KPL
ສຳນັກ ບໍລິຫານ ພະລັງງານ ແຫ່ງຊາດ ຈີນ ໄດ້ລາຍງານ ການໃຊ້ ໄຟຟ້າ ຂອງ ປະເທດ ຂະຫຍາຍຕົວ ຢ່າງເຂັ້ມແຂງ ໃນເດືອນ ພືດສະພາ ທີ່ຜ່ານມາ .
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກ ບໍລິຫານ ພະລັງງານ ແຫ່ງຊາດ ຈີນ ໄດ້ລາຍງານ ການໃຊ້ ໄຟຟ້າ ຂອງ ປະເທດ ຂະຫຍາຍຕົວ ຢ່າງເຂັ້ມແຂງ ໃນເດືອນ ພືດສະພາ ທີ່ຜ່ານມາ . ໃນຂະນະທີ່ ປະລິມານ ການໃຊ້ ໄຟຟ້າ ຂອງ ຈີນ ໄລຍະເດືອນ ພືດສະພາ ລວມມີ 7,75 ແສນລ້ານກິໂລວັດ ຕໍ່ຊົ່ວໂມງ, ເພີ່ມຂຶ້ນ 7,2% ເມື່ອທຽບໃສ່ປີຕໍ່ປີ. ໂດຍ ການໃຊ້ ໄຟຟ້າ ຂອງ ອຸດສາຫະກໍຳຕົ້ນຕໍ, ອຸດສາຫະກຳສຳຮອງ ແລະ ອຸດສາຫະກຳ ຊັ້ນສູງ ເພີ່ມຂຶ້ນ 10,3%, 6,8% ແລະ 9,9% ຕາມລໍາດັບ. ສ່ວນ ການໃຊ້ໄຟຟ້າ ຂອງ ຄົວເຮືອນ ປະເພດທີ່ຢູ່ອາໄສ ລວມມີ 9,24 ໝື່ນລ້ານ ກິໂລວັດ ຕໍ່ຊົ່ວໂມງ, ເພີ່ມຂຶ້ນ 5,5% ເມື່ອທຽບ ປີຕໍ່ປີ. /.
KPL