ຍີ່ປຸ່ນ ຮຽກຮ້ອງໃຫ້ລັດຖະບານຜະລິດພະລັງງານໝູນວຽນເພີ່ມ 3 ເທົ່າ

27/06/2024 18:08
Email Print 211
KPL ກຸ່ມບໍລິສັດ ຂະຫນາດໃຫຍ່ ຫລາຍກວ່າ 400 ແຫ່ງ ໃນຍີ່ປຸ່ນ ໄດ້ຮ່ວມກັນ ຮຽກຮ້ອງ ໃຫ້ລັດຖະບານ ເພີ່ມກຳລັງການຜະລິດ ໄຟຟ້າ ພະລັງງານ ໝູນວຽນ ໃຫ້ໄດ້ 3 ເທົ່າ ໃນປີ 2035

ຂປລ. ສຳນັກ​ຂ່າວ ​ເອ​ເອຟພີ ລາຍ​ງານ​ ຈາກ ນະຄອນຫລວງ ​ໂຕ​ກຽວ ປະ​ເ​ທດ ຍີ່ປຸ່ນ ​ເມື່ອ​ບໍ່​ດົນ​ມາ​ນີ້​, ກຸ່ມ​ບໍລິສັດ ​ຂະຫນາດ​ໃຫຍ່ ຫລາຍ​ກວ່າ 400 ​ແຫ່ງ ​ໃນ​ຍີ່ປຸ່ນ ໄດ້ຮ່ວມ​ກັນ ຮຽກຮ້ອງ​ ໃຫ້​ລັດຖະບານ ​ເພີ່ມ​ກຳລັງ​ການ​ຜະລິດ ​ໄຟ​ຟ້າ ພະລັງງານ​ ໝູນວຽນ ​ໃຫ້​ໄດ້ 3 ​ເທົ່າ ​ໃນ​ປີ 2035 ​ເພື່ອ​ປັບປຸງ​ ນະ​ໂຍບາຍ ພະລັງງານ ຂອງ ​ປະ​ເທດ ​ໃຫ້​ສອດ​ຄ່ອງ ​ກັບ ຄຳ​ໝັ້ນສັນຍາ ດ້ານ ​ສະພາບ ພູມ​ອາກາດ, ຫລັງຈາກ​ ຍີ່ປຸ່ນ ໄດ້​ເພິ່​ງພາ ພະລັງງານ ​ຖ່ານ​ຫີນ ຢ່າງ​ຫລວງຫລາຍ.

          ປັດຈຸບັນ, ​​ກຸ່ມ​ບໍລິສັດ ຂະໜາດ​ໃຫຍ່ ຫລາຍ​ກວ່າ 400 ​ແຫ່ງ ຈະ​ເລັ່ງໃສ່ ການໃຊ້​ໄຟຟ້າ​ ໝູນວຽນ ທັງ​ໝົດ ລວມ​ເຖິງ​ ບໍລິສັດ ຍີ່ປຸ່ນ 87 ​ແຫ່ງ​ເຊັ່ນ: ​ໂຊ​ນີ ​ແລະ ພາ​ນາ​ໂຊ​ນິດ ດ້ວຍ​ການ​ເພີ່ມ ກຳລັງ ​ການ​ຜະລິດ ພະລັງງານ ໝູນວຽນ ​ພາຍໃນ ​ປະ​ເທດ ຍີ່ປຸ່ນ. ຍີ່ປຸ່ນ ຈະສາມາດ ສ້າງ​ຄວາມ ​ໝັ້ນຄົງ ດ້ານ​ພະລັງງານ , ການປົກ​ປ້ອງ​ ຄວາມ​ສາມາດ ​ໃນ​ການ ​ແຂ່ງຂັນ ລະດັບ ນານາ​ຊາດ  ​ແລະ ​ເພີ່ມກາ​ນລົງທຶນ ພາກ​ເອກະ​ຊົນ ​ໃນ​ໂຄງ​ການ ພະ​ລັງງານ ​ໝູນວຽນ ຫລາຍ​ຂຶ້ນ . ຂະນະ​ດຽວ​ກັນ ກຸ່ມບໍລິສັັັດ ດັ່ງກ່າວ ຍັງ ຮຽກຮ້ອງ​ໃຫ້ ຍີ່ປຸ່ນ ​ໃຊ້​ແຜນ ​ພະລັງງານ ​ຍຸດທະສາດ ທີ່ມີ​ ກຳນົດ ​ເປີດ​ຕົວ ​ໃນ​ທ້າຍ​ປີ​ນີ້ ເພື່ອຈະ​ເພີ່ມ ກຳລັງ ການ​ຜະລິດ ​ໄຟຟ້າ​ໝູນວຽນ ​ເປັນ 3 ​ເທົ່າ​ ຈາກ 121 ກິ​ກາ​ວັດ ​ໃນ​ປີ 2022 ​ເປັນ 363 ກິ​ກາ​ວັດ ​ກ່ອນ​ປີ 2035./

 

KPL

ຂ່າວອື່ນໆ


Top