ປຸກລະດົມລາງວັນອາຊຽນ 2023

21/02/2023 15:34
Email Print 638
KPL ຄະນະເລຂາ ອາຊຽນ ໄດ້ປຸກລະດົມ ລາງວັນ ອາຊຽນ 2023 ສະຫງວນ ໃຫ້ສ່ວນບຸກຄົນ ແລະ ອົງການ ຈັດຕັ້ງ ດີເດັ່ນ ໃນພາກພື້ນ. ໂດຍຮັບຮູ້ວ່າ ແມ່ນລາງວັນ ແຖວໜ້າ ຢູ່ພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້, ລາງວັນ ອາຊຽນ ໄດ້ມອບ ເປັນປະຈຳປີ ເພື່ອເຊີດຊູ ບັນດາການ ປະກອບ ສ່ວນ ສຳຄັນ ໃນການໜູນຊ່ວຍ ສ້າງປະຊາຄົມ ອາຊຽນ.

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ຄະນະເລຂາ ອາຊຽນ ໄດ້ປຸກລະດົມ ລາງວັນ ອາຊຽນ 2023 ສະຫງວນ ໃຫ້ສ່ວນບຸກຄົນ ແລະ ອົງການ ຈັດຕັ້ງ ດີເດັ່ນ ໃນພາກພື້ນ. ໂດຍຮັບຮູ້ວ່າ ແມ່ນລາງວັນ ແຖວໜ້າ ຢູ່ພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້, ລາງວັນ ອາຊຽນ ໄດ້ມອບ ເປັນປະຈຳປີ ເພື່ອເຊີດຊູ ບັນດາການ ປະກອບ ສ່ວນ ສຳຄັນ ໃນການໜູນຊ່ວຍ ສ້າງປະຊາຄົມ ອາຊຽນ. ໃນປີທີ 6 ນີ້, ລາງວັນ ອາຊຽນ ຈະສືບຕໍ່ ເຊີດຊູ ບັນດາ ສ່ວນບຸກຄົນ ແລະ ອົງການ ຈັດຕັ້ງ ມີຄວາມ ຕັດສິນໃຈ ແລະ ຢືດໝັ້ນ ຊຸກຍູ້ ພາກພື້ນມຸ່ງ ໄປເຖິງ ຄວາມກົມກ່ຽວ ແລະ ການພັດທະນາ ແບບຍືນຍົງ ເທື່ອລະກ້າວ, ພ້ອມທັງ ສ້າງສີສັນ ວັດທະນຳ ອາຊຽນ ໃຫ້ເຂັ້ມແຂງ ກວ່າ​ເກົ່າ. ເວລາ ສົ່ງເອກະສານ ຈົດທະບຽນ ແຕ່ວັນທີ 20 ກຸມພາ ຫາວັນທີ 28 ເມສາ ປີ​ນີ້. ພາຍຫລັງ ໄດ້ຮັບ ບັນດາ ການສະເໜີແນະ, ສະພາ ກຳມະການ ລວມມີ: ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ ແລະ ບັນດາ ອະດີດ ເລຂາທິການໃຫຍ່ ອາຊຽນ ຈະໄດ້ຮຽກມາ ເພື່ອເລືອກ ເອົາບັນດາ ຜູ້ທີ່ເໝາະສົມ. ຄ້າຍຄືກັບ ຊຸມປີກ່ອນ, ສ່ວນ ບຸກຄົນ ແລະ ອົງການ ຈັດຕັ້ງໄດ້ ຮັບລາງວັນ ຈະໄດ້ຮັບຂັນ ແລະ ລາງວັນ ດ້ວຍເງິນສົດ ທີ່ມີມູນຄ່າ 20.000 ​ໂດ​ລາ​ ສະຫະລັດ ໂດຍກອງທຶນ Temasek ຂອງ ສິງກະໂປ ແລະ ອົງການ Yayasan Hasanah ຂອງ ມາເລເຊຍ ອຸປະຖຳ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top