ແອັດສະປາຍ ອະນຸມັດຂໍ້ສະເໜີຫ້າມສູບຢາໃນພື້ນທີ່ກາງແຈ້ງ

16/09/2025 19:37
Email Print 231
ຂປລ ກະຊວງສາທາລະນະສຸກ ຂອງ ແອັດສະປາຍ ລະບຸໃນຖະແຫລງການວ່າ: ລັດຖະບານແອັດສະປາຍ ອະນຸມັດຂໍ້ສະເໜີ ທີ່ຈະຫ້າມ ການສູບຢາ ແນໄຟຟ້າ ໃນພື້ນທີ່ກາງແຈ້ງ ບໍ່ວ່າຈະເປັນບໍລິເວນນອກ ບາຣ, ສວນສທາລະນະ ແລະ ນອກໂຮງແຮມ ຊຶ່ງເປັ ນການເຄື່ອນໄຫວ ເພື່ອປົກ ການສູບຢາ ໃນຄອນເສີດ, ງານເທດສະການ

ຂປລ.ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ມາດ ປະເທດແອັດສະປາຍ ໃນວັນທີ 11 ກັນຍານີ້ວ່າ: ກະຊວງສາທາລະນະສຸກ ຂອງ ແອັດສະປາຍ ລະບຸໃນຖະແຫລງການວ່າ: ລັດຖະບານແອັດສະປາຍ ອະນຸມັດຂໍ້ສະເໜີ ທີ່ຈະຫ້າມ ການສູບຢາ ແນໄຟຟ້າ ໃນພື້ນທີ່ກາງແຈ້ງ ບໍ່ວ່າຈະເປັນບໍລິເວນນອກ ບາຣ, ສວນສທາລະນະ ແລະ ນອກໂຮງແຮມ ຊຶ່ງເປັ ນການເຄື່ອນໄຫວ ເພື່ອປົກ ການສູບຢາ ໃນຄອນເສີດ, ງານເທດສະການ, ວິທະຍາເຂດຂອງມະຫາວິທະຍາໄລ ລວມເຖິງ ສູນການແພດ ແລະ ສະຖານີຂົນສົ່ງ ກໍ່ຈະຖືວ່າຜິດກົດໝາຍເຊັ່ນກັນ.

ຮ່າງກົດໝາຍ ດັ່ງກ່າວ ຍັງມີຈຸດປະສົງ ເພື່ອຫ້າມບໍ່ໃຫ້ເຍົາວະຊົນ ບໍລິໂພກຢາສູບ ຕະຫລອດຈົນ ການປ້ອງກັນ ​ ​ໂຄສະນາ, ການສົ່ງເສີມຫລື ການສະໜັບສະໜຸນ ຜະລິດຕະພັນຢາສູບ ທີ່ສ້າງຄວາມສ່ຽງ ຕໍ່ສຸຂະພາບຢ່າງຮ້າຍແຮງ ເຊັ່ນພະຍາດມະເຮັງ. ຢ່າງໃດກໍ່ຕາມ, ຂໍ້ສະເໜີດັ່ງກ່າວ ຕ້ອງຜ່ານຂັ້ນຕອນ ການປຶກສາຫາລື ກ່ອນຈະສະເໜີ ຕໍ່ລັດຖະສະພາ ແອັດສະປາຍ ເພື່ອລົງຄະແນນສຽງ ແລະ ອາດຈະບໍ່ໄດ້ຮັບ ການຮັບຮອງ ເປັນກົດໝາຍ. ນອກຈາກນັ້ນ, ຍັງມີທ່າອຽງວ່າ ຮ່າງກົດໝາຍຫ້າມສູບຢາ ຈະເຮັດໃຫ້ເກີດກະແສ ຕໍ່ຕ້ານ ຢ່າງຮຸນແຮງ ຈາກພາກສ່ວນທຸລະກິດ ການບໍລິການ ໃນປະເທດ.

KPL

ຂ່າວອື່ນໆ

ads
ads

Top