ອອປສ ເຊື່ອມຊຶມ ຫລາຍເອກກະສານສຳຄັນ

27/06/2024 14:29
Email Print 439
KPL ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ​ແລະ ​ເອກະສານ​ສຳຄັນ​ອື່ນ​ໆຈຳນວນ​ໜຶ່ງ, ໃນວັນທີ 27 ມິຖຸນາ 2024 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ



ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ເຊື່ອມຊຶມ
 ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ​ແລະ ​ເອກະສານ​ສຳຄັນ​ອື່ນ​ໆຈຳນວນ​ໜຶ່ງ, ໃນວັນທີ 27 ມິຖຸນາ 2024  ພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດມີຄະນະປະຈຳພັກຄະນະບໍລິຫານງານພັກຄະນະໜ່ວຍພັກຄະນະກົມ ແລະ ຄະນະພະແນກ ຂອງອົງການໄອຍະການ ປະຊາຊົນສູງສຸດ ເຂົ້າຮ່ວມ.

ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນ ເຊື່ອມຊຶມເອກະສານສຳຄັນຂອງພັກ, ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ຍົກໃຫ້ເຫັນແຈ້ງສິ່ງທ້າທາຍກາລະໂອກາດ ແລະ ການແກ້ໄຂບັນຫາຮີບດ່ວນ ເປັນຕົ້ນ ການແກ້ໄຂ ຄວາມເຄັ່ງຮ້ອນ ດ້ານເສດຖະກິດ-ການເງິນແກ້ໄຂອັດຕາເງິນເຟີອັດຕາແລກປ່ຽນແກ້ໄຂໜີ້ສິນ ແລະ ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ໃຫ້ແກ່ການລົງທຶນ ແລະ ການດຳເນີນທຸລະກິດລວມເຖິງ ການແກ້ໄຂທຸກການທ່ວງດຶງຂອດຂັ້ນລະບຽບການກົດໝາຍ ທີ່ຍັງເປັນອຸປະສັກກີດຂວາງຊັກຊ້າບໍ່ໂປ່ງໃສ ໃຫ້ຕົກໄປການຍູ້ແຮງການຄຸ້ມຄອງການລົງທຶນ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດຍູ້ແຮງການຜະລິດ ເປັນສິນຄ້າຄຸ້ມຄອງລາຄາສິນຄ້າ ແລະ ຊຸກຍູ້ການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ.




ຈາກນັ້ນ
, ກອງ​ປະຊຸມຍັງໄດ້ເຜີຍແຜ່ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລ ຍະໃໝ່ ໂດຍ ສະຫາຍ ຫົວໜ້າ ອອປສ ໄດ້ຍົກໃຫ້ເຫັນ ຄວາມຈຳເປັນ ໃນການອອກມະຕິແນວຄິດຊີ້ນຳ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງການເພີ່ມທະວີແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນສ້າງຄວາມເຂັ້ມແຂງ ໃຫ້ແກ່ການຜະລິດການບໍລິການລະບົບການເງິນ-ເງິນ ຕາ ແລະ ການຄຸ້ມຄອງ ບໍລິຫານລັດ ເພື່ອເປັນພື້ນຖານໃຫ້ແກ່ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຢ່າງມີບາດກ້າວທີ່ໜັກແໜ້ນ ເພື່ອຕອບສະໝອງ ໃຫ້ແກ່ການປົກປັກຮັກສາປະເທດຊາດ ແລະ ການພັດທະນາທີ່ຍືນຍົງສ້າງຄວາມຢູ່ດີກິນດີ ໃຫ້ປະຊາຊົນພາຍ ໃນຊາດເຮັດໃຫ້ປະເທດຊາດ ມີສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ຢ່າງໜັກແໜ້ນສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ພ້ອມນີ້, ສະຫາຍ ໄຊຊະນະ ໂຄດພູທອນ ຍັງໄດ້ເນັ້ນໃຫ້ສະມາຊິກພັກພະນັກງານ-ລັດຖະ ກອນອົງການໄອຍະການປະຊາຊົນສູງສຸດ ຈົ່ງພ້ອມກັນເປັນເຈົ້າການທຸ້ມເທສະຕິປັນຍາເຫື່ອແຮງຍົກສູງຄວາມຮັບຜິດຊອບ ການເມືອງເພື່ອນຳພາ-ຊີ້ນໍາ ໃນການຈັດຕັ້ງ ປະຕິບັດໃຫ້ຖືກທິດ, ປັບປຸງ​ແກ້ໄຂຂໍ້ຄົງຄ້າງຜ່ານມາເສີມຂະຫຍາຍດ້ານດີ ແລະ ສືບຕໍ່ປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ໂດຍສ້າງເປັນແຜນງານໂຄງການ ແລະ ກິດຈະກໍາລະອຽດ ຕາມມະຕິກອງປະຊຸມໃຫຍ່ ສະມາຊິກພັກ ອົງການ ໄອຍະການປະຊາຊົນສູງສຸດ ຄັ້ງທີ 8, ຜັນຂະຫຍາຍແຜນງານໂຄງການເຂົ້າເປັນກິດຈະກໍາປະຈໍາວັນໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມ ກົດລະບຽບຂອງພັກກົດໝາຍຂອງລັດ ແລະ ທິດຊີ້ນໍາທາງຂັ້ນເທິງ ວາງອອກໃນແຕ່ລະໄລຍະ ໃຫ້ເປັນລະບົບ ຕໍ່ເນື່ອງມີປະສິດທິພາບເຕີບໃຫຍ່ເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ ເຮັດໃຫ້ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບ ການຕິດຕາມກວດ ກາ ການປະຕິບັດກົດໝາຍ ແລະ ການປະຕິບັດສິດກ່າວຟ້ອງ ຂອງອົງການໄອຍະການປະຊາຊົນ ຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໃຈ ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ຢ່າງໜັກແໜ້ນສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ຂ່າວ: ກິດ​ຕາ

KPL

ຂ່າວອື່ນໆ

    • ສສຊ ເຂດ 13 ສະເໜີໃຫ້ລັດ ລົງເລິກຂຸດຄົ້ນ ລາຍຮັບຈາກການດຳເນີນທຸລະກິດ ການບໍລິການ-ໂລຈິສຕິກການເມືອງ

      ສສຊ ເຂດ 13 ສະເໜີໃຫ້ລັດ ລົງເລິກຂຸດຄົ້ນ ລາຍຮັບຈາກການດຳເນີນທຸລະກິດ ການບໍລິການ-ໂລຈິສຕິກ

      6/27/2024 2:19:24 PM

      ຂປລ. ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 26 ມິຖຸນາ 2024 ຜ່ານມາ, ທ່ານ ໄຊຍະເດດ ຜຸຍຍະວົງ ສາມະຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ມີຄຳເຫັນແລກປ່ຽນ ໃສ່ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບປັບປຸງ ໂດຍສະເໜີໃຫ້ເອົາວຽກເຂດເສດຖະກິດພິເສດເຂົ້າໃສ່ຕື່ມ, ພ້ອມທັງ ສະເໜີໃຫ້ລັດຖະບານ ລົງເລິກຂຸດຄົ້ນເອົາລາຍຮັບ ຈາກການດຳເນີນທຸລະກິດ ໃນຂົງເຂດບໍລິການ-ໂລຈິສຕິກ ທີ່ເປັນທ່າແຮງຂອງປະເທດເຮົາ.

    • ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍ ວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍ ວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງ

      6/27/2024 2:15:05 PM

      ຂປລ. ໃນວາລະການດໍາເນີນ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 27 ມິຖຸນາ 2024 ນີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ສະເໜີກ່ຽວກັບ ຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງ ໂດຍທ່ານ ໄດ້ຍົກໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ ກົດໝາຍສະບັບດັ່ງກ່າວ ເຊິ່ງຮ່າງກົດໝາຍສະບັບປັບປຸງໃໝ່ ແມ່ນ ມີ 12 ພາກ ເທົ່າກັບສະບັບເດີມ ປີ 2013.

    • ສປປ ລາວ ຖືເອົາໂພຊະນາການ ເປັນວຽກ ບຸລິມະສິດ ໃນການພັດທະນາຊັບສິນດ້ານມະນຸດການເມືອງ

      ສປປ ລາວ ຖືເອົາໂພຊະນາການ ເປັນວຽກ ບຸລິມະສິດ ໃນການພັດທະນາຊັບສິນດ້ານມະນຸດ

      6/27/2024 2:05:16 PM

      ຂປລ. ​ໃນກອງປະຊຸມ ສຸດຍອດຊັບສິນດ້ານມະນຸດ ຄັ້ງທີ II ວັນ​ທີ 26 ມິຖຸນາ 2024 ຜ່ານ​ມາ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຢັ້ງຢືນຄືນເຖິງ​ຄໍາ​ໝັ້ນ​ສັນຍາ ໃນ​ການ​ແກ້​ໄຂ​ບັນຫາການ​ຂາດ​ສານ​ອາຫານ ແລະ ​ຄວາມສຳຄັນຂອງວຽກງານ​ໂພຊະນາ​ການ ໂດຍ​ຖື​ເອົາວຽກ​ດັ່ງກ່າວ​ເປັນ​ບຸລິມະສິດ​ຕົ້ນຕໍ​ ໃນ​ການພັດທະນາຊັບສິນດ້ານມະນຸດ .

    • ສປປ ລາວ-ຍີ່ປຸ່ນ ເພີ່ມທະວີການພົວພັນຮ່ວມມືການເມືອງ

      ສປປ ລາວ-ຍີ່ປຸ່ນ ເພີ່ມທະວີການພົວພັນຮ່ວມມື

      6/27/2024 1:59:39 PM

      ຂປລ. ໃນຕອນບ່າຍຂອງວັນທີ 26 ມິຖຸນາ 2024, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຶເງະ ໂຢຊິຟຸມິ (Mr. TSUGE Yoshifumi), ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

    • ສະພາປະຊາຊົນແຂວງບໍລິຄຳໄຊ ເອົາໃຈໃສ່ປະຕິລັດພາລະບົດບາດຂອງຕົນການເມືອງ

      ສະພາປະຊາຊົນແຂວງບໍລິຄຳໄຊ ເອົາໃຈໃສ່ປະຕິລັດພາລະບົດບາດຂອງຕົນ

      6/27/2024 10:34:23 AM

      ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນ ແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດ ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX.


Top