KPL
ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອານເດຣດ ໂອເດັນເບຣອິດສ ກຣາບາໂຢ (H.E. Mr. Andre Odenbreit Carvalho) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນສາທາລະນະລັດ ບຣາຊິນ ປະຈຳ ສປປ ລາວ ຊຶ່ງມີສໍານັກງານການທູດຕັ້ງຢູ່ນະຄອນຫລວງ ບາງກອກ ລາຊະອານາຈັກໄທ.
ຂປລ. ໃນໂອກາດນ້ີ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ ທ່ານ ອານເດຣດ ໂອເດັນເບຣອິດສ ກຣາບາໂຢ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ ຄົນໃໝ່ ປະຈຳ ສປປ ລາວ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ບຣາຊິນ ໃນໄລຍະຜ່ານມາ ຊ່ຶງການນໍາຂ້ັນສູງຂອງທັງສອງປະເທດກໍໄດ້ມີການພົບປະກັນໃນໂອກາດເດີນທາງໄປເຂົ້າຮ່ວມກອງປະຊຸມສາກົນຕ່າງໆ ແລະ ກໍມີການແລກປ່ຽນບັນດາສານອວຍພອນ, ສານຊົມເຊີຍ ເຊ່ິງກັນ ແລະ ກັນໃນໂອກາດສໍາຄັນຕ່າງໆ. ພ້ອມກັນນ້ີ, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ສະແດງຄວາມ ເຊື່ອໝັ້ນວ່າທ່ານເອກອັກຄະລັດຖະທູດຈະສືບຕໍ່ຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ໂດຍສະເພາະແມ່ນການແລກປ່ຽນການຢ້ຽມຢາມລະຫວ່າງ ການນໍາຂັ້ນສູງຂອງສອງປະເທດລວມເຖິງການພົວພັນຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆທີ່ທັງສອງຝ່າຍມີທ່າແຮງ ແລະ ມີຜົນປະໂຫຍດຮ່ວມກັນ.
ໃນໂອກາດດຽວກັນນີ້, ທ່ານ ເອກອັກຄະລັດຖະທູດ ອານເດຣດ ໂອເດັນເບຣອິດສ ກຣາບາໂຢ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ທ່ີໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າຈະປະຕິບັດໜ້າທີ່ການທູດຄັ້ງນີ້ຂອງຕົນຢ່າງສຸດຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ສປປ ລາວ ແລະ ສະຫະພັນ ສາທາລະນະລັດ ບຣາຊິນ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນວັນທີ 12 ມິຖຸນາ 1995 (ຄົບຮອບ 31 ປີ).
KPL