ຫລວງພະບາງ ເອົາໃຈໃສປະຕິບັດສອງວາລະແຫ່ງຊາດ

26/06/2024 11:59
Email Print 531
KPL ທ່ານ ສົມພອນ ສີອຸດົມພັນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6 ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ແຂວງຫລວງພະບາງ ໄດ້ເອົາໃຈໃສ່ປະຕິບັດບັນດາແຜນວຽກງານຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຄືການຊຸກຍູ້ສົ່ງເສີມການການປູກ-ການລ້ຽງ, ການຜະລິດເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ.

    *ທ່ານ ສົມພອນ ສີອຸດົມພັນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6  ແຂວງ ຫລວງພະບາງ ໃຫ້ຮູ້ວ່າ:  ໃນໄລຍະຜ່ານມາ ແຂວງຫລວງພະບາງ  ໄດ້ເອົາໃຈໃສ່ປະຕິບັດບັນດາແຜນວຽກງານຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຄືການຊຸກຍູ້ສົ່ງເສີມການການປູກ-ການລ້ຽງ, ການຜະລິດເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກເປັນຕົ້ນ: ການລ້ຽງສັດແບບເປັນຟາມ ໄດ້ມີການຂະຫຍາຍຕົວ, ການຂຸດຄົ້ນແຮ່ທາດ ໂດຍສະເພາະແມ່ນແຮ່ຄຳຕົກຂ້ອນ ທ່ີລັດຖະບານອານຸຍາດໄດ້ຮັບການຄຸ້ມຄອງ, ການຊຸກຍູ້ສົ່ງເສີມ, ອຳນວຍຄວາມສະດວກໃຫ້ແກ່ທຸລະກິດການບໍລິການ ແລະ ການທ່ອງທ່ຽວມີການຟື້ນຕົວ, ສາມາດປັບປຸງສະພາບແວດລ້ອມ ທີ່ເອື້ອອຳນວຍຄວາມສະດວກ ໃຫ້ແກ່ການລົງທຶນມີຄວາມວ່ອງໄວຂຶ້ນກວ່າເກົ່າ.

    ເຊິ່ງເປັນປັດໄຈທີ່ສາມາດດຶງດູດການລົງທຶນຂອງພາກເອກະຊົນ ຈາກທັງພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນ; ດ້ານການເກັບລາຍຮັບເຂົ້າງົບປະມານຂອງແຂວງ ກໍໄດ້ຮັບການປັບປຸງ ແລະ ຫັນເປັນທັນສະໄໝຈົນສາມາດເຮັດໃຫ້ແຂວງຫລວງພະບາງ ມີລາຍຮັບເພີ່ມຂຶ້ນ, ມີລາຍຮັບເກີນແຜນ 2 ປີ ຕິດຕໍ່ກັນ ແລະ ໄດ້ມີການຄຸ້ມຄອງລາຍຈ່າຍໄປຕາມທິດປະຢັດ ແລະ ຕ້ານການຟູມເຟືອຍ. ນອກນັ້ນ, ຍັງໄດ້ສຸມໃສ່ແກ້ໄຂໜີ້ສິນ ສາທາລະນະ ຕາມມະຕິຂອງສະພາແຫ່ງຊາດ; ຊຸກຍູ້ພາກສ່ວນທະນາຄານ ແລະ ສະຖາບັນການເງິນພາຍໃນແຂວງ ໃນການສ້າງສະຖຽນລະພາບດ້ານເງິນຕາ; ເພີ່ມທະວີປະສິດທິພາບໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍເປັນຕົ້ນ: ການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳທ່ີສຳຄັນຂອງແຂວງໄດ້ຈຳນວນໜຶ່ງ, ປັບປຸງຄຸນນະພາບຂອງການ ບໍລິຫານລັດ ດ້ວຍການປັບປຸງກົງຈັກການຈັດຕັ້ງຕາມທິດກະທັດຮັດ.

     ເຖິງຢ່າງໃດກໍຕາມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນຍັງມີບັນຫາຈຳນວນໜຶ່ງ ທີ່ຕ້ອງເອົາໃຈໃສ່ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນການຜະລິດເປັນສິນຄ້າເພື່ອສົ່ງອອກ ຍັງບໍ່ທັນເຮັດໄດ້ຢ່າງເປັນຮູບປະທຳ, ການຫັນເປັນທັນສະໄໝ ໃນການຄຸ້ມຄອງເກັບລາຍຮັບຍັງເຮັດບໍ່ທັນໄດ້ໝົດ, ການອອກມາດຕະການດ້ານການປະຢັດ ແລະ ຕ້ານການຟູມເຟືອຍໃນທົ່ວສັງຄົມຍັງບໍ່ທົ່ວເຖິງ, ການຄຸ້ມຄອງລາຄາສິນຄ້າ, ອັດຕາແລກປ່ຽນຍັງເຮັດບໍ່ທັນດີເທົ່າທ່ີຄວນ, ໃນເດືອນພຶດສະພາ ປີ 2024 ຜ່ານມານີ້ຕົວເລກເງິນເຟີ ຂອງ ສປປ ລາວ (ຢູ່ທີ່25,8%) ສະເພາະແຂວງຫລວງພະບາງ ຂອງພວກເຮົາແມ່ນຢູ່ທີ່ 16.71% ໃນການແກ້ໄຂຫລາຍບັນຫາທີ່ເກີດຂຶ້ນ ໃນຂົງເຂດເສດຖະກິດຍັງບໍ່ທັນເດັດຂາດ, ເຂັ້ມງວດຕາມກົດໝາຍ.

     (ຂໍ້ມູນ ຈາກ: ສູນສະຖິຕິພະແນກແຜນການ ແລະ ການລົງທຶນແຂວງ). ສໍາລັບ ວຽກງານການແກ້ໄຂບັນຫາຢາເສບຕິດ ເຫັນວ່າບັນດາວຽກງານຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແມ່ນໄດ້ມີການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເປັນຕົ້ນ: ແມ່ນການສ້າງຄວາມຮັບຮູ້, ຄວາມເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ, ເຜີຍແຜ່ນິຕິກໍາ ແລະ ກົດໝາຍທີ່ກ່ຽວຂ້ອງ, ການປັບປຸງດ້ານກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດໃນການເຄື່ອນໄຫວຂອງອົງການທີ່ກ່ຽວຂ້ອງຕໍ່ການແກ້ໄຂບັນຫາຢາເສບຕິດ, ໃຫ້ມີປະສິດທິພາບດ້ານການຄຸ້ມຄອງ-ຊີ້ນຳການແກ້ໄຂບັນຫາຢາເສບຕິດ ແລະ ປັບປຸງຂີດຄວາມສາມາດ ໃນການເຄື່ອນໄຫວເຮັດໜ້າທີ່ຂອງລະບົບການເມືອງ ນັບແຕ່ຂັ້ນແຂວງຈົນເຖິງຂັ້ນບ້ານເຮັດໃຫ້ບັນຫາຢາເສບຕິດພາຍໃນແຂວງ ໄດ້ຮັບການແກ້ໄຂຫລາຍພໍສົມຄວນ. ເຖິງຢ່າງໃດກໍຕາມ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕ້ອງໄດ້ເອົາໃຈໃສ່ແກ້ໄຂເປັນຕົ້ນ: ການໂຄສະນາເຜີຍແຜ່ນິຕິກໍາ ແລະ ຜົນຮ້າຍຂອງຢາເສບຕິດ ຍັງເຮັດບໍທັນໄດ້ກວ້າງຂວາງ ແລະ ເລິກເຊິ່ງ, ຄວາມເປັນເຈົ້າການຂອງຄອບຄົວ ແລະ ລະບົບການເມືອງຢູ່ຮາກຖານຈຳນວນບໍ່ໜ້ອຍຕໍ່ວຽກງານຄຸ້ມຄອງ ແກ້ໄຂບັນຫາຢາເສບຕິດຍັງບໍ່ສູງ ສ່ວນຫລາຍຍັງເຂົ້າໃຈວ່າແມ່ນໜ້າທີ່ຂອງເຈົ້າໜ້າທີ່ຕຳຫລວດ.

ໂດຍ:  ມາລີດາ

KPL

ຂ່າວອື່ນໆ


Top