ຟີລິບປິນ ຄົ້ນພົບແຫລ່ງແກັສທຳມະຊາດແຫ່ງໃໝ່

21/01/2026 17:10
ຂປລ ຟີລິບປິນ ໄດ້ຄົ້ນພົບແຫລ່ງ ແກັສທຳມະຊາດ ຂະໜາດໃຫຍ່ ເປັນຄັ້ງທຳອິດ ໃນຮອບຫລາຍກວ່າ 1 ທົດສະວັດ, ຊຶ່ງຈະຊ່ວຍຫລຸດຜ່ອນ ການເພີ່ງພາຖ່ານຫີນ ເປັນເຊື້ອໄຟຂອງປະເທດໄດ້.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ມະນິລາ ປະເທດ ຟີລິບປິນ,   ຟີລິບປິນ ໄດ້ຄົ້ນພົບແຫລ່ງ ແກັສທຳມະຊາດ ຂະໜາດໃຫຍ່ ເປັນຄັ້ງທຳອິດ ໃນຮອບ ຫລາຍກວ່າ 1 ທົດສະວັດ, ຊຶ່ງຈະຊ່ວຍຫລຸດຜ່ອນ ການເພີ່ງພາຖ່ານຫີນ ເປັນເຊື້ອໄຟຂອງປະເທດໄດ້.

ແຫລ່ງແກັສ ດັ່ງກ່າວ ໄດ້ຄົ້ນ ຢູ່ມາລັມປາຍາອີສ-1 ໃກ້ກັບ ແຫລ່ງແກັສ ມາລັມປາຍາເດີມນັ້ນ ໂດຍຄາດວ່າ ຈະມີປະລິມານແກັສ ປະມານ 98.000 ລ້ານແມັດກ້ອນ ຫລື ທຽບເທົ່າກັບ ກະແສໄຟຟ້າເກືອບ 14.000 ກິໂລວັດຊົ່ວໂມງຕໍ່ປີ, ເຊິ່ງສາມາດ ແຈກຢາຍ ກະແສໄຟຟ້າ ໃຫ້ແກ່ ຄົວເຮືອນ ຫລາຍກວ່າ 5,7 ລ້ານຄົວເຮືອນຕໍ່ປີ. ສິ່ງດັ່ງກ່າວນີ້ ສາມາດ ຊ່ວຍ ເສີມ ສັກກາຍະພາບ ຂອງ ມາລຳປາຍາ ແລະ ເສີມສ້າງ ຄວາມໝັ້ນຄົງ ດ້ານແກັສ ພາຍໃນປະເທດ ຕໍ່ໄປອີກໃນຫລາຍປີຕໍ່ໜ້າ./

KPL

ຂ່າວອື່ນໆ

ads
ads

Top