິງປັດຈຸບັນ  ແຕ່ແນວໃດກໍດີ ຄຽງຄູ່ກັບຜົນສໍາເລັດກໍມີຫລາຍຂໍ້ຄົງຄ້າງທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂ ຄືການເຄື່ອນໄຫວໂຄສະນາເຜີຍແຜ່ບັນດານິຕິກໍາຕິດພັນກັບບັນຫາຢາເສບຕິດ ຍັງເຮັດບໍ່ທັນໄດ້ຢ່າງກວ້າງຂວາງ ແລະ ທົ່ວເຖິງທຸກເປົ້າໝາຍຍ້ອນຄວາມຮັບຜິດຊອບຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນບໍ່ທັນສູງ ອີກດ້ານໜຶ່ງກໍຍ້ອນງົບປະມານ, ອຸປະກອນຮັບໃຊ້ຍັງມີຈຳກັດ,  ຄວາມຮັບຮູ້ເຂົ້າໃຈຄວາມຕື່່ນຕົວຂອງປະຊາຊົນບັນດາເຜົ່າ ຍັງບໍ່ທັນສູງຈຶ່ງເຮັດໃຫ້ກຸ່ມແກ້ງຄ້າຂາຍຢາເສບຕິດ, ສວຍໃຊ້ກາລະໂອກາດເຄື່ອນຍ້າຍ, ຄ້າຂາຍ, ຂົນສົ່ງ ແລະ ຈໍານວນຜູ້ເສບຍັງບໍ່ທັນມີຕົວເລກຫລຸດລົງ.

   ສະນັ້ນ,  ເພື່ອແກ້ໄຂບັນຫາດັ່ງກ່າວ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ສົມທົບກັບຄະນະປະຈໍາສະພາປະຊາຊົນແຂວງ ປັບປຸງແບບແຜນວິທີເຮັດວຽກໃຫ້ດີກວ່າເກົ່າ ໂດຍສະເພາະການປະຕິບັດພາລະບົດບາດຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ພາລະບົດບາດ ສະພາປະຊາຊົນຂັ້ນແຂວງ, ພ້ອມກັນນີີ້ກໍສົມທົບກັບອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ລັດຖະທໍາມະນູນ-ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຂອງແຂວງ ທີ່ໄດ້ຮັບຮອງຈາກກອງປະຊຸມສະພາປະຊາຊົນແຂວງນັ້ນ ໃຫ້ໄດ້ຜັນຂະຫຍາຍຢ່າງກວ້າງຂວາງ, ປະຊາຊົນບັນດາເຜົ່າເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.

   ສຸດທ້າຍ ເພື່່ອເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ມີປະສິດທິຜົນນັ້ນທຸກພາກສ່ວນ ໂດຍສະເພາະຕ້ອງເລ່ີມຈາກຄະນະພັກ, ອົງການປົກຄອງແຕ່ລະຂັ້ນຖືສໍາຄັນ, ຊີ້ນຳໂດຍກົງ ແລະ ລົງເລິກເຮັດວຽກງານການເມືອງ-ແນວຄິດເປັນປົກກະຕິຕໍ່ເນື່ອງ,ເຊີດຊູບົດບາດອໍານາດລັດ ແຕ່ລະຂັ້ນຕາມທິດສ້າງລັດ ປົກຄອງດ້ວຍກົດໝາຍໃຫ້ມີປະສິດທິພາບ, ຕິດພັນກັບການເສີມຂະຫຍາຍສິດເປັນເຈົ້າ ແລະ ມີສ່ວນຮ່ວມຂອງປະຊາຊົນ. ການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສົ່ງເສີມຂະຫຍາຍກຳລັງແຮງຂອງເສດຖະກິດຫລາຍພາກສ່ວຕາມຫລັກການຂອງພັກ ແລະ ກໍາລັງແຮງທົ່ວສັງຄົມເຂົ້າໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ການຈັດຕັ້ງປະຕິບັດ 2 ວາລະ ແຫ່ງຊາດໃຫ້ແຂງແຮງ ພ້ອມທັງ ໍເປັນເຈົ້າການພົວພັນຮ່ວມມືກັບຕ່າງ ປະເທດໃນແຕ່ລະດ້ານເພື່ອຊຸກຍູ້ການເຊື່ອມໂຍງ ແລະ ເຊື່ອມຈອດໃນການພັດທະນາ, ນໍາເອົາຜົນປະໂຫຍດມາສູ່ປະຊາຊົນເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ສໍາລັບສະພາປະຊາຊນົແຂວງພວກເຮົາແມ່ນຈະສືບຕໍ່ສຸມໃສ່ຄົ້ນຄວ້າ, ປຶກສາຫາລືບັນຫາສຳຄັນພື້ນຖານຂອງແຂວງ ຮ່ວມກັບອົງການປົກຄອງແຂວງກໍານົດເນື້ອໃນທີ່ຈະນໍາເອົາລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ II ໃຫ້ລະອຽດຖີ່ຖ້ວນ ສາມາດສ່ອງແສງ ແລະ ຕອບບັນຫາຕໍ່ຄວາມຮຽກຮ້ອງຕ້ອງການໃນການພັດທະນາ, ການແກ້ໄຂຊີວິດການເປັນຂອງປະຊາຊົນໃຫ້ແທດເໝາະກັບສະພາບຕົວຈິງໃນປັດຈຸບັນ.

ໂດຍ:  ມາລີດາ

KPL

ຂ່າວອື່ນໆ


Top