ອີຣານ-ບາເຣນ ຈະເປີດການເຈລະຈາ ຟື້ນຟູຄວາມສຳພັນ ທາງການທູດ

27/06/2024 18:08
Email Print 239
KPL ກະຊວງ ການຕ່າງປະເທດ ອີຣານ ລະບຸວ່າ: ອີຣານ ແລະ ບາເຣນ ໄດ້ຕົກລົງ ຈະເລີ່ມ ການເຈລະຈາ ກ່ຽວກັບ ການຟື້ນຟູ ຄວາມສຳພັນ ທາງການທູດ ລະຫວ່າງ ສອງປະເທດ ທີ່ ຖືດຕັດຂາດ ເປັນເວລາ ເກືອບ 8 ປີ ເມື່ອປີ 2016.

ຂປລ. ສຳນັກ​ຂ່າວ ​ເອ​ເອຟພີ ລາຍ​ງານ ຈາກ ​ນະຄອນຫລວງ ​ເຕ​ເຮ​ຣັງ ປະ​ເທດ ອີຣານ ​ເມື່ອ​ວັນ​ທີ 25 ມິຖຸນາ​, ກະຊວງ​ ການ​ຕ່າງປະ​ເ​ທດ ອີຣານ ລະບຸ​ວ່າ: ອີຣານ ​ແລະ ບາ​ເຣນ ໄດ້ຕົກລົງ ຈະ​ເລີ່​ມ ການ​ເຈລະຈາ ກ່ຽວ​ກັບ ການ​ຟື້ນ​ຟູ ຄວາມ​ສຳພັນ ທາງ​ການ​ທູດ ລະຫວ່າງ​ ສອງ​ປະ​ເທດ ທີ່ ​ຖື​ດຕັດຂາດ​ ເປັນເວລາ ​ເກືອບ 8 ປີ ເມື່ອ​ປີ 2016. ຢ່າງ​ໃດ​ກໍ່ຕາມ ການ​ເຄື່ອນ​ໄຫວ​ ຫລ້າ​ສຸດ ຕາມ​ຖະ​ແຫລ​ງການ ​ຂອງ ກະຊວງ ການ​ຕ່າງປະ​ເທດ ອີຣານ, ​ ທ່ານ ອາລີ ບາ​ເກຣີ ຮັກສາ​ການ ລັດຖະມົນຕີ ການ​ຕ່າງປະ​ເທດ ອີຣານ ​ໄດ້ເຂົ້າ​ພົບ​ປະ​ກັບ ​ທ່ານ ອັບ​ດຸລລາ​ທີ​ຟ ບິນ ຣາຊິດ ອັລ-ຊາ​ຢາ​ນີ ລັດຖະມົນຕີ ການ​ຕ່າງປະ​ເທດ ບາ​ເຣນ ນອກ​ກອບ​ ກອງ​ປະຊຸມ ສຸດ​ຍອດ ຄວາມ​ຮ່ວມ​ມື ອາຊີ (​ເອຊີ​ດີ) ​ໃນ​ນະຄອນຫລວງ ​ເຕ​ເຮຣັງ ປະ​ເທດ ອີຣານ. ​ກອງ​ປະຊຸມ ໃນຄັ້ງ​ນີ້ ທັງ​ ສອງ​ຝ່າຍ ໄດ້​ເຫັນ​ດີ ​ໃນ​ການ​ສ້າງ ກົນ​ໄກ ທີ່​ຈຳ​ເປັນ ​ກ່ຽວກັບ ການ​ເຈລະຈາ ລະຫວ່າງ​ ສອງ​ປະ​ເທດ ​ແລະ ກວດກາ​ວ່າ ຈະ​ຟື້ນ​ຟູ ຄວາມ​ສຳພັນ ທາງ​ການ​ເມືອງ ແລະ ອື່ນໆ./

KPL

ຂ່າວອື່ນໆ


Top