ອົງການອະນາໄມໂລກ ເປີດເຜີຍແອລກໍຮໍ ເຮັດໃຫ້ປະຊາກອນໂລກ ເສຍຊີວິດເກືອບ 3 ລ້ານຄົນ

27/06/2024 18:08
Email Print 192
KPL ບົດລາຍງານ ສະບັບຫລ້າສຸດ ຂອງ ອົງການ ອະນາໄມໂລກ (ດັບເບີລຢູເອຊໂອ) ກ່ຽວກັບ ແອລກໍຮໍ ແລະ ສຸຂະພາບ ລະບຸວ່າ: ເຄື່ອງດື່ມ ແອລກໍຮໍ ເປັນສາເຫດ ຂອງ ການເສຍຊີວິດ ປະຊາກອນ ທົ່ວໂລກ ເກືອບ 20% ຕໍ່ປີ.

ຂປລ. ສຳນັກ​ຂ່າວ ​ເອ​ເອຟພີ ລາຍ​ງານ​ ຈາກ ​ເມືອງ​ເຈ​ນິວາ ປະ​ເທດ ສະ​ວິດ​ ​ເມື່ອ​ວັນ​ທີ 26 ມິຖຸນາ​, ບົດລາຍ​ງານ ສະບັບ​ຫລ້າ​ສຸດ ​ຂອງ ອົງການ​ ອະນາ​ໄມ​ໂລກ (ດັບ​ເບີ​ລຢູ​ເອຊ​ໂອ) ກ່ຽວ​ກັບ ​ແອ​ລກໍ​ຮໍ ​ແລະ ສຸຂະພາບ ລະ​ບຸ​ວ່າ: ​ເຄື່ອງ​ດື່ມ ​ແອ​ລກໍ​ຮໍ ​ເປັນສາ​ເຫດ ຂອງ​ ການ​ເສຍ​ຊີວິດ ປະຊາກອນ​ ທົ່ວ​ໂລກ ​ເກືອບ 20% ຕໍ່​ປີ. ໃນນັ້ນ ລວມທັງ ​ກໍລະນີ ການດື່ມ​ແລ້ວ​ຂັບ, ຄວາ​ມາ​ຮຸນ​ແຮງ ​ແລະ ການ​ລ່ວງ​ລະ​ເມີດ ​ເກີດ​ຈາກ​ ແອ​ລກໍ​ຮໍ ລວມ​ເຖິງ​ພະຍາດ ​ແລະ ຄວາມ​ຜິດ​ປົກກະຕິ​ອື່ນໆ.

          ບົດລາຍງານ ລະບຸວ່າ ​ຈຳນວນ​ ຜູ້​ເສຍ​ຊີວິດ 2,6 ລ້ານ​ຄົນ​ຕໍ່​ປີ ໂດຍອ້າງ​ຕາມ​ ການ​ບໍລິ​ໂພ​ກ ​ແອ​ລກໍ​ຮໍ ​ໃນ​ປີ 2019, ຊຶ່ງ​ເປັນ ຕົວເລກ ​ສະຖິຕິ​ ຫລ້າ​ສຸດ  ​ແລະ ກວມ​ເອົາ 4,7% ຂອງ ​ການ ​ເສຍ​ຊີວິດ ທົ່ວ​ໂລກ ​ໃນ​ປີ​ດັ່ງກ່າວ ແລະ ​ເກືອບ 3 ​ໃນ 4 ຂອງ​ ກຸ່ມ​ຜູ້​ເສຍ​ຊີວິດ ​ເປັນ​ຜູ້​ຊາຍ. ການ​ໃຊ້​ສານ ​ເສບ​ຕິດ ສົ່ງ​ຜົນ​ເສຍ​ ຕໍ່​ສຸຂະພາບ ຂອງ​ຄົນ ​ຢ່າງ​ຮຸນ​ແຮງ ແລະ ​ເພີ່ມ​ຄວາມ​ສ່ຽງ​ ຕໍ່​ການ​ເປັນ ​ພະຍາດ​ຊໍາ​ເຮື້ອ, ບັນຫາ​ ສຸຂະພາບຈິດ ​ແລະ ​ເຮັດ​​ໃຫ້ ມີ​ຄົນເຈັບ ​ເສຍ​ຊີວິດ​ ຫລາຍ​ລ້ານ​ຄົນ ​ຕໍ່​ປີ.

          ໃນ​ຂະນະ​ທີ່ ດັບ​ເບີ​ລຢູ​ເອຊ​ໂອ ​ເຕືອນ​ວ່າ ລະດັບ ​ແລະ ຄວາມ​ຖີ່ ​ຂອງ ການ​ດື່ມ​ ເຄື່ອງ​ດື່ມ ​ແອ​ລກໍ​ຮໍ ມີ​ສ່ວນກ່ຽວຂ້ອງ ​ກັບ  ​ຄວາມ​ສ່ຽງ ທີ່ ​ເພີ່ມ​ຂຶ້ນ​ ຂອງ​ ບັນຫາ ສຸຂະພາບ ຕ່າງໆ ລວມ​ເຖິງ ການ​ພິການ ​ແລະ ການ​ເສຍ​ຊີວິດ ຊຶ່ງ​ ປັບປຸງ ການ​ເຂົ້າ​ເຖິງ ​ແລະ ບຳບັດ ທີ່​ມີ ​ຄຸນ​ນະພາ​ບ ສຳລັບ ​ຄວາມຜິດ​ປົກກະຕິ ຈາກ​ ການ​ໃຊ້ ສານ​ເສບ​ຕິດ ຖື​ເປັນ​ສິ່ງ​ສຳຄັນ. /

 

KPL

ຂ່າວອື່ນໆ


Top