ຂປລ
ໃນສະພາບການ ພູມສາດ ການເມືອງ ແລະ ເຕັກໂນໂລຢີ ທົ່ວໂລກ ມີການປ່ຽນແປງ ຢ່າງລຽນຕິດນັ້ນ, ສສ ຫວຽດ ນາມ ພວມຫັນປ່ຽນຈາກ “ໂຮງງານ ຜະລິດ” ກາຍເປັນ ສູນນະວັດຕະກໍາ ເຕັກໂນໂລຢີ ສູງຂອງພາກພື້ນ” ເທື່ອລະກ້າວ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ໃນສະພາບການ ພູມສາດ ການເມືອງ ແລະ ເຕັກໂນໂລຢີ ທົ່ວໂລກ ມີການປ່ຽນແປງ ຢ່າງລຽນຕິດນັ້ນ, ສສ ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານ ຜະລິດ” ກາຍເປັນ ສູນນະວັດຕະກໍາ ເຕັກໂນໂລຢີ ສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກ ເຄື່ອງເອເລັກໂຕຣນິກ ບັນລຸກວ່າ 125 ຕື້ໂດລາສະຫະລັດ ໃນປີ 2024 ແລະ ທ່າອຽງ ພວມເຕີບ ໂຕ ຢ່າງວ່ອງໄວ, ພ້ອມກັບ ການປະກົດຕົວ ຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດ ທີ່ນັບມື້ ນັບຫລາຍ, ສສ ຫວຽດນາມ ພວມມຸ່ງໄປເຖິງ ເປົ້າໝາຍ ສົ່ງອອກເຄື່ອງ ເອເລັກໂຕຣນິກ ໃຫ້ ບັນລຸ 145 ຕື້ໂດລາສະຫະລັດ. ການສົ່ງອອກ ຂອງຂະແໜງ ເອເລັກໂຕນິກຂອງ ສສ ຫວຽດນາມ ໃນປີ 2024 ບັນລຸໄດ້ ເກືອບ 126,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 17 ຕື້ໂດລາສະຫະລັດ ເມື່ອທຽບ ໃສ່ປີ 2023. ໃນ 8 ເດືອນຂອງປີ 2025, ໝວດສິນຄ້າ ຄອມພິວເຕີ, ຜະລິດ ຕະພັນ ເອເລັກໂຕຣນິກ ແລະ ເຄື່ອງອາໄຫລ່ ແມ່ນປະເພດ ສິນຄ້າ ສົ່ງອອກ ຫລາຍທີ່ສຸດ, ບັນລຸ ປະມານ 70 ຕື້ໂດລາ ສະຫະລັດ. ນີ້ແມ່ນໝວດສິນຄ້າ ທີ່ມີວົງເງິນ ສູງສຸດ ໃນຍອດວົງເງິນ ສົ່ງອອກ ຂອງທົ່ວປະເທດ.ສສ ຫວຽດນາມ ນອນໃນເຂດ ທີ່ມີພື້ນຖານ ອຸດສາຫະກຳ ພັດທະນາໄວ ແລະ ຂະຫຍັນ ຂັນເຄື່ອນ. ພ້ອມທັງ ແມ່ນຕະຫລາດ ທີ່ມີຈຳນວນ ປະຊາກອນ ຫລາຍກວ່າ 100 ລ້ານຄົນ ແລະ ມີຄວາມສາມາດ ເຂົ້າເຖິງ ຕະຫລາດ ທີ່ມີຈຳນວນ ປະຊາກອນ 600 ລ້ານຄົນ ຂອງພາກພື້ນ ອາຊຽນ ໂດຍກົງ, ຕະ ຫລາດ ສົ່ງອອກສາກົນ ກວ້າງໃຫຍ່ ຍ້ອນມີ ບັນດາສັນຍາ FTA ທີ່ລົງນາມກັບ ຫລາຍປະເທດໃນໂລກ. ນີ້ແມ່ນ ບັນດາເງື່ອນໄຂ ສະດວກເພື່ອໃຫ້ ສສ ຫວຽດນາມ ຊຸກຍູ້ ການສົ່ງ ອອກ ເຄື່ອງເອເລັກ ໂຕຣນິກ, ເປັນເຈົ້າການ ຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນ ນະວັດຕະກຳ ເຕັກໂນໂລຢີສູງ ຂອງພາກພື້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL