ສສ ຫວຽດນາມເຂົ້າຮ່ວມ ກອງປະຊຸມເວທີປາໄສເສດຖະກິດໂລກ ປີ 2024

26/06/2024 14:07
Email Print 128
KPL ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ກ່າວປາໄສ ຢູ່ວາລະ ໄຂກອງປະຊຸມ ຄົບຄະນະ ປະຈຳປີ ບັນດາຜູ້ນຳໜ້າ ຄັ້ງທີ 15 ຂອງ ເວທີປາໄສ ເສດຖະກິດໂລກ ຢູ່ ຕະຫລຽນ (WEF ຕະຫລຽນ)

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ວັນທີ 25 ມິຖຸນາ ຕາມເວລາ ທ້ອງຖິ່ນ, ຢູ່ ຕະຫລຽນ, ແຂວງ ຫລຽວໜິງ ແຫ່ງປະເທດ ຈີນ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ກ່າວປາໄສ ຢູ່ວາລະ ໄຂກອງປະຊຸມ ຄົບຄະນະ ປະຈຳປີ ບັນດາຜູ້ນຳໜ້າ ຄັ້ງທີ 15 ຂອງ ເວທີປາໄສ ເສດຖະກິດໂລກ ຢູ່ ຕະຫລຽນ (WEF ຕະຫລຽນ)ໂດຍໄດ້ເນັ້ນໜັກວ່າ: ເພື່ອມຸ່ງໄປເຖິງບັນດາຂົງເຂດ ເຕີບໂຕໃໝ່”, ໄດ້ສະເໜີ ໃຫ້ບັນດາຝ່າຍ ພ້ອມກັນສ້າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ເຊີດຊູການສົນທະນາ, ເສີມຂະຫຍາຍ ນ້ຳໃຈສາມັກຄີ, ຄວາມເປັນເອກະພາບ, ການຮ່ວມມື ແລະ ພັດທະນາ, ແກ້ໄຂບັນດາບັນຫາ ຢ່າງມີປະສິດທິຜົນ ໂດຍອີງໃສ່ ກົດໝາຍ ແລະ ຮັບປະກັນ ຄວາມກົມກ່ຽວລະຫວ່າງ ຜົນປະໂຫດຍ ຂອງບັນດາຝ່າຍກ່ຽວຂ້ອງ; ບໍ່ຫັນເປັນ ບັນຫາການເມືອງ ແລະ ມີການຈໍາແນກ ການປະພຶດສຳລັບ ຂົງເຂດ ວິທະຍາສາດ ເຕັກໂນໂລຢີ, ນະວັດຕະກຳ ທີ່ມີລັກສະນະ ທົ່ວໂລກ. ສຳລັບ WEF ແລະ ບັນດາຄູ່ຮ່ວມມື ຊຸກຍູ້ການຮ່ວມມື ລະຫວ່າງ ພາກລັດ-ເອກະຊົນ, ເສີມຂະຫຍາຍ ບົດບາດ ຂອຜູ້ນຳໜ້າ ໃນການຊີ້ນຳ, ນຳພາການພັດທະນາ ແລະ ວິວັດການ ສ້າງໂຄງປະກອບ ເສດຖະກິດ ຂອງບັນດາປະເທດ, ພາກພື້ນ, ທົ່ວໂລກ, ໂດຍສະເພາະແມ່ນ 3 ຂົງເຂດ ສຳຄັນ. ທີໜຶ່ງແມ່ນ, ສ້າງລະບອບລະບຽບ ການເສດຖະກິດ ການຕະຫລາດ. ທີສອງແມ່ນ ສຸມໃສ່ການພັດທະນາ ລະບົບໂຄງປະກອບ ພື້ນຖານໂຄງລ່າງ ຍຸດທະສາດ. ທີສາມແມ່ນ, ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ. ຂະນະທີ່ ສສ ຫວຽດນາມ ຈະສືບຕໍ່ ປະກອບສວນ ຢ່າງເປັນເຈົ້າການ, ຕັ້ງໜ້າ ເພື່ອປະຊາຄົມ ອາຊຽນ ໝັ້ນຄົງເຂັ້ມແຂງ, ຮອບດ້ານ, ສາມັກຄີ, ຮ່ວມມື, ເປັນເອກະພາບ ໃນຄວາມຫລາຍຮູບ ຫລາຍສີ; ພ້ອມກັບ ອາຊຽນ ສືບຕໍ່ສົມທົບກັນ ຢ່າງແໜ້ນແຟ້ນກັບ ສປ ຈີນ, ເວທີປາໄສ ເສດຖະກິດໂລກ  ແລະ ບັນດາຄູ່ຮ່ວມມື ຊຸກຍູ້ບັນດາກຳລັງໜູນ ເຕີບໂຕໃໝ່ ຢ່າງເຂັ້ມແຂງ; ພ້ອມດຽວກັນນັ້ນ, ມານະພະຍາຍາມ ຮັກສາ ແລະ ປັບປຸງ ສະພາບແວດລ້ອມ ແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ ຢູ່ພາກພື້ນ ແລະ ໃນໂລກ ຢ່າງບໍ່ຢຸດຢັ້ງ. ໃນຂອບເຂດເຂົ້າຮ່ວມກອງປະຊຸມ, ທ່ານ ຟ້າມມິງຈິງ ໄດ້ມີການພົບປະກັບ ທ່ານ ອານເດຣ ດູດາ( Andrzej Duda) ປະທານາທິບໍດີ ໂປໂລຍ. ຂະນະນີ້, ການນຳສອງທ່ານ ໄດ້ເຫັນດີ ຍົກລະດັບ ການພົວພັນ ສອງຝ່າຍຂຶ້ນສູ່ລະດັບສູງໃໝ່ ໃນໄລຍະຈະມາເຖິງ. ນອກນີ້ ຍັງໄດ້ເຂົ້າຮ່ວມ ການໂອ້ລົມສົນທະນາ ກັບປະຊາຄົມ ວິສາຫະກິດເລີ່ມຕົ້ນທຸລະກິດ ແລະ ນະວັດຕະກຳຂອງ WEF, ດ້ວຍຫົວຂໍ້ຊຸກຍູ້ການເຕີບໂຕ ເສດຖະກິດ ໂດຍອີງໃສ່ ນະວັດຕະກຳຢູ່ບັນດາປະເທດ ພວມພັດທະນາ”. ໃນຂະບວນວິວັດ ແຫ່ງການພັດທະນາຂອງ ສສ ຫວຽດນາມ ຍາມໃດ ກໍຮັບຮູ້ ຢ່າງຖືກຕ້ອງ ກ່ຽວກັບ ນະວັດຕະກຳ, ການສ້າງອາຊີບ ແລະ ໄດ້ມີການເຄື່ອນໄຫວ ແທດຈິງ ແລະ ມີປະສິດທິຜົນ ຫລາຍຢ່າງ ເພື່ອຊຸກຍູ້ ນະວັດຕະກຳ. ພ້ອມກັນນັ້ນ, ສສ ຫວຽດນາມ ສຸມໃສ່ພັດທະນາ ພື້ນຖານໂຄງລ່າງສັງຄົມ; ພັດທະນາ ແຫລ່ງຊັບພະຍາກອນ ມະນຸດ; ລະດົມ ບັນດາແຫລ່ງ ຊັບພະຍາກອນມະນຸດ; ນຳເອົາການລົງທຶນ ສາທາລະນະ ນຳພາການລົງ ພາກເອກະຊົນ ແລະ ເຄື່ອນໄຫວ ແລະ ລະດົມທຸກແຫລ່ງ ກຳລັງສັງຄົມ ເຂົ້າໃນນະວັດຕະກຳ ແລະ ສ້າງອາຊີບ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top