ສປ ຈີນ ຍົກລະດັບການຕໍ່ສູ້ຕ້ານການສໍ້ໂກງທາງອອນລາຍ

27/06/2024 06:52
Email Print 301
KPL ສປ ຈີນ​ ເປີດ​ຂະ​ບວນ​ການ ​ຕ້ານ​ການ​ສໍ້​ໂກງ​ ທາງ​ໂທ​ລະ​ສັບ​ ແລະ​ ທາງ​ອອນ​ລາຍ ທົ່ວປະເທດ ເປັນເວລາ 1ເດືອນ ຫລັງ​ຈາກ ​ການ​ກໍ່​ອາ​ຊະ​ຍາ​ກໍາ ​ດັ່ງ​ກ່າວ​ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ ​ໃຫ້​ປະ​ເທດ​ ຫລາຍ​ກວ່າ 10 ຕື້ໂດລາ ສະຫະລັດ.

ຂປລ.ສຳນັກຂ່າວ ເອເອຟພີ,ວັນທີ26ມິຖຸນານີ້, ສປຈີນ​ ເປີດ​ຂະ​ບວນ​ການ ​ຕ້ານ​ການ​ສໍ້​ໂກງ​ ທາງ​ໂທ​ລະ​ສັບ​ ແລະ​ ທາງ​ອອນ​ລາຍທົ່ວປະເທດ ເປັນເວລາ 1ເດືອນ ຫລັງ​ຈາກ ​ການ​ກໍ່​ອາ​ຊະ​ຍາ​ກໍາ ​ດັ່ງ​ກ່າວ​​ ໄດ້​ສ້າງ​ຄວາມ​ເສຍ​ຫາຍ ​ໃຫ້​ປະ​ເທດ​ ຫລາຍ​ກວ່າ 10 ຕື້ໂດລາ ສະຫະລັດ.ກະຊວງ​ປ້ອງ​ກັນ​ ຄວາມ​ສະຫງົບ​ຈີນ​ ໃຫ້​ຂໍ້​ມູນ​ວ່າ:ໂຄງການດັ່ງກ່າວ ມີເປົ້າໝາຍ ​ເພີ່ມ​ທະວີ​ ຄວາມ​ຮັບ​ຮູ້ ​ກ່ຽວ​ກັບ​ ການ​ຕ້ານ​ການ​ສໍ້​ໂກງແລະ ເພີ່ມຂີດຄວາມສາມາດ ໃນການຈໍາແນກແລະ ການປົກປ້ອງ ປະຊາຊົນໂດຍໜ່ວຍງານ ທ້ອງຖິ່ນ ​ຈະ​ດຳ​ເນີນ ​ໂຄສະນາເຜີຍແຜ່ ​ຂໍ້ມູນຂ່າວສານ ຂັ້ນທ້ອງຖິ່ນ​ເປົ້າ​ໝາຍ​ ເປັນຊຸມຊົນ, ໝູ່ບ້ານ, ຄອບຄົວ, ​ໂຮງຮຽນ ​ແລະ ສະຖານ​ທີ່​ຕ່າງໆ.ນອກຈາກນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ຍັງຄອຍເຜີຍແຜ່ ເລກົນອຸບາຍ ການສໍ້ໂກງ ທາງໂທລະສັບ ແລະ ວິທີການຫລອກລວງຕ່າງໆ. ຂະນະທີ່ ພາກລັດ ດຳເນີນໂຄງການທີ່ເນັ້ນໃສ່ ກຸ່ມສ່ຽງສູງເຊັ່ນ: ເດັກນ້ອຍ, ຜູ້ສູງອາຍຸ, ລັດວິສາຫະກິດ ແລະ ຜູ້ທີ່ເຮັດວຽກ ດ້ານການເງິນ ຍ້ອນວ່າ ຫລາຍກວ່າ 60% ຂອງຜູ້ຖືກເຄາະຮ້າຍ ຈາກການສໍ້ໂກງ ທາງໂທລະສັບ ໃນປີ 2023 ຈະມີອາຍຸ ລະຫວ່າງ 18-40 ປີ ແລະ 1ໃນ3 ຂອງຜູ້ເຄາະຮ້າຍ ທັງໝົດ ຈະມີອາຍຸ ລະຫວ່າງ 41-65 ປີ.ເຈົ້າໜ້າທີ່ ມັກຍົກຕົວຢ່າງ ເພື່ອ​ໃຫ້​ເຂົາ​ເຈົ້າ ສາ​ມາດ​ຫລີກ​ລ້ຽງ ​ການ​ກາຍ​ເປັນ"ເຄື່ອງມື ແລະ ຜູ້ສົມຮູ້ຮ່ວມຄິດ" ຂອງຜູ້ຫລອກລວງ. ນອກຈາກນັ້ນ, ຈະມີການເຜີຍແຜ່ ຄູ່ມື ປ້ອງກັນຕົວ  ​ເພື່ອ​ຊ່ວຍ​ເຫລືອ​ ນັກ​ສຶກ​ສາ​ຈີນ​ ໃນຕ່າງປະເທດ ແລະ ຊຸມຊົນ​ຊາວ​ຈີນ​ ຢູ່​ຕ່າງປະ​ເທດ.ສປ ຈີນ​ ຜະ​ເຊີນ​ນ້າກັບ ​ບັນ​ຫາ​ກຸ່ມ​ແກ໊ງ ຄໍລເຊັນເຕີ ທີ່ເພີ່ມຂຶ້ນ ຢ່າງຫລວງຫລາຍ ໃນຊຸມປີທີ່ຜ່ານມາ.ເຊັ່ນດຽວກັນກັບ ປະເທດ ອື່ນໆ ໃນອາຊີ, ສະເພາະ ເດືອນພືດສະພາ ທີ່ຜ່ານມາ ສປ ຈີນ ໄດ້ປາບປາມ ການສໍ້ໂກງ ໂທລະຄົມ ແລະ ເຄືອຂ່າຍ ແລ້ວ 543.000 ຄະດີ ແລະ ມີຜູ້ຕ້ອງຫາ ຫລາຍກວ່າ 49.000ຄົນ ທີ່ຖືກສົ່ງມອບ ໂດຍປະເທດ ຕ່າງໆ ໃນອາຊີ ຕາເວັນອອກ ສຽງໃຕ້(ອາຊຽນ) ພ້ອມທັງແກ້ໄຂຄະດີຕ່າງໆ ທີ່ກ່ຽວຂ້ອງກັບ ການເຄື່ອນໄຫວ ແບບສໍ້ໂກງ ທາງອອນລາຍ ທັງພາຍໃນ ແລະຕາງປະເທດ ຢ່າງເຂັ້ມງວດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top