ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31

26/10/2026 11:34
Email Print 486
KPL ກົມສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບສະຖາບັນການເຕີບໂຕສີຂຽວໂລກ (GGGI) ແລະ ອົງການພັດທະນາແຫ່ງສະຫະປະຊາຊາດ (ສປຊ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈັດສຳມະນາກະກຽມຄະນະຜູ້ແທນ ສປປ ລາວ ກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາຂອບວຽກສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP31) ເພື່ອປະສານບຸລິມະສິດ ແລະ ກຳນົດຈຸດຢືນຂອງຊາດໃຫ້ມີຄວາມຊັດເຈນ ແລະ ເປັນເອກະພາບ ໂດຍມີ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ອາຍຊານີ ເມດາກັງໂກດາ ລາເບ ຜູ້ຕາງໜ້າ ສປຊ ປະຈຳ ສປປ ລາວ, ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ຜູ້ຕາງໜ້າສະຖາບັນເຕີບໂຕສີຂຽວສາກົນ (GGGI) ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ສະຖານທູດ, ອົງການສາກົນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

ຈຸດປະສົງຫຼັກຂອງກອງປະຊຸມສຳມະນາ ແມ່ນເພື່ອກະກຽມຄວາມພ້ອມດ້ານເນື້ອໃນ, ທັດສະນະ, ຈຸດຢືນ ແລະ ບຸລິມະສິດແຫ່ງຊາດຂອງ ສປປ ລາວ ສຳລັບການເຈລະຈາໃນ COP31, ພ້ອມທັງປຶກສາຫາລືບັນຫາພົ້ນເດັ່ນທີ່ຄາດວ່າຈະຍົກຂຶ້ນໃນກອງປະຊຸມ COP31 ແລະ ທັງເປັນການໂຄສະນາເຜີຍແຜ່ວຽກງານການປ່ຽນແປງດິນຟ້າອາກາດໃຫ້ແກ່ພາກສ່ວນຕ່າງໆ ໂດຍສະເພາະແມ່ນວຽກງານການຮ່ວມມືພາຍໃຕ້ຂອບສົນທິສັນຍາ.

ທ່ານ ນາງ ຈັນທະຄອນ ບົວລະພັນ ໄດ້ກ່າວວ່າ: ລັດຖະບານ ສປປ ລາວ ໃຫ້ຄວາມສຳຄັນຕໍ່ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ມີຄວາມພະຍາຍາມຢ່າງຈິງຈັງໃນການດຳເນີນມາດຕະການທັງພາຍໃນປະເທດ ແລະ ຮ່ວມມືກັບປະຊາຄົມໂລກ ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ. ສປປ ລາວ ໄດ້ມີສ່ວນຮ່ວມໃນຂອບການຮ່ວມມືສາກົນດ້ານສິ່ງແວດລ້ອມ ແລະ ສະພາບອາກາດ ໂດຍໄດ້ເຂົ້າເປັນພາຄີຂອງສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (UNFCCC) ໃນປີ 1995, ອະນຸສັນຍາກຽວໂຕ (Kyoto Protocol) ໃນປີ 2003 ແລະ ສັນຍາປາຣີ (Paris Agreement) ໃນປີ 2016. ນອກນີ້, ລາວຍັງສືບຕໍ່ປະກອບສ່ວນໃນການຈັດຕັ້ງພັນທະພາຍໃຕ້ຂອບສົນທິສັນຍາ ໂດຍຄຳນຶງເຖິງຫຼັກການຄວາມຮັບຜິດຊອບຮ່ວມກັນ ແຕ່ແຕກຕ່າງກັນຕາມຄວາມສາມາດຂອງແຕ່ລະປະເທດ. ການເຂົ້າຮ່ວມ COP31 ບໍ່ພຽງແຕ່ເປັນການປະຕິບັດພັນທະຂອງປະເທດຕໍ່ປະຊາຄົມສາກົນເທົ່ານັ້ນ ແຕ່ຍັງເປັນໂອກາດສຳຄັນໃຫ້ ສປປ ລາວ ສາມາດສະແຫວງຫາການສະໜັບສະໜູນດ້ານເຕັກນິກ, ວິຊາການ ແລະ ງົບປະມານ ເພື່ອເພີ່ມທະວີປະສິດທິຜົນໃນການດຳເນີນວຽກງານດ້ານການປ່ຽນແປງດິນຟ້າອາກາດພາຍໃນປະເທດ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການລະດົມຊັບພະຍາກອນ, ການເສີມສ້າງຂີດຄວາມສາມາດຂອງສະຖາບັນ, ການປັບປຸງການເຂົ້າເຖິງເຕັກໂນໂລຊີ ແລະ ການເສີມສ້າງຄວາມຢືດຢຸ່ນຕໍ່ຜົນກະທົບຈາກສະພາບອາກາດ ໂດຍເນັ້ນໃຫ້ເຫັນເຖິງຄວາມຈຳເປັນໃນການປະສານງານລະຫວ່າງພາກລັດ ແລະ ຄູ່ຮ່ວມພັດທະນາ, ການຂະຫຍາຍໂອກາດເຂົ້າເຖິງແຫຼ່ງທຶນດ້ານສະພາບອາກາດ ແລະ ການເພີ່ມພູນການຮ່ວມມືສາກົນ.

ການກະກຽມດັ່ງກ່າວ, ຄາດວ່າຈະຊ່ວຍໃຫ້ ສປປ ລາວ ມີຈຸດຢືນທີ່ຊັດເຈນໃນເວທີເຈລະຈາສາກົນ, ສາມາດປະສານບຸລິມະສິດດ້ານສະພາບອາກາດໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາແຫ່ງຊາດ ແລະ ນຳເອົາຄຳໝັ້ນສັນຍາດ້ານສະພາບອາກາດໄປສູ່ການປະຕິບັດຢ່າງເປັນຮູບປະທຳ ເພື່ອສ້າງຄວາມຢືດຢຸ່ນ ແລະ ການພັດທະນາທີ່ຍືນຍົງໃຫ້ແກ່ປະເທດ.

ກອງປະຊຸມລັດພາຄີສົນທິສັນຍາຂອບວຽກສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 ຈະຈັດຂຶ້ນທີ່ເມືອງອັນຕາລະຢາ ປະເທດຕວັກກີ ໃນວັນທີ 9-20 ພະຈິກ 2026, ຄາດວ່າຈະເນັ້ນໜັກໃສ່ການປ່ຽນຄຳໝັ້ນສັນຍາດ້ານສະພາບອາກາດໃຫ້ເປັນການປະຕິບັດຢ່າງເປັນຮູບປະທຳ, ການເລັ່ງຫັນປ່ຽນໄປສູ່ພະລັງງານສະອາດ, ການລະດົມທຶນ ແລະ ການລົງທຶນດ້ານສະພາບອາກາດ, ການເສີມສ້າງການປັບຕົວ ແລະ ຄວາມຢືດຢຸ່ນຕໍ່ຜົນກະທົບຈາກສະພາບອາກາດ ຕະຫຼອດຮອດການຊຸກຍູ້ການຈັດຕັ້ງປະຕິບັດການປະກອບສ່ວນທີ່ປະເທດກຳນົດເອງ (NDCs) ແລະ ຮັກສາເປົ້າໝາຍຈຳກັດການເພີ່ມຂຶ້ນຂອງອຸນຫະພູມໂລກບໍ່ໃຫ້ເກີນ 1,5 ອົງສາ.

KPL

ຂ່າວອື່ນໆ

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດບຣາຊິນ ປະຈຳລາວການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດບຣາຊິນ ປະຈຳລາວ

      10/27/2026 9:38:51 AM

      ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອານເດຣດ ໂອເດັນເບຣອິດສ ກຣາບາໂຢ (H.E. Mr. Andre Odenbreit Carvalho) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນສາທາລະນະລັດ ບຣາຊິນ ປະຈຳ ສປປ ລາວ ຊຶ່ງມີສໍານັກງານການທູດຕັ້ງຢູ່ນະຄອນຫລວງ ບາງກອກ ລາຊະອານາຈັກໄທ.

    • ມອບ-ຮັບໜ້າທີ່ຄະນະບໍລິຫານງານສະມາຄົມລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່ການເມືອງ

      ມອບ-ຮັບໜ້າທີ່ຄະນະບໍລິຫານງານສະມາຄົມລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່

      10/26/2026 11:29:08 AM

      ໃນວັນທີ 22 ຕຸລາ 2026, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຄະນະບໍລິຫານງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍຄະນະພັກ, ຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືອຳນວຍຄວາມສະດວກແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວສອງປະເທດການເມືອງ

      ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືອຳນວຍຄວາມສະດວກແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວສອງປະເທດ

      10/26/2026 11:24:21 AM

      ເມື່ອບໍ່ດົນມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາວ່າດ້ວຍການອຳນວຍຄວາມສະດວກດ້ານການທ່ອງທ່ຽວຕາມຊາຍແດນ ແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວ ລາວ-ກຳປູເຈຍ ທີ່ແຂວງຊຽງແຕງ ລາຊະອານາຈັກກຳປູເຈຍ.

    • ຮັບຮອງຢ່າງເປັນທາງການຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງລະຫວ່າງ ລັດຖະບານລາວ ແລະ ອົງການ ສປຊ ສຳລັບປີ 2027-2031ການເມືອງ

      ຮັບຮອງຢ່າງເປັນທາງການຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງລະຫວ່າງ ລັດຖະບານລາວ ແລະ ອົງການ ສປຊ ສຳລັບປີ 2027-2031

      10/26/2026 11:19:42 AM

      ພິທີຮັບຮອງຢ່າງເປັນທາງການ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ສຳລັບປີ 2027-2031 ຈັດຂຶ້ນໃນວັນທີ 21 ຕຸລາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທານຮ່ວມພິທີຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານອບ (Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຫ້ອງການກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ ແລະ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ເຂົ້າຮ່ວມ.

    • ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2026ການເມືອງ

      ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2026

      10/26/2026 11:15:43 AM

      ໃນຕອນແລງວັນທີ 23 ຕຸລາ 2026 ນີ້, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ວ່າ: ກອງ ປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນຕອນເຊ້ົາວັນທີ 22 ຕຸລາ ແລະ ອັດລົງໃນຕອນແລງຂອງວັນທີ 23 ຕຸລາ 2026 ທີ່ສຳນັກງານນາຍົກລັດຖະ ມົນຕີ,


Top