ສານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 37 ປີ

26/06/2024 13:32
Email Print 476
KPL ສານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 37 ປີ

-       ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ!

          ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 37 ປີ (26 ມິຖຸນາ 1987-26 ມິຖຸ ນາ 2024) ທີ່ຈະມາເຖິງນີ້, ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນໍາເອົາຄວາມ ຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດ ແລະ ພະນັກງານລັດ-ຖະກອນ ໃນຂອບເຂດທົ່ວປະເທດ, ຖືໂອກາດນີ້ ເປັນການຢືນຢັນຄືນ ເຖິງມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນ ອັນແຮງກ້າ ຂອງວົງຄະນະຍາດສາກົນ ການຮ່ວມມືກັນໃນຂະບວນການ ຕ້ານຢາເສບຕິດແລ້ວ, ຍັງເປັນໂອກາດອັນດີ ທີ່ພວກເຮົາຈະໄດ້ພ້ອມກັນທົບທວນ ແລະ ສັງເກດຕີລາຄາຄືນ ກ່ຽວກັບຜົນສໍາເລັດ ແລະ ບັນຫາຂໍ້ຄົງຄ້າງ ໂດຍສະເພາະ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023) ໃນ 1 ປີ ຜ່ານມາ.

-       ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ!

          ​ເປັນ​ທີ່​ຊາບ​ກັນ​ດີ​ແລ້ວ​ວ່າ, ຢາເສບຕິດ ເປັນບັນຫາໃຫຍ່ລະດັບໂລກ ທີ່ບັນດາປະເທດ ຕ່າງກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຮ່ວມມືກັນໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາດັ່ງກ່າວ. ປັດຈຸບັນ, ຢູ່ປະເທດເຮົາ ກໍພວມຜະເຊີນກັບໄພຂົ່ມຂູ່ ຈາກບັນຫາຢາເສບຕິດເຊັ່ນກັນ ເຊິ່ງໄດ້ແພ່ລະບາດໄປທົ່ວທຸກບ່ອນ ນັບທັງຕົວເມືອງ, ຊົນນະບົດ ແລະ ເຂດຫ່າງໄກສອກຫລີກ ໃນລະດັບທີ່ແຕກຕ່າງກັນ; ບັນຫາຢາເສບຕິດ ໄດ້ກາຍເປັນໜຶ່ງໃນບັນດາປະກົດການຫຍໍ້ທໍ້ທາງສັງ ຄົມ, ການລະບາດຂອງຢາເສບຕິດ ໄດ້ເປັນໜໍ່ແໜງ ແລະ ເປັນສາຍເຫດຕົ້ນຕໍ ຂອງການເກີດຄວາມຮຸນແຮງ ກໍ່ອາຊະຍາກຳ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ ເຊິ່ງເປັນໄພອັນຕະລາຍ ຕໍ່ຄວາມໝັ້ນຄົງຂອງຊາດ ແລະ ໄດ້ສົ່ງຜົົນກະທົບໂດຍກົງ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ຕໍ່ສຸຂະພາບຂອງປະຊາຊົນ, ພົນລະເມືອງລາວເຮົາ ໂດຍສະເພາະ ໄດ້ເບື່ອເມົາຊາວໜຸ່ມ, ເຍົາວະຊົນ ທີ່ເປັນກໍາລັງແຮງງານໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນຜູ້ສືບທອດພາລະກິດ ແລະ ອະນາຄົດ ຂອງປະເທດຊາດ.

ປັດຈຸບັນ, ການຄ້າຂາຍຢາເສບຕິດ ໄດ້ກາຍເປັນຂະບວນການຂ້າມຊາດ ທີ່ລັດຖະບານ ແລະ ປະຊາຊົນລາວ ກໍຄື ບັນດາປະຊາຊາດໃນທົ່ວໂລກ ພ້ອມກັນຕໍ່ຕ້ານຢ່າງແຂງແຮງ ເຖິງວ່າ ຫລາຍປະເທດ ໄດ້ເພີ່ມທະວີມາດຕະການ, ຄວາມພະຍາຍາມ ໃນການຄວບຄຸມ, ສະກັດກັ້ນ, ປາບປາມ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕໍ່ເນື່ອງປານໃດກໍຕາມ ແຕ່ການຜະລິດ, ການຄ້າຂາຍ, ຈໍາໜ່າຍ, ການນໍາໃຊ້, ການລໍາລຽງຂົນສົ່ງສິ່ງເສບຕິດຢູ່ໃນທົ່ວໂລກ ກໍຍັງບໍ່ຫລຸດລົງ ແລະ ມີທ່າອ່ຽງເພີ່ມຂຶ້ນ ຢ່າງໜ້າເປັນຫ່ວງ.

ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການແກ້ໄຂບັນຫາຢາເສບຕິດໃຫ້ເດັດຂາດ. ໃນຊຸມປີຜ່ານມາ, ພັກ-ລັດຖະບານພວກເຮົາ ໄດ້ນຳພາ-ຊີ້ນໍາ ການຈັດຕັ້ງປະ ຕິບັດວຽກງານດັ່ງກ່າວ ຢ່າງຈົດຈໍ່ຕະຫລອດມາ ໂດຍສະເພາະ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023). ມາຮອດເວລານີ້ພັກ-ລັດຖະບານເຮົາ ໄດ້ສືບຕໍ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ເຊິ່ງ ໄດ້ສຸມໃສ່ເນື້ອໃນ 6 ວຽກຈຸດສຸມ ໃນວາລະແຫ່ງຊາດ ໂດຍສະເພາະ ວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການໂຄສະນາເຜີຍແຜ່ລະບຽບກົດໝາຍ ຜົນຮ້າຍຂອງຢາເສບຕິດ, ເນື້ອໃນວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໂດຍຜ່ານພາຫະນະສື່ມວນຊົນ ຄື: ລະຄອນສັ້ນ, ສະປອດ, ບົດເພງ, ຕິດປ້າຍຄໍາຂວັນ, ປ້າຍຮູບຈິນຕະນາການ, ແຈກຢາຍແຜ່ນພັບ, ໂປສເຕີ, ປຶ້ມຄູ່ມືໂຄສະນາ, ປຶ້ມຂັ້ນຕອນເຕັກນິກທີ່ສະແດງ ໃຫ້ເຫັນເຖິງຜົນຮ້າຍຂອງຢາເສບຕິດ ຢ່າງກວ້າງຂວາງ, ຕໍ່ເນື່ອງ ໃຫ້ພະນັກງານ-ລັດຖະກອນ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນລາວບັນດາເຜົ່າ, ເຫັນໄດ້ວ່າ ພົນລະເມືອງລາວສ່ວນຫລາຍ ແມ່ນມີຄວາມຮັບຮູ້-ເຂົ້າໃຈ ຢ່າງຖືກ ຕ້ອງຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບຕິດ. ພ້ອມກັນນີ້, ການສ້າງຄວາມ ເຂັ້ມແຂງທົ່ວສັງຄົມ ໂດຍການເຮັດໃຫ້ຄອບຄົວ, ຊຸມຊົນ ຕື່ນຕົວເຂົ້າຮ່ວມສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນຕົ້ນ ສະຖາບັນຄອບຄົວ, ບ້ານ, ຊຸມຊົນ, ພາກລັດ, ພາກເອກະຊົນ ໄດ້ມີສ່ວນຮ່ວມຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ໂດຍທຸກພາກສ່ວນ, ທຸກໜ່ວຍງານທີ່ກ່ຽວຂ້ອງ ແມ່ນໄດ້ເອົາໃຈໃສ່ ໃກ້ຊິດແທດເຖິງຮາກຖານປະຊາຊົນ ດ້ວຍການນໍາພາ-ຊີ້ນໍາ ເຮັດຕົວຈິງດ້ວຍຫລາຍວິທີ ທີ່ເປັນລະບົບ, ຮັບປະກັນດ້ານການເມືອງ, ກົດໝາຍ, ວິຊາສະເພາະທີ່ກ່ຽວຂ້ອງ. ນອກນັ້ນ, ພວກເຮົາຍັງໄດ້ເອົາໃຈໃສ່ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ບັນດາຄອບຄົວຂອງປະຊາຊົນບັນດາເຜົ່າ ຢູ່ເຂດພູດອຍ ຫັນໄປປະກອບອາຊີບທີ່ໝັ້ນຄົງ, ຖືກກົດໝາຍ ດ້ວຍການປູກພືດທົດແທນ ພືດທີ່ມີສານເສບຕິດ; ສົ່ງເສີມການລ້ຽງສັດ, ປູກພືດ-ຜັກເປັນສິນຄ້າ. ສໍາລັບຜູ້ຖືກເຄາະຮ້າຍຈາກຢາເສບຕິດ ແມ່ນໄດ້ຮັບການບຳບັດປິ່ນປົວ, ຟື້ນຟູ ແລະ ອົບຮົມວິຊາຊີບ ຢູ່ໃນສູນປິ່ນປົວ ແລະ ໂຮງໝໍຊຸມຊົນຂອງລັດ ໄດ້ຢ່າງມີປະສິດທິພາບດີພໍສົມຄວນ, ເຮັດໃຫ້ຜູ້ຖືກເຄາະຮ້າຍ ຈາກຢາເສບຕິດເຫລົ່ານັ້ນ ໄດ້ກັບຄືນເປັນຄົນມີຄຸນຄ່າ ແລະ ພົນລະເມືອງທີ່ດີ ໃນສັງຄົມ. ພ້ອມ​ກັນນີ້, ລັດຖະບານ ຍັງໄດ້ສຸມໃສ່ ໃຫ້ທຸກພາກສ່ວນ ຮ່ວມກັນ ປະຕິບັດວຽກງານ 3 ສ້າງ ຕິດພັນກັບການສ້າງບ້ານ ໃຫ້ເປັນຫົວໜ່ວຍພັດທະນາ ໂດຍໄດ້ສ້າງບ້ານ, ໂຮງຮຽນ, ກົມກອງ, ຫົວໜ່ວຍການຜະລິດ, ບໍລິການ ທັງພາກລັດ ແລະ ເອກະຊົນ ຢູ່ຕາມທ້ອງ ຖິ່ນຕ່າງໆ ໃຫ້ປອດຈາກຢາເສບຕິດ. ຄຽງຄູ່ກັນນັ້ນ, ລັດຖະບານ ຍັງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ ຕໍ່ການປະຕິບັດມາດຕະການ ດ້ານກົດໝາຍ ຕໍ່ຜູ້ກະທຳຜິດ. ສະເພາະ ໃນປີນີ້, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແມ່ນສາມາດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຫລາຍກໍລະນີ, ພ້ອມທັງໄດ້ເພີ່ມທະວີຄວາມເປັນເຈົ້າການ ​ໃນ​ການ​ຕິດຕາມ, ກວດກາ ​ແລະ ແກ້​ໄຂ​ບັນຫາ​ດັ່ງກ່າວ ຢ່າງ​ຕັ້ງໜ້າໂດຍໄດ້ມ້າງຄະດີ, ຢຶດຢາເສບຕິດ, ຢຶດອາວຸດເສິ​ກ, ຢຶດຊັບສິນ, ວັດຖຸມີຄ່າ, ສານເຄມີຕ່າງໆ ທີ່ພວກກຸ່ມຄົນບໍ່ດີ ນໍາໄປຜະລິດເປັນຢາເສບຕິດ ແລະ ທີ່​ສຳຄັນແມ່ນສາມາດຈັບກຸມຜູ້ກະທໍາຜິດ ມາດຳເນີນຄະດີຕາມລະບຽບກົດໝາຍ.

-       ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫຼາຍ!

ເນື່ອງໃນວັນສາກົນຕ້ານຢາເສບຕິດ ວັນທີ 26 ມິຖຸນາ 2024 ຄົບຮອບ 37 ປີ ໃນປີນີ້, ຕາງໜ້າໃຫ້ ພັກ-ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈ ຕໍ່ເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ຕະຫລອດຮອດພໍ່ແມ່ປະຊາຊົນລາວບັນ ດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ໄດ້ໃຫ້ການຮ່ວມມືປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ (2021-2023) ໃນໄລຍະ 1 ປີຜ່ານມາ. ນະໂອກາດນີ້, ຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ, ອູ້ມຊູຊ່ວຍເຫລືອ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ໄດ້ຮັບຜົນດີຕະຫລອດມາ ແລະ ຫວັງວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫລືອ ໃນອະນາຄົດ ຕໍ່ໜ້າ.

-       ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫຼາຍ!

ຢາເສບຕິດ ເປັນບັນຫາທີ່ອັນຕະລາຍຮ້າຍແຮງ, ທ້າທາຍ  ຂອງທຸກຊາດ ແລະ ເປັນໄພຂົ່ມຂູ່ ຕໍ່ຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ແລະ ຄວາມໝັ້ນຄົງ ຂອງບັນດາປະຊາຊາດໃນໂລກ. ດັ່ງນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າ, ທຸກເພດໄວ ໃນທົ່ວສັງຄົມ  ຕະຫລອດຮອດ ບັນດາອົງການຈັດຕັ້ງພັກ-ລັດ, ອົງການປົກຄອງທ້ອງຖິ່ນ, ສະຖາບັນການສຶກສາ, ອົງການພຸດທະສາສະໜາ ແລະ ສະຖາບັນຄອບຄົວ ຕະຫລອດເຖິງຊາວຕ່າງດ້າວ, ຊາວຕ່າງປະເທດ ທີ່ດຳລົງຊີວິດ, ທຳມາຫາກິນ ແລະ ດຳ ເນີນທຸລະກິດ ຢູ່ ສປປ ລາວ ຈົ່ງໄດ້ພ້ອມກັນເປັນເຈົ້າການເຂົ້າຮ່ວມ ໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ, ສືບຕໍ່ຮ່ວມກັນປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ເຮັດໃຫ້ບັນຫາຢາເສບຕິດຫລຸດລົງ ແລະ ໝົດສິ້ນໄປຈາກສັງຄົມລາວຂອງພວກເຮົາ.

ຂໍຂອບໃຈ

KPL

ຂ່າວອື່ນໆ


Top